ເປີດບົດລົງໂທດຂອງຢູຟາ ທີ່ບາເຊໂລນາຈະຖືກ ຖ້າຜິດຂໍ້ຫາໃຫ້ສິນບົນກຳມະການ




ເປີດບົດລົງໂທດຂອງສະຫະພັນບານເຕະນາໆຊາດ ຫລື ຢູຟາ ທີ່ບາເຊໂລນາ ທີມດັງແຫ່ງ ລາລີກາ ສະເປນ ພາຍໃຕ້ການນຳທີມຂອງ ຊາບີ ເອີນານເດດ ຜູ້ຈັດການທີມຊາວສະເປນ ຈະຖືກລົງໂທດ ຫາກທ້າຍທີ່ສຸດແລ້ວ ພວກເຂົາຖືກຕັດສິນວ່າມີຄວາມຜິດໃນຂໍ້ຫາຕິດສິນບົນກຳມະການ.
ເປັນທີ່ເຂົ້າໃຈກັນວ່າ ຍອດທີມແຫ່ງຄຳນູ ຖືກທາງໄອຍະການແຫ່ງເມືອງບາເຊໂລນາ ຍື່ນຟ້ອງສະໂມສອນ ເຊ່ິງຍັງລວມໄປເຖິງ ໂຈເຊບ ບາໂຕເມວ ແລະ ຊານໂດຣ ໂຣເຊລ 2 ອະດີດປະທານສະໂມສອນ ທີ່ຖືກລວມໄວ້ດ້ວຍກັບໄລຍະເວລາທີ່ເຫດດັ່ງກ່າວຕໍ່ສານ ໂດຍມີຄວາມຜິດໃນເລື່ອງຂອງການຕິດສິນບົນ, ໃຫ້ຂໍ້ມູນທີ່ບໍ່ມີມູນຄວາມຈິງ, ລະເມີດຂໍ້ຕົກລົງ.
ປະທານຂອງ ລາລີກາ ຢ່າງ ຊາເບຍ ເດບາສ ລະບຸວ່າບານເຕະຂອງສະເປນ ຈະບໍ່ສາມາດລົງໂທດ ທີມແຊ໊ມ ລາລີກາ ສະເປນ 26 ສະໄຫມໄດ້ ເນື່ອງຈາກເຫດການດັ່ງກ່າວທີ່ຖືກຟ້ອງຕໍ່ສານນັ້ນມີໄລຍະເວລາເກີນ 3 ປີ ແຕ່ ຢູຟາ ເບິ່ງໄປໃນທິດທາງກົງກັນຂ້າມທີ່ເບິ່ງວ່າຖ້າມີຄວາມຜິດແທ້ ພວກເຂົາຈະລົງໂທດດ້ວຍການບໍ່ໃຫ້ລົງຫລິ້ນບານເຕະ ຢູຟາ ແຊ໊ມປຽນລີກ, ຢູຟາ ຢູໂຣປາລີກ, ຢູຟາ ຢູໂຣປາ ຄອນເຟີເຣນລີກ.