ເບຣນຟອດ ຕັ້ງຄ່າຕົວ ໂທນີ ມະຫາສານໃຫ້ພົ້ນທີມ ຫລັງນັກເຕະເຮັດຜິດ 262 ຄະດີ
March 5, 2023 - 10:04 PM

ພາຍຫລັງທີ່ ສະມາຄົມບານເຕະອັງ ຫລື FA ຕັ້ງຂໍ້ຫາ ອີວານ ໂທນີ ດາວຍິງຈອມຫຍຸ້ງ ຂອງເບຣນຟອດ ວ່າມີຄວາມຜິດຈາກຄະດີລົງພະນັກບານເຕະ ເຊິ່ງຜິດມາເຖິງ 262 ຂໍ້ຫາ ລົງພະນັກບານຕັ້ງແຕ່ປີ 2017-2021 ເຊິ່ງລາວໃຫ້ການສາລະພາບຍອມຮັບຂໍ້ກ່າວຫາດັ່ງກ່າວໃນຫລາຍໆຂໍ້ຫາ ແຕ່ກໍມີບາງຂໍ້ຫາທີ່ລາວຍັງສູ້ຄະດີຢູ່.
ເຊິ່ງຫລ້າສຸດ Daily mail ສື່ກິລາຊື່ດັງຂອງອັງກິດ ກໍລາຍງານວ່າ ຄະນະບໍລິຫານຂອງ ເບຣນຟອດ ກຽມແຜນການທີ່ຈະຫາຊ່ອງຂາຍ ອີວານ ໂທນີ ອອກຈາກທີມໃນລະດູການນີ້ ເຊິ່ງຕັ້ງລາຄາຂາຍໄວ້ສູງເຖິງ 50 ລ້ານປອນ ແນວໃດກໍຕາມມີການປະເມີນວ່າ ຈະບໍ່ສາມາດຂາຍໃນລາຄານີ້ໄດ້ ເນື່ອງຈາກລາຄາຕອນນີ້ທີ່ປະເມີນໃນຕະຫລອດຊື້ຂາຍຢູ່ພຽງ 45 ລ້ານປອນເທົ່ານັ້ນ ແລະ ຄາດວ່າລາຄາຈະຕົກລົງໄປເລື້ອຍໆຈາກເຫດການທີ່ຖືກຄະດີໃນຄັ້ງນີ້.