ນໍ້າຖ້ວມມາເລເຊຍ ເສຍຊີວິດແລ້ວ 4 ຄົນ ເລັ່ງອົບພະຍົບໜີນໍ້າ 40.000 ຄົນ

ນໍ້າຖ້ວມໃຫຍ່ຢູ່ມາເລເຊຍຂ້າຊີວິດປະຊາຊົນແລ້ວຢ່າງໜ້ອຍ 4 ຄົນ ແລະ ເຮັດໃຫ້ປະຊາຊົນອີກ 40.000 ກວ່າຄົນຕ້ອງອົບພະຍົບໜີນໍ້າ. ຂະນະທີ່ທາງການຍັງພະຍາຍາມເລັ່ງໃຫ້ການຊ່ວຍເຫລືອຜູ້ປະສົບໄພໃນຫລາຍພື້ນທີ່ຂອງປະເທດ.
ໃນບັນດາຜູ້ເສຍຊີວິດທີ່ເຈົ້າໜ້າທີ່ຂອງລັດຍະໂຮຢືນຢັນໃນວັນທີ 4 ມີນາ ເປັນຜູ້ຊາຍທີ່ຄ້າງຢູ່ໃນລົດທີ່ຖືກກະແສນໍ້າຖ້ວມສູງພັດພາອອກໄປ.
ມາເລເຊຍຕັ້ງຢູ່ໃນພື້ນທີ່ສ່ຽງຈະເກີດນໍ້າຖ້ວມຕາມລະດູການ ເຊັ່ນດຽວກັບປະເທດໃກ້ຄຽງໃນອາຊີຕາເວັນອອກສຽງໃຕ້ ລວມທັງສິງກະໂປທີ່ຜະເຊີນຝົນຕົກໜັກນັບແຕ່ເດືອນກຸມພາ.
ກ່ອນໜ້ານີ້, ມາເລເຊຍຫາກໍຜະເຊີນນໍ້າຖ້ວມໜັກທີ່ສຸດໃນຮອບຫລາຍທົດສະວັດໃນປີ 2021 ໂດຍນໍ້າຖ້ວມໃຫຍ່ໃນປີນັ້ນກະທົບເຖິງ 8 ລັດ, ມີຜູ້ເສຍຊີວິດ 54 ຄົນ ແລະ ຕ້ອງລະດົມກອງທັບມາໃຫ້ການຊ່ວຍເຫລືອປະຊາຊົນ.
ລະດູມໍລະສຸມປະຈໍາປີຂອງມາເລເຊຍເລີ່ມຕົ້ນຂຶ້ນໃນເດືອນພະຈິກ ແລະ ທາງການເລີ່ມອົບພະຍົບປະຊາຊົນອອກຈາກທີ່ພັກອາໄສນັບແຕ່ເດືອນທັນວາເປັນຢ່າງໜ້ອຍ.
ອ້າງອີງ: