ລັດຖະມົນຕີຄົມມະນາຄົມເກຼັກລາອອກ ຮັບຜິດຊອບເຫດລົດໄຟຕໍາກັນ ຄາດວ່າສາເຫດເກີດຈາກຄວາມຜິດພາດຂອງມະນຸດ

- 230301081101 01 greece train crash 030123 - ລັດຖະມົນຕີຄົມມະນາຄົມເກຼັກລາອອກ ຮັບຜິດຊອບເຫດລົດໄຟຕໍາກັນ ຄາດວ່າສາເຫດເກີດຈາກຄວາມຜິດພາດຂອງມະນຸດ
- kitchen vibe - ລັດຖະມົນຕີຄົມມະນາຄົມເກຼັກລາອອກ ຮັບຜິດຊອບເຫດລົດໄຟຕໍາກັນ ຄາດວ່າສາເຫດເກີດຈາກຄວາມຜິດພາດຂອງມະນຸດ

ຈໍານວນຜູ້ເສຍຊີວິດຈາກເຫດການລົດໄຟຕໍາກັນຢູ່ເກຼັກໃນຄືນວັນທີ 28 ກຸມພາຜ່ານມາ ຕາມເວລາທ້ອງຖິ່ນ ເພີ່ມເປັນຢ່າງໜ້ອຍ 43 ຄົນແລ້ວ, ສ່ວນຈໍານວນຜູ້ບາດເຈັບມີ 85 ຄົນ ໂດຍເບື້ອງຕົ້ນ ທ່ານ ຄີຣີອາຄອສ ມິດໂຊທາຄິສ (Kyriakos Mitsotakis) ນາຍົກລັດຖະມົນຕີເກຼັກ ຄາດວ່າສາເຫດຂອງອຸບັດເຫດຄັ້ງນີ້ອາດຈະມາຈາກ “ຄວາມຜິດພາດຂອງມະນຸດ” ແຕ່ຍັງບໍ່ໄດ້ມີການຢືນຢັນເຖິງສາເຫດທີ່ແນ່ນອນ ເຊິ່ງຕ້ອງລໍຖ້າການສຶກສາເພີ່ມຕື່ມຕໍ່ໄປ.

ການເຄື່ອນໄຫວດັ່ງກ່າວມີຂຶ້ນ ເມື່ອເວລາທ່ຽງຄືນຂອງວັນທີ 28 ກຸມພາ ເກີດເຫດລົດໄຟໂດຍສານລະຫວ່າງເມືອງ ເຊິ່ງເດີນທາງມາຈາກນະຄອນຫລວງເອເທນ ມຸ້ງໜ້າໄປເມືອງເທສຊາໂລນິກິທາງຕອນເໜືອ ໄດ້ຕໍາກັບລົດໄຟບັນທຸກສິນຄ້າ ຢູ່ບໍລິເວນນອກເມືອງລາຣິສຊາ ທາງຕອນກາງຂອງເກຼັກໃນລາງດຽວກັນ ຂະນະທີ່ແລ່ນມາດ້ວຍຄວາມໄວສູງທັງສອງ ສົ່ງຜົນໃຫ້ເກີດໄຟໄໝ້ຕູ້ໂດຍສານຫລາຍຕູ້ ລວມທັງມີຜູ້ໄດ້ຮັບບາດເຈັບຈາກໄຟໄໝ້ ໂດຍສື່ທ້ອງຖິ່ນລາຍງານວ່າມີປະຊາຊົນປະມານ 350 ຄົນທີ່ໂດຍສານມານໍາລົດໄຟດັ່ງກ່າວ ແລະ ສ່ວນຫລາຍເປັນນັກຮຽນ.

- Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີຄົມມະນາຄົມເກຼັກລາອອກ ຮັບຜິດຊອບເຫດລົດໄຟຕໍາກັນ ຄາດວ່າສາເຫດເກີດຈາກຄວາມຜິດພາດຂອງມະນຸດ

ພາຍຫລັງເກີດອຸບັດເຫດທາງລົດໄຟທີ່ສົ່ງຜົນໃຫ້ມີຜູ້ເສຍຊີວິດຫລາຍທີ່ສຸດໃນຮອບຫລາຍປີຂອງປະເທດ, ທ່ານ ຄອສຕາສ ຄາຣາມານຣິສ (Kostas Karamanlis) ລັດຖະມົນຕີກະຊວງຄົມມະນາຄົມຂອງເກຼັກ ໄດ້ປະກາດລາອອກເພື່ອຮັບຜິດຊອບຕໍ່ເຫດການດັ່ງກ່າວແລ້ວ ໂດຍລະບຸວ່າ: “ເມື່ອໂສກນາດຕະກໍາອັນໜ້າສະຫລົດໃຈເກີດຂຶ້ນ ເປັນໄປບໍ່ໄດ້ທີ່ຂ້າພະເຈົ້າຈະເດີນໜ້າຕໍ່ ແລະ ເຮັດເປັນວ່າມັນບໍ່ເຄີຍເກີດຂຶ້ນ”.

ຂະນະດຽວກັນ, ເຈົ້າໜ້າທີ່ໄດ້ເຂົ້າຈັບກຸມເຈົ້າໜ້າທີ່ສະຖານີລົດໄຟອາຍຸ 59 ປີ ເຊິ່ງເຮັດໜ້າທີ່ຮັບຜິດຊອບຕໍ່ການຄວບຄຸມສັນຍານລົດໄຟ ຖານະກະທໍາໂດຍປະໝາດຈົນເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຈໍານວນຫລາຍ. ເຖິງຢ່າງໃດກໍຕາມ, ຊາຍຄົນດັ່ງກ່າວປະຕິເສດວ່າຕົນເອງບໍ່ໄດ້ເຮັດຄວາມຜິດໃດໆ ແລະ ອ້າງວ່າອຸບັດເຫດອາດເກີດຂຶ້ນເພາະຄວາມຜິດພາດທາງເຕັກນິກ.

ອ້າງອີງ:

https://www.reuters.com/…/greece-arrests-station…/

https://www.bbc.com/news/world-europe-64817894

- 4 - ລັດຖະມົນຕີຄົມມະນາຄົມເກຼັກລາອອກ ຮັບຜິດຊອບເຫດລົດໄຟຕໍາກັນ ຄາດວ່າສາເຫດເກີດຈາກຄວາມຜິດພາດຂອງມະນຸດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!