ຫວນຄືນມູນເຊື້ອວັນສ້າງຕັ້ງແຂວງບໍລິຄຳໄຊ ຄົບຮອບ 39 ປີ
March 8, 2023 - 10:11 AM


ພິທີປາຖະກະຖາວັນສ້າງຕັ້ງແຂວງບໍລິຄຳໄຊ ຄົບຮອບ 39 ປີ ( 6 ມີນາ 1984 – 6 ມີນາ 2023 ) ໄດ້ຈັດຂຶ້ນ ໃນວັນທີ 6 ມີນາ 2023 ຢູ່ສະໂມສອນໃຫຍ່ຂອງແຂວງ ປາຖະກະຖາໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ ປກສ-ປກຊ ແລະ ພະນັກງານຈາກພະແນການເຂົ້າຮ່ວມ.
ທ່ານ ເຈົ້າແຂວງ ໄດ້ກ່າວເລົ່າຄືນມູນເຊື້ອວັນສ້າງຕັ້ງແຂວງ ຊຶ່ງໃນທ້າຍສະຕະວັດທີ 19 ຈັກກະພັດລ່າເມືອງຂຶ້ນຝຣັ່ງ ໄດ້ເຂົ້າມາຮຸກຮານປົກຄອງ ແລະ ປຸ້ນສະດົມປະເທດເຮົາ ເລີ່ມແຕ່ເວລານັ້ນມາ ປະຊາຊົນລາວ ຢູ່ທຸກຫົນແຫ່ງຂອງປະເທດ ໄດ້ລຸກຂຶ້ນຕໍ່ສູ້ຢ່າງເນື່ອງນິດລຽນຕິດ ຕໍ່ໜ້າສະພາບການດັ່ງກ່າວ ພັກກອມມູນິດອິນດູຈີນ ໄດ້ວາງຍຸດທະສາດຫັນທິດການຕໍ່ສູ້, ເດືອນ ຕຸລາ 1946 ໄດ້ມີກອງປະຊຸມຄະນະຕໍ່ຕ້ານເຂດຕາເວັນອອກທີ່ເມືອງວີງ ສສ ຫວຽດນາມ ແລະ ໄດ້ຕົກລົງແຕ່ງຕັ້ງ ຄະນະກຳມະການຕາເວັນອອກຂອງປະເທດລາວ ພ້ອມເປັນເອກະສັນກັນເລືອກຕັ້ງຄະນະຊີ້ນຳລວມ 5 ສະຫາຍ ໂດຍມີສະຫາຍ ໜູຮັກ ພູມສະຫວັນ ເປັນຫົວໜ້າ, ນັບແຕ່ນັ້ນມາ ແສງສະຫວ່າງຂອງການປະຕິວັດ ໄດ້ແຜ່ລັດສະໝີ ເຂົ້າມາເຂດຕາເວັນອອກເມືອງຄຳເກີດ ໂດຍສະເພາະເຂດເມືອງຈຳ ເຊິ່ງເປັນຈຸດກຳເນີດຂອງການປະຕິວັດຂອງແຂວງບໍລິຄຳໄຊ.
ພະນັກງານຫຼັກແຫຼ່ງນຳພາເຄື່ອນໄຫວເວລານັ້ນ ປະກອບດ້ວຍ ທ່ານ ສີສົມພອນ ລໍວັນໄຊ, ທ່ານ ຄຳອ່ອນ ໄຊສົມບັດ, ທ່ານ ຄຳເພັດ ໄຊວິຊາ, ທ່ານ ເຄນບຸນ ໄຊຍະທິຈັກ ແລະ ຜູ້ອຶ່ນໆຈຳນວນໜຶ່ງ. ມາຮອດປີ 1954 ໄດ້ສົມທົບກັບກອງທະຫານອາສາສະໝັກຫວຽດນາມປົດປ່ອຍນາແປ, ຫຼັກ 20, ຄຳເກີດ, ຫີນບູນ ແລະ ບ່ອນອຶ່ນໆ, ຕົ້ນປີ 1963 ສັດຕູໄດ້ທຳການບຽດຢຶດເອົາເຂດແນວຫຼັງຂອງພວກເຮົາ ບໍລິເວນພູສູງຜາເມືອງນ້ອຍ ແລ້ວຢຶດຕັ້ງຢູ່ສາມສອກ, ປີ 1964 ຈັກກະພັດອາເມລິກາ ໄດ້ຂະຫຍາຍສົງຄາມຂຶ້ນສູ່ລະດັບສູງ ພວກເຮົາຖືກທຳລາຍທັງຊີວິດ, ຊັບສິນ ແລະ ສັດສາວາສິ່ງ ຢ່າງຮ້າຍແຮງ, ເດືອນຕຸລາ 1968 ສູນກາງພັກໄດ້ຍົກຖານະສະຫະເມືອງເກົ້າສິບ ຂຶ້ນເປັນແຂວງບໍລິຄຳໄຊ ຊຶ່ງມີຄວາມໝາຍ: ບໍລິ ໝາຍເຖິງເມືອງບໍລິຄັນ, ຄຳ ໝາຍເຖິງເມືອງຄຳເກີດ ແລະ ໄຊ ໝາຍເຖິງໄຊຊະນະ. ນັບແຕ່ມື້ນັ້ນເປັນຕົ້ນມາ ຊື່ສຽງຮຽງນາມຂອງແຂວງ ກໍໄດ້ປະກອບສ່ວນໃນພາລະກິດຂະບວນການປະຕິວັດ ແລະ ປະຫວັດສາດຂອງລາວ ຄະນະພັກແຂວງບໍລິຄຳໄຊຄັ້ງນີ້ ປະກອບມີ 14 ທ່ານ ໄດ້ນຳພາຂະບວນຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນ, ວັນທີ 23 ສິງຫາ 1975 ພວກເຮົາໄດ້ຢຶດອຳນາດທົ່ວປະເທດຢ່າງສຳເລັດຜົນ ແລະ ມາໃນວັນທີ 2 ທັນວາ 1975 ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໄດ້ປະກາດເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ມາຮອດເດືອນເມສາ 1976 ແຂວງບໍລິຄຳໄຊ ໄດ້ຖືກຍຸບເມືອງຄຳເກີດ ແລະ ຫີນບູນ ໃຫ້ຂຶ້ນກັບແຂວງຄຳມ່ວນ, ສ່ວນເມືອງປາກເຈົ້າ, ເມືອງປາກຊັນ, ບໍລິຄັນ ແລະ ທ່າໂພນສັນ ຖືກໂຮມເຂົ້າກັນເປັນເມືອງໜຶ່ງ ເອີ້ນວ່າເມືອງປາກຊັນ ໄປຂຶ້ນກັບແຂວງວຽງຈັນ, ແຕ່ດ້ວຍຄວາມເປັນຫ່ວງເປັນໄຍຂອງສູນກາງພັກ ເພື່ອເຮັດໃຫ້ການຊີ້ນຳ-ນຳພາ ມີຄວາມສະດວກ ຕອບສະໜອງຮອງຮັບ 2 ໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກົມການເມືອງສູນກາງພັກໄດ້ມີມະຕິ ເລກທີ 03/ກມສພ, ລົງວັນທີ 6 ມີນາ 1984 ວ່າດ້ວຍການສ້າງຕັ້ງແຂວງບໍລິຄຳໄຊ ຊຶ່ງລົງນາມໂດຍທ່ານ ໄກສອນ ພົມວິຫານ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ພ້ອມທັງແຕ່ງຕັ້ງຄະນະຮັບຜິດຊອບ ຊີ້ນຳແຂວງບໍລິຄຳໄຊ ໂດຍສະຫາຍ ບູນທອນ ລໍໄຊປັນຍາ ແລະ ມີຄະນະຈຳນວນໜຶ່ງ, ເລີ່ມແຕ່ນັ້ນເປັນຕົ້ນມາ ຄະນະນຳຂອງແຂວງກໍ່ໄດ້ອອກແຮງເຄື່ອນໄຫວຊີ້ນຳ-ນຳພາໃນທຸກຂົງເຂດວຽກງານ ການພັດທະນາຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເປັນກ້າວໆ.
ຕະຫຼອດໄລຍະ 39 ປີຜ່ານມາ ແຂວງບໍລິຄໍາໄຊ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ-ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນ, ປະຊາຊົນບັນດາເຜົ່າໄດ້ພ້ອມພຽງສາມັກຄີກັນພາຍໃຕ້ການນໍາພາຂອງພັກ, ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຕໍ່ເນື່ອງ, ຕາໜ່າງສາທາລະນະສຸກໄດ້ປົກຄຸມ 100% ໃນທົ່ວແຂວງ, ການພັດທະນາພື້ນຖານໂຄງລ່າງ ກໍມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ຄື: ລະບົບຄົມມະນາຄົມ, ໂທລະຄົມມະນາຄົມ ແລະ ການນຳໃຊ້ໄຟຟ້າ ກໍໄດ້ເຂົ້າເຖີງພໍ່ແມ່ປະຊາຊົນຢ່າງທົ່ວເຖີງ, ສຸມໃສ່ການພັດທະນາຊົນນະບົດ, ສົ່ງເສີມທຸກພາກສ່ວນເສດຖະກິດ ໃຫ້ມີສ່ວນຮ່ວມໃນການພັດທະນາ.

ພາບຂ່າວ: ປະຊາຊົນ