ອາກຊັງຕິນຜະເຊີນສະພາບເງິນເຟີ້ສູງເຖິງ 100% ຄັ້ງທໍາອິດໃນຮອບ 32 ປີ

ອາກຊັງຕິນຜະເຊີນສະພາບເງິນເຟີ້ສູງເຖິງ 100% ຄັ້ງທໍາອິດໃນຮອບ 32 ປີ - kitchen vibe - ອາກຊັງຕິນຜະເຊີນສະພາບເງິນເຟີ້ສູງເຖິງ 100% ຄັ້ງທໍາອິດໃນຮອບ 32 ປີ

ອັດຕາເງິນເຟີ້ໃນຮອບ 12 ເດືອນຫລ້າສຸດຂອງອາກຊັງຕິນ ສູງເປັນສະຖິຕິນັບແຕ່ປີ 1991 ດ້ວຍສະຖິຕິ 102,5%.

ວັນທີ 15 ມີນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສໍານັກງານສະຖິຕິແຫ່ງຊາດຂອງອາກຊັງຕິນລາຍງານອັດຕາເງິນເຟີ້ໃນຮອບ 12 ເດືອນຫລ້າສຸດ ຈົນຮອດເດືອນກຸມພາຜ່ານມາ ມີ 102,5% ເປັນສະຖິຕິສູງທີ່ສຸດນັບແຕ່ປີ 1991 ໂດຍເປັນຜົນມາຈາກດັດຊະນີລາຄາຜູ້ບໍລິໂພກ (CPI) ເຊິ່ງເພີ່ມຂຶ້ນ 6,6% ສະເພາະເດືອນກຸມພາຜ່ານມາ.

ອາກຊັງຕິນຜະເຊີນສະພາບເງິນເຟີ້ສູງເຖິງ 100% ຄັ້ງທໍາອິດໃນຮອບ 32 ປີ - Visit Laos Visit SALANA BOUTIQUE HOTEL - ອາກຊັງຕິນຜະເຊີນສະພາບເງິນເຟີ້ສູງເຖິງ 100% ຄັ້ງທໍາອິດໃນຮອບ 32 ປີ
ອາກຊັງຕິນຜະເຊີນສະພາບເງິນເຟີ້ສູງເຖິງ 100% ຄັ້ງທໍາອິດໃນຮອບ 32 ປີ - Visit Laos Visit SALANA BOUTIQUE HOTEL - ອາກຊັງຕິນຜະເຊີນສະພາບເງິນເຟີ້ສູງເຖິງ 100% ຄັ້ງທໍາອິດໃນຮອບ 32 ປີ

ເຖິງວ່າອາກຊັງຕິນ ເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບສອງໃນອາເມລິກາລາຕິນ ຮອງຈາກເບຣຊິນ. ເຖິງຢ່າງໃດກໍຕາມ, ເສດຖະກິດຂອງປະເທດສັ່ນຄອນ ແລະ ໄຮ້ສະຖຽນລະພາບຢ່າງໜັກ ເນື່ອງຈາກວິກິດໜີ້ສາທາລະນະໃນປີ 1980 ເຊິ່ງເຮັດໃຫ້ອາກຊັງຕິນຜະເຊີນສະພາບເງິນເຟີ້ເພີ່ມຂຶ້ນຫລາຍກວ່າ 3.000% ໃນປີ 1989 ຍັງສົ່ງຜົນກະທົບຕໍ່ເນື່ອງຈົນຮອດປັດຈຸບັນ ໂດຍລັດຖະບານບັນລຸຂໍ້ຕົກລົງກັບກອງທຶນການເງິນສາກົນ (IMF) ໃນປີ 2022 ໃນການຂໍຮັບເງິນສິນເຊື່ອ 44.000 ລ້ານໂດລາສະຫະລັດ.

ຂໍ້ຕົກລົງດັ່ງກ່າວເປັນການແທນທີ່ຂໍ້ຕົກລົງເກົ່າ ໃນປີ 2018 ເຊິ່ງມີມູນຄ່າ 57.000 ລ້ານໂດລາສະຫະລັດ ເນື່ອງຈາກອາກຊັງຕິນຍອມຮັບວ່າ: ຄວາມຮຸນແຮງຂອງສະພາບເງິນເຟີ້ສົ່ງຜົນກະທົບຕໍ່ຄວາມລາບລື່ນຂອງການຊໍາລະໜີ້.

ອາກຊັງຕິນຜະເຊີນສະພາບເງິນເຟີ້ສູງເຖິງ 100% ຄັ້ງທໍາອິດໃນຮອບ 32 ປີ - 4 - ອາກຊັງຕິນຜະເຊີນສະພາບເງິນເຟີ້ສູງເຖິງ 100% ຄັ້ງທໍາອິດໃນຮອບ 32 ປີ
ອາກຊັງຕິນຜະເຊີນສະພາບເງິນເຟີ້ສູງເຖິງ 100% ຄັ້ງທໍາອິດໃນຮອບ 32 ປີ - 5 - ອາກຊັງຕິນຜະເຊີນສະພາບເງິນເຟີ້ສູງເຖິງ 100% ຄັ້ງທໍາອິດໃນຮອບ 32 ປີ
ອາກຊັງຕິນຜະເຊີນສະພາບເງິນເຟີ້ສູງເຖິງ 100% ຄັ້ງທໍາອິດໃນຮອບ 32 ປີ - 3 - ອາກຊັງຕິນຜະເຊີນສະພາບເງິນເຟີ້ສູງເຖິງ 100% ຄັ້ງທໍາອິດໃນຮອບ 32 ປີ