ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2

- 58461980 1018326341704479 7089833348800970752 n - ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2
- kitchen vibe - ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປ ຈີນ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດລາວ ໄດ້ຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2 ທີ່ ສປ ຈີນ ແຕ່ວັນທີ 25 ເມສາ-1 ພຶດສະພານີ້.

  ໃນຕອນແລງຂອງວັນທີ 25 ເມສາ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ລີ ເຄີ້ສຽງ ຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນ ນາຍົກລັດຖະມົນຕີແຫ່ງ ສປ ຈີນ ທີ່ນະຄອນຫລວງປັກກິ່ງ, ໃນໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ສອງຝ່າຍບົນພື້ນຖານຄູ່ຮ່ວມຍຸດທະສາດຮອບດ້ານຕາມທິດ 4 ດີ ທີ່ນັບມື້ມີການຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ກ້າວຂຶ້ນສູ່ລະດັບສູງອັນໃໝ່, ພ້ອມທັງໄດ້ຕີລາຄາສູງຕໍ່ການເປັນເຈົ້າພາບຈັດກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2 ແລະ ໄດ້ຢືນຢັນຄືນເຖິງຄວາມສໍາຄັນໃນການຫັນເອົາຍຸດທະສາດ “ຫັນປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ” ຂອງລາວເຊື່ອມຈອດເຂົ້າກັບຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”ຂອງ ສປ ຈີນ, ໄດ້ຕີລາຄາສູງຕໍ່ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ທີ່ເປັນໂຄງການທໍາອິດໃນແຜນງານຂໍ້ລິເລີ່ມດັ່ງກ່າວລະຫວ່າງສອງປະເທດ, ພ້ອມທັງສະແດງຄວາມຫວັງວ່າຝ່າຍຈີນຈະສືບຕໍ່ອໍານວຍຄວາມສະດວກໃຫ້ແກ່ການສົ່ງອອກຜະລິດຕະພັນກະສິກໍາຂອງລາວເຂົ້າມາຈີນ ເພື່ອຍົກສູງບໍລິມາດການແລກປ່ຽນສິນຄ້າລະຫວ່າງສອງປະເທດ.

- Visit Laos Visit SALANA BOUTIQUE HOTEL - ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2
- Visit Laos Visit SALANA BOUTIQUE HOTEL - ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2

  ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອແກ່ພັກ, ລັດຖະບານ ແລະ ປະຊາຊົນລາວ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງລາວ ມາໂດຍຕະຫລອດ ແລະ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມຂອງ ສປ ຈີນ ກໍຄືຜົນສຳເລັດອັນໃຫຍ່ຫລວງຮອບດ້ານໃນພາລະກິດການເປີດປະຕູສູ່ພາຍນອກຂອງ ສປ ຈີນ ຕະຫລອດເວລາ 40 ກວ່າປີທີ່ຜ່ານມາ, ພ້ອມທັງເຊື່ອໝັ້ນວ່າພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງສູນກາງພັກກອມມູນິດຈີນທີ່ມີສະຫາຍ ສີ ຈິ້ນຜິງ ເປັນແກນກາງນັ້ນ ປະຊາຊົນຈີນອ້າຍນ້ອງຈະປະສົບຜົນສຳເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າໃນການສ້າງສາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ແລະ ສືບຕໍ່ບັນລຸເປົ້າໝາຍສູ້ຊົນ “100 ປີສອງເຫດການ” ທີ່ກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນວາງອອກ.

  ໃນໂອກາດນີ້, ສະຫາຍ ລີ ເຄີ້ສຽງ ໄດ້ສະແດງຄວາມຍິນດີຕ້ອນຮັບສະຫາຍ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນຂັ້ນສູງພັກ-ລັດລາວຢ້ຽມຢາມລັດຖະກິດຢູ່ ສປ ຈີນ ແລະ ເຂົ້າຮ່ວມກອງປະຊຸມເວທີປາໄສການຮ່ວມມືລະດັບສູງ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາວ່າສອງປະເທດຈີນ-ລາວ ມີການພົວພັນທີ່ສະໜິດແໜ້ນ, ມີທ່າແຮງການຮ່ວມມືທີ່ດີ ແລະ ມີໝາກຜົນການຮ່ວມມືທີ່ເປັນຮູບປະທຳຕົວຈິງນັບມື້ຫລາຍຂຶ້ນ, ຝ່າຍຈີນຍິນດີສືບຕໍ່ຮ່ວມກັບຝ່າຍລາວ ເພີ່ມທະວີການພົວພັນໄປມາຫາສູ່ກັນລະຫວ່າງການນໍາຂັ້ນສູງຂອງສອງພັກ, ສອງລັດ, ສືບຕໍ່ເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ, ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ, ຊຸກຍູ້ການກໍ່ສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ຝ່າຍຈີນຍິນດີຮ່ວມກັບຝ່າຍລາວຈັດຕັ້ງປະຕິບັດການເຊື່ອມໂຍງລະຫວ່າງຂໍ້ລິເລິ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຈີນກັບຍຸດທະສາດການພັດທະນາຂອງລາວ, ພ້ອມກັນຈັດຕັ້ງປະຕິບັດການຮ່ວມມືແລວທາງເສດຖະກິດລາວ-ຈີນ, ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໃຫ້ມີຄວາມຄືບໜ້າອັນໃໝ່, ຂະຫຍາຍບໍລິມາດການນໍາເຂົ້າຜະລິດຕະພັນກະສິກໍາທີ່ມີຄຸນນະພາບສູງຂອງລາວເຂົ້າມາຈີນ. ຝ່າຍຈີນ ຍິນດີສືບຕໍ່ປະສານສົມທົບຢ່າງໃກ້ຊິດກັບຝ່າຍລາວ ຖືເອົາການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ກາຍເປັນເວທີສໍາຄັນໃນການຮ່ວມມືໃນພາກພື້ນ.

- 3 - ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2
- 5 - ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2
- 4 - ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2