ລາວ-ກຳປູເຈຍ ຈະຮ່ວມມືວຽກງານທ່ອງທ່ຽວໃຫ້ຈະຂະຫຍາຍຕົວ ແລະ ຟື້ນຄືນມາຫັລງຈາກການລະບາດໂຄວິດ-19

ລາວ-ກຳປູເຈຍ ຈະຮ່ວມມືວຽກງານທ່ອງທ່ຽວໃຫ້ຈະຂະຫຍາຍຕົວ ແລະ ຟື້ນຄືນມາຫັລງຈາກການລະບາດໂຄວິດ-19 - IMG 63 - ລາວ-ກຳປູເຈຍ ຈະຮ່ວມມືວຽກງານທ່ອງທ່ຽວໃຫ້ຈະຂະຫຍາຍຕົວ ແລະ ຟື້ນຄືນມາຫັລງຈາກການລະບາດໂຄວິດ-19
ລາວ-ກຳປູເຈຍ ຈະຮ່ວມມືວຽກງານທ່ອງທ່ຽວໃຫ້ຈະຂະຫຍາຍຕົວ ແລະ ຟື້ນຄືນມາຫັລງຈາກການລະບາດໂຄວິດ-19 - kitchen vibe - ລາວ-ກຳປູເຈຍ ຈະຮ່ວມມືວຽກງານທ່ອງທ່ຽວໃຫ້ຈະຂະຫຍາຍຕົວ ແລະ ຟື້ນຄືນມາຫັລງຈາກການລະບາດໂຄວິດ-19

ວັນທີ 13 ມີນາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ທອງ ຄົນ ລັດຖະມົນຕີກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ລະຫວ່າງວັນທີ 13-15 ມີນາ 2023.

ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວຂອງທ່ານ ທອງ ຄົນ ແລະ ຄະນະໃນຄັ້ງນີ້ບໍ່ພຽງແຕ່ເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບສອງກະຊວງທີ່ມີຢູ່ແລ້ວ ຍັງເປັນການປະກອບສ່ວນທີ່ສຳຄັນຍິ່ງເຂົ້າໃນການເພີ່ມພູນຄູນສ້າງມິດຕະພາບ ແລະ ຄວາມສາມັກຄີລະຫວ່າງ ປະຊາຊົນສອງຊາດ ກໍຄື ພັກ-ລັດຖະບານສອງປະເທດ ທ່ານຮອງນາຍົກລັດຖະມົນຕີມີຄວາມເຊື່ອໜັ້ນວ່າ:ພາຍໃຕ້ການນຳພາຂອງນາຍົກລັດຖະມົນຕີຂອງສອງປະເທດ ກໍຄືການຊີ້ນຳ ນຳພາຕົວຈິງຂອງລັດຖະມົນຕີສອງປະເທດ ວຽກງານທ່ອງທ່ຽວຂອງສອງປະເທດພວກເຮົາຈະຂະຫຍາຍຕົວ ແລະ ຟື້ນຄືນມາພາຍຫັລງການລະບາດຂອງພະຍາດໂຄວິດ-19.

ໂອກາດນີ້, ທ່ານ ລັດຖະມົນຕີກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກຳປູເຈຍ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງນາຍົກລັດຖະມົນຕີ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ແຈ້ງຈຸດປະສົງ ຂອງການມາຢ້ຽມຢ້າມລາວຄັ້ງນີ້ ໃນທ່ານຮອງນາຍົກລັດຖະມົນຕີໄດ້ຊາບ ແລະ ເຊິ່ງປີນີ້ ຄົບຮອບ 66 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ ແລະ ກໍາປູເຈຍ ເຊິ່ງລັດຖະບານຂອງສອງປະເທດໄດ້ຊຸກຍູ້ໃຫ້ມີການເຄື່ອນໄຫວກິດຈະກຳຕ່າງໆໃຫ້ດີຂຶ້ນ ລວມທັງວຽກງານການທ່ອງທ່ຽວລະຫວ່າງສອງປະເທດ.

 

ລາວ-ກຳປູເຈຍ ຈະຮ່ວມມືວຽກງານທ່ອງທ່ຽວໃຫ້ຈະຂະຫຍາຍຕົວ ແລະ ຟື້ນຄືນມາຫັລງຈາກການລະບາດໂຄວິດ-19 - 4 - ລາວ-ກຳປູເຈຍ ຈະຮ່ວມມືວຽກງານທ່ອງທ່ຽວໃຫ້ຈະຂະຫຍາຍຕົວ ແລະ ຟື້ນຄືນມາຫັລງຈາກການລະບາດໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!