ວິຖີຊີວິດຂອງຊາວບ້ານທ່ານາຂາມ

- 5235 - ວິຖີຊີວິດຂອງຊາວບ້ານທ່ານາຂາມ
- kitchen vibe - ວິຖີຊີວິດຂອງຊາວບ້ານທ່ານາຂາມ

ບ້ານທ່ານາຂາມ, ເມືອງ ສັງ ທອງ, ນະຄອນຫຼວງວຽງຈັນ ທີ່ ຕັ້ງຢູ່ເຂດທີ່ມີທໍາມະຊາດ ແລະ ປ່າໄມ້ອັນດົກໜາຂຽວງາມ ປົກຄຸມໄປທົ່ວທຸກບ່ອນ, ເຊິ່ງໃນ ສະໄໝຕໍ່ສູ້ກູ້ຊາດເຂດ ນີ້ເອີ້ນກັນ ວ່າ ປ່າດົງຂຽວເປັນບ່ອນຢູ່ອາໄສ ແລະ ເຮັດວຽກຂອງ ທະຫານອິດ ສະລະ, ເປັນເຂດທີ່ມີອາກາດ ປອດໂປ່ງສົດຊື່ນດີ, ມີຫ້ວຍນໍ້າ ໄຫຼຜ່ານມາຈາກພູກາໄຫຼຕົກ ໃສ່ແມ່ນໍ້າຕອນໄຫຼຄົດໂຄ້ງອ້ອມ ບ້ານທ່ານາຂາມອອກໃສ່ແມ່ ນໍ້າຂອງອັນອຸດົມສົມບູນໄປດ້ວຍ ປູປານາໆຊະນິດທີ່ອາໄສຢູ່ຕາມ ແມ່ນະທີແຫ່ງນີ້. ນອກຈາກນີ້ ແລ້ວເຂດບ້ານທ່ານາ ຂາມຍັງ ເປັນເຂດທີ່ມີດິນດໍານໍ້າຊຸ່ມເໝາະ ໃຫ້ແກ່ການປູກຝັງ-ລ້ຽງສັດ ແລະ ເອື້ອອຳນວຍໃຫ້ປະຊາຊົນ ເຂດ ດັ່ງກ່າວໄດ້ຫັນມາສູ່ການ ເຮັດນາປູກເຂົ້າ-ສາລີ, ເຮັດສວນ, ປູກໝາກຫຸ່ງ, ໝາກເຜັດໝາກ ເຂືອ , ໝາກເລັ່ນ, ກ້ວຍ, ເຜືອກ- ມັນ ແລະ ພືດຜັກຕ່າງໆ ພ້ອມ ລ້ຽງປາ, ລ້ຽງເປີດລ້ຽງໄກ່, ງົວ- ຄວາຍ ແລະ ອື່ນໆ ຈາກນັ້ນ, ຈຶ່ງ ເຮັດໃຫ້ດິນແດນປ່າດົງຂຽວ ແຫ່ງ ນີ້ກາຍມາເປັນສະໜາມຮົບ ແຫ່ງການຜະລິດກະສິກໍາ-ປູກ ຝັງລ້ຽງສັດ ແລະ ກາຍເປັນອູ່ເຂົ້າ ອູ່ນໍ້າ ແລະ ພືດພັນທັນຍາຫານ ຕ່າງໆດ້ວຍຢາດເຮື່ອແຮງງານ ຂອງປະຊາຊົນບ້ານທ່ານາຂາມນັ້ນເອງ.

 

- Visit Laos Visit SALANA BOUTIQUE HOTEL - ວິຖີຊີວິດຂອງຊາວບ້ານທ່ານາຂາມ

 

 

- 123 1 300x201 - ວິຖີຊີວິດຂອງຊາວບ້ານທ່ານາຂາມ

 

 

+ ເມືອງແປກເຜີຍແຜ່ນິຕິກຳດ້ານການສ້າງບ້ານພັດທະນາ ດ້ານແຮງງານ ແລະ ສະຫວັນດີການສັງຄົມ

+ ລ້ຽງປາຂາຍເປັນສິນຄ້າກາຍເປັນຄອບຄົວຕົວແບບ

+ ເຮັດເຂົ້າຕົ້ມຂາຍກໍມີລາຍໄດ້ດີ

 

ຕາມການບອກເລົ່າຂອງ ຊາວບ້ານດັ່ງກ່າວ ໃຫ້ຮູ້ວ່າ, ຕົນ ເອງມີທີ່ດິນປະມານ 8 ເຮັກຕາທີ່ ໄດ້ສືບທອດມູນມັງຈາກຜູ້ເປັນພໍ່ ເປັນແມ່ມາແຕ່ສະໄໝກ່ອນ ຈຶ່ງ ໄດ້ຕັດສິນໃຈ ໄປກູ້ຢືມເງິນຈາກ ທະນາຄານເພື່ອມາລົງທຶນເຮັດ ການຜະລິດປູກເຂົ້າ-ສາລີ, ປູກ ພືດຜັກ-ໝາກໄມ້, ຂຸດໜອງ ລ້ຽງປາ ລ້ຽງສັດປີກ, ແບ້ ແລະ ງົວ ໂດຍແມ່ນຕົນເອງເປັນຜູ້ລິ ເລີ່ມກ່ອນໝູ່. ມາຮອດປັດຈຸບັນ ນີ້ແມ່ນໄດ້ມີຫຼາຍຄອບຄົວແລ້ວ ທີ່ໄດ້ພາກັນອອກມາປຸກຖຽງ ໃສ່ ດິນນາຕົນເອງເພື່ອເຮັດການ ຜະລິດກະສິກໍາປູກຝັງ- ລ້ຽງສັດ ແບບປະສົມປະສານ ເຮັດໃຫ້ດິນ ແດນ ທີ່ເປັນປ່າດົງຮົກເຮື້ອເມື່ອ ກ່ອນກາຍເປັນທົ່ງນາອັນກວ້າງໃຫຍ່ສຸດຊົ່ວສາຍຕາທີ່ເຕັມໄປ ດ້ວຍພືດພັນທັນຍາຫານນາໆ ຊະນິດຂຽວງາມເຕັມທົ່ວທ້ອງ ທົ່ງນາ. ປັດຈຸບັນບ້ານທ່ານາ ຂາມກໍຄືຫລາຍ ບ້ານອື່ນໆ ໃນ ເມືອງສັງທອງລ້ວນແຕ່ໄດ້ຮັບ ການພັດທະນາໄປຢ່າງກວ້າງ ໄກ, ມີຖະໜົນຫົນທາງໄປ-ມາ ຫາສູ່ກັນຢ່າງສະດວກສະບາຍ, ປະຊາຊົນໄດ້ຊົມໃຊ້ໄຟຟ້າ-ນໍ້າ ປາປາຢ່າງທົ່ວເຖິງ, ປຸກສ້າງ ເຮືອນຢູ່ອາໄສຢ່າງແໜ້ນໜາ ຖາວອນ ເປັນຂອງຕົນເອງ, ມີ ໂຮງຮຽນໄວ້ໃຫ້ລູກຫຼານໄດ້ເຂົ້າ ສຶກສາຮໍ່າຮຽນ, ມີໂຮງໝໍໄວ້ ຄອຍບໍລິການ ເບິ່ງແຍງດູແລ ແລະ ຮັກສາສຸຂະພາບຂອງປະ ຊາຊົນຢ່າງເປັນປົກກະຕິ, ມີຕຶກ ຮ້ານ ແລະ ອາຄານເກີດຂຶ້ນຫຼາຍ ບ່ອນ ແລະ ສິ່ງສຳຄັນແມ່ນໄດ້ ຊ່ວຍໃຫ້ປະຊາຊົນເຂດບ້ານນີ້ ຫຼາຍຄອບຄົວໄດ້ຫຼຸດພົ້ນອອກ ຈາກຄວາມທຸກຍາກ ແລະ ພັດ ທະນາຄອບຄົວຕົນເອງກ້າວ ໄປ ສູ່ຄວາມອຸດົມຮັ່ງມີ ແລະ ສິ່ງ ນີ້ໄດ້ເປັນເງື່ອນໄຂໃຫ້ເກີດມີ ນັກທຸລະກິດ ແລະ ຊາວຄ້າຂາຍ ຫຼາຍຂຶ້ນ, ໄດ້ສ້າງຕັ້ງບໍລິສັດ ເຮັດທຸລະກິດເປັນ ຂອງຕົນເອງ, ມີວັດວາອາຮາມ ປູສະນິຍະສະ ຖານສະຖານທີ່ບັນເທີງຮ້ານ ອາຫານ, ເຮືອນພັກ ແລະ ສະ ຖານທີ່ພັກຜ່ອນຢ່ອນໃຈຢູ່ຫຼາຍ ບ່ອນເໝາະສໍາລັບນັກທ່ອງທ່ຽວ ທຸກຄົນທີ່ມາທ່ຽວຊົມ.

 

 

- gyuj 300x169 - ວິຖີຊີວິດຂອງຊາວບ້ານທ່ານາຂາມ

 

ປະຊາຊົນບ້ານ ທ່ານາຂາມ ໄດ້ຮັບການຊຸກຍູ້-ສົ່ງເສີມທຶນ ຮອນຈໍານວນໜຶ່ງຈາກທະນາ ຄານສົ່ງເສີມກະສິກໍາເຂົ້າໃນ ວຽກງານປູກຝັງ-ລ້ຽງສັດດ້ວຍການນໍາໃຊ້ທ່າແຮງທາງດ້ານ ເຕັກນິກວິທະຍາສາດທີ່ທັນສະ ໄໝ ຫັນເອົາການພັດພັດທະນາ ຢ່າງຮອບດ້ານລົງສູ່ຮາກຖານ ຊົນນະບົດເພື່ອສ້າງພື້ນຖານໂຄງ ລ່າງ, ສ້າງເງື່ອນໄຂອັນສະດວກ ສະບາຍ ແລະ ສາມາດຍົກສູງ ລະດັບຊີວິດການເປັນຢູ່ຂອງປະຊາຊົນພັດທະນາຄອບຄົວຂອງ ຕົນຫຼຸດພົ້ນຈາກຄວາມທຸກຍາກ ເທື່ອລະກ້າວ.

 

- 852 300x201 - ວິຖີຊີວິດຂອງຊາວບ້ານທ່ານາຂາມ

ນອກຈາກນັ້ນແລ້ວ, ທ່ານ ຍັງສາມາດທ່ຽວຊົມທິວທັດ ທໍາມະຊາດທີ່ຖືກອ້ອມຮອບໄປ ດ້ວຍສາຍພູຫຼວງທີ່ສູງຊັນ ແລະ ປ່າໄມ້ ອັນດົກໜາຂຽວງາມ ອາກາດປອດໂປ່ງສົດໃສໄປກັບ ຄວາມງາມຂອງທໍາມະຊາດ.

 

 

- 159 300x201 - ວິຖີຊີວິດຂອງຊາວບ້ານທ່ານາຂາມ

- IMG 3508 1024x575 - ວິຖີຊີວິດຂອງຊາວບ້ານທ່ານາຂາມ

- IMG 3533 1024x683 - ວິຖີຊີວິດຂອງຊາວບ້ານທ່ານາຂາມ

 

 

 

- 5 - ວິຖີຊີວິດຂອງຊາວບ້ານທ່ານາຂາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!