ໄຟໄໝ້ສາງນ້ຳມັນຢູ່ອິນໂດເນເຊຍ ເສຍຊີວິດແລ້ວ 17 ຄົນ ຄາດສາເຫດມາຈາກຟ້າຜ່າ

ໄຟໄໝ້ສາງນ້ຳມັນຢູ່ອິນໂດເນເຊຍ ເສຍຊີວິດແລ້ວ 17 ຄົນ ຄາດສາເຫດມາຈາກຟ້າຜ່າ - 717651 390334 800 auto jpg - ໄຟໄໝ້ສາງນ້ຳມັນຢູ່ອິນໂດເນເຊຍ ເສຍຊີວິດແລ້ວ 17 ຄົນ ຄາດສາເຫດມາຈາກຟ້າຜ່າ
ໄຟໄໝ້ສາງນ້ຳມັນຢູ່ອິນໂດເນເຊຍ ເສຍຊີວິດແລ້ວ 17 ຄົນ ຄາດສາເຫດມາຈາກຟ້າຜ່າ - kitchen vibe - ໄຟໄໝ້ສາງນ້ຳມັນຢູ່ອິນໂດເນເຊຍ ເສຍຊີວິດແລ້ວ 17 ຄົນ ຄາດສາເຫດມາຈາກຟ້າຜ່າ

ທາງການອິນໂດເນເຊຍລາຍງານວ່າ: ພົບຜູ້ເສຍຊີວິດແລ້ວຢ່າງໜ້ອຍ 17 ຄົນ ຫລັງເກີດເຫດໄຟໄໝ້ຢູ່ສະຖານີເກັບເຊື້ອໄຟທາງຕອນເໜືອຂອງນະຄອນຫລວງຈາກາຕາ ເຊິ່ງດຳເນີນການໂດຍບໍລິສັດນ້ຳມັນ Pertamina ລັດວິສາຫະກິດນ້ຳມັນ ແລະ ແກັສລາຍໃຫຍ່ຂອງລັດຖະບານອິນໂດເນເຊຍ.

ເຫດໄຟໄໝ້ເກີດຂຶ້ນນັບແຕ່ເວລາປະມານ 20:00 ໂມງ ຕາມເວລາທ້ອງຖິ່ນ ໂດຍເປວໄຟໄດ້ໄໝ້ລາມໄປຫາເຮືອນຫລາຍຫລັງທີ່ຢູ່ໃກ້ຄຽງ ແລະ ມີລາຍງານວ່າເກີດລະເບີດດັງຂຶ້ນຫລາຍຄັ້ງ ເຮັດໃຫ້ຊຸມຊົນທີ່ຢູ່ໃກ້ຄຽງ ເຊິ່ງມີປະຊາຊົນໜາແໜ້ນ ເກີດຄວາມແຕກຕື່ນ ແລະ ວຸ້ນວາຍ ຫລາຍຄົນຟ້າວເກັບເຄື່ອງເພື່ອໜີຕາຍອອກຈາກພື້ນທີ່. ຂະນະທີ່ທາງການໄດ້ທະຍອຍອົບພະຍົບປະຊາຊົນອອກໄປຈຸດທີ່ປອດໄພ.

ໄຟໄໝ້ສາງນ້ຳມັນຢູ່ອິນໂດເນເຊຍ ເສຍຊີວິດແລ້ວ 17 ຄົນ ຄາດສາເຫດມາຈາກຟ້າຜ່າ - Visit Laos Visit SALANA BOUTIQUE HOTEL - ໄຟໄໝ້ສາງນ້ຳມັນຢູ່ອິນໂດເນເຊຍ ເສຍຊີວິດແລ້ວ 17 ຄົນ ຄາດສາເຫດມາຈາກຟ້າຜ່າ
ໄຟໄໝ້ສາງນ້ຳມັນຢູ່ອິນໂດເນເຊຍ ເສຍຊີວິດແລ້ວ 17 ຄົນ ຄາດສາເຫດມາຈາກຟ້າຜ່າ - Visit Laos Visit SALANA BOUTIQUE HOTEL - ໄຟໄໝ້ສາງນ້ຳມັນຢູ່ອິນໂດເນເຊຍ ເສຍຊີວິດແລ້ວ 17 ຄົນ ຄາດສາເຫດມາຈາກຟ້າຜ່າ

ໃນຈຳນວນຜູ້ເສຍຊີວິດພົບວ່າມີເດັກນ້ອຍ 2 ຄົນລວມຢູ່ນຳ. ນອກຈາກນີ້ມີລາຍງານຜູ້ບາດເຈັບ 50 ກວ່າຄົນ ເຊິ່ງຖືກນຳສົ່ງໂຮງໝໍແລ້ວ ໂດຍຫລາຍຄົນມີບາດແຜຈາກການຖືກໄຟໄໝ້ຮຸນແຮງ. ຂະນະທີ່ເຈົ້າຄອງນະຄອນຫລວງຈາກາຕາຢືນຢັນວ່າ: ລັດຖະບານຈະຮັບຜິດຊອບຄ່າປິ່ນປົວທັງໝົດ.

ສ່ວນໂຄສົກບໍລິສັດ Pertamina ລະບຸວ່າ: ເຈົ້າໜ້າທີ່ມອດໄຟສາມາດຄວບຄຸມໄຟໄດ້ໄລຍະເວລາປະມານ 22:30 ໂມງ ໂດຍຈາກການສືບສວນເບື້ອງຕົ້ນ ພົບວ່າໄຟໄໝ້ເກີດຂຶ້ນຫລັງທໍ່ສົ່ງນ້ຳມັນຈຸດໜຶ່ງທີ່ແຕກໃນລະຫວ່າງຝົນຕົກໜັກ ເຊິ່ງເປັນໄປໄດ້ວ່າສາເຫດທີ່ເຮັດໃຫ້ໄຟໄໝ້ອາດເກີດຈາກຟ້າຜ່າ.

ອ້າງອີງ:

ໄຟໄໝ້ສາງນ້ຳມັນຢູ່ອິນໂດເນເຊຍ ເສຍຊີວິດແລ້ວ 17 ຄົນ ຄາດສາເຫດມາຈາກຟ້າຜ່າ - 3 - ໄຟໄໝ້ສາງນ້ຳມັນຢູ່ອິນໂດເນເຊຍ ເສຍຊີວິດແລ້ວ 17 ຄົນ ຄາດສາເຫດມາຈາກຟ້າຜ່າ
ໄຟໄໝ້ສາງນ້ຳມັນຢູ່ອິນໂດເນເຊຍ ເສຍຊີວິດແລ້ວ 17 ຄົນ ຄາດສາເຫດມາຈາກຟ້າຜ່າ - 4 - ໄຟໄໝ້ສາງນ້ຳມັນຢູ່ອິນໂດເນເຊຍ ເສຍຊີວິດແລ້ວ 17 ຄົນ ຄາດສາເຫດມາຈາກຟ້າຜ່າ
ໄຟໄໝ້ສາງນ້ຳມັນຢູ່ອິນໂດເນເຊຍ ເສຍຊີວິດແລ້ວ 17 ຄົນ ຄາດສາເຫດມາຈາກຟ້າຜ່າ - 5 - ໄຟໄໝ້ສາງນ້ຳມັນຢູ່ອິນໂດເນເຊຍ ເສຍຊີວິດແລ້ວ 17 ຄົນ ຄາດສາເຫດມາຈາກຟ້າຜ່າ