ຖໍ້າກອງລໍແຫລ່ງທ່ອງທ່ຽວປາຍທາງທີ່ຫລາຍຄົນຄວນໄປສໍາຜັດ

ໂດຍ: ທິດກໍ່າ
ຫວ່າງທິດຫລັງມານີ້ ທິດກໍ່າໄດ້ມີໂອກາດໄປສໍາຜັດກັບຖໍ້າກອງລໍອີກຄັ້ງ ຕ້ອງຍອມຮັບວ່າຖໍ້າກອງລໍໃນແຕ່ລະໄລຍະໄດ້ມີການປັບປຸງປ່ຽນແປງ ແລະ ພັດທະນາໃຫ້ດີຂຶ້ນເລື້ອຍໆ. ສິ່ງທີ່ເຫັນວ່າມີການປັບປຸງໃຫ້ດີຂຶ້ນກໍແມ່ນໄດ້ສ້າງສິ່ງເອື້ອຍອໍານວຍໃຫ້ນັກທ່ອງທ່ຽວມີຄວາມສະດວກສະບາຍໃນການທ່ອງທ່ຽວໄປມາເຊັ່ນ: ນັບແຕ່ເສັ້ນທາງແວ່ຈາກເທສະບານເມືອງຄູນຄໍາຈົນໄປຮອດປາກຖໍ້າກອງລໍກໍໄດ້ປູຢາງມາດຕະຖານລ່ຽນໄຫລສົມຄວນ. ນອກຈາກນັ້ນກໍໄດ້ສ້າງຂົວຂ້າມນໍ້າໄຮໄດ້ມາດຕະຖານແທນຂົວເຫລັກເກົ່າທີ່ຊຸດໂຊມມາຫລາຍເດືອນ ອັນເປັນຂົວທີ່ງາມ ແລະ ໂດດເດັ່ນ. ນັກທ່ອງທ່ຽວທີ່ເດີນທາງຜ່ານໄປມາກໍສາມາດເກັບພາບໄວ້ເປັນອະນຸສອນກັບຂົວ ແລະ ສາຍນໍ້າໄຮທີ່ໄຫລຜ່ານໂຂດຫີນແກ້ງຫາດຕາດຄອນທີ່ສວຍງາມໃນທີ່ນັ້ນ.
ນະທີ່ຖໍ້າກອງລໍ ກໍມີຫລາຍອັນໄດ້ປັບປຸງປ່ຽນແປງໃຫ້ສວຍງາມ ແລະ ດີຂຶ້ນ ເປັນຕົ້ນໄດ້ສ້າງຂັ້ນໄດເຫລັກໃຫ້ນັກທ່ອງທ່ຽວໄດ້ຂຶ້ນລົງທ່ອງທ່ຽວໄປມາສະດວກສະບາຍ ທັງປະດັບປະດາດອກໄຟແສງສີໃສ່ໃນຈຸດທີ່ສໍາຄັນເພື່ອໃຫ້ນັກທ່ອງທ່ຽວໄດ້ເລາະຊົມໂຂດຫີນນ້ອຍໃຫຍ່, ຫີນຍ້ອຍທີ່ຢັ່ງຢາຍຢູ່ແຕ່ລະບ່ອນຄ້າຍຄືຮູບທາດຮູບສັດສານາໆຊະນິດສົມກັບທໍາມະຊາດໄດ້ເສກສັນປັ້ນແຕ່ງໃຫ້ສວຍງາມເຫລື້ອມຍິບຍັບສະທ້ອນກັບແສງໂຄມໄຟເຍືອງ ທ່າມກາງຄວາມມືດມິດປານເດືອນດັບແຮມສິບຫ້າຄໍ່າ.
ຖໍ້າກອງລໍມີຄວາມຍາວເຖິງ 7 ກິໂລແມັດກວ່າ ເມື່ອຂີ່ເຮືອຈາກເບື້ອງປາກຖໍ້າບ້ານກອງລໍ, ເມືອງຄູນຄໍາຊອດໄປໃສ່ປາກຖໍ້າເບື້ອງຕາເວັນອອກບ້ານນາຕານ, ເມືອງນາກາຍແຂວງຄໍາມ່ວນ ຈະໃຊ້ເວລາເຖິງສາມຫາສີ່ຊົ່ວໂມງຈຶ່ງຈະຫວິດປາກຖໍ້າເບື້ອງນັ້ນ.
ປັດຈຸບັນ, ໄດ້ມີນັກທ່ອງທ່ຽວທັງຄົນລາວ ແລະ ຄົນຕ່າງປະເທດພວມທະຍອຍກັນໄປທ່ອງທ່ຽວຢ່າງມາກມາຍ, ມີທັງການທ່ອງທ່ຽວເຊີງອະນຸລັກ ທັງແບບທັດສະນະສຶກສາຄົ້ນຄວ້າ ເຊິ່ງໃນແຕ່ລະວັນບໍ່ຕໍ່າກວ່າ 100 ຫາ 200 ຄົນ ເປັນການສ້າງລາຍຮັບໃຫ້ຊາວບ້ານກອງລໍທີ່ມີເຮືອໃຊ້ບໍລິການ ໄປຄຽງຄູ່ກັບການຜະລິດປູກຝັງລ້ຽງສັດຂອງຊາວບ້ານຈົນກາຍເປັນສະມາຄົມທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແຖມຍັງມີລາຍຮັບໃຫ້ເມືອງໃຫ້ແຂວງໄດ້ເປັນຢ່າງດີ.
ແຫລ່ງທ່ອງທ່ຽວຖໍ້າກອງລໍເປັນຖໍ້າຫີນປູນ, ມີສາຍນໍ້າຫີນູບນໄຫລລອດ ຕັ້ງຢູ່ເຂດເມືອງຄູນຄໍາ ແລະ ເມືອງນາກາຍ ແຂວງຄໍາມ່ວນ, ຫ່າງຈາກນະຄອນຫລວງວຽງຈັນປະມານ 3 ຮ້ອຍກວ່າກິໂລແມັດ ແລະ ຫ່າງຈາກເທສະບານແຂວງຄໍາມ່ວນປະມານຮ້ອຍກວ່າກິໂລແມັດ, ເປັນຖໍ້າທີ່ສວຍງາມ ແລະ ເປັນແຫລ່ງທ່ອງທ່ຽວແຫ່ງໜຶ່ງທີ່ພວກເຮົາຄວນໄປສໍາຜັດກັບສິ່ງມະຫັດສະຈັນຂອງທໍາມະຊາດໃນແຫ່ງນັ້ນ.