ລັດຖະບານ ໄຂກອງປະຊຸມວິສາມັນ ເພື່ອຄົ້ນຄວ້າ, ປຶກສາຫາລື ຮ່າງກົດໝາຍ 9 ສະບັບທີ່ສະພາຮັບຮອງໃຫ້ບັນລຸຕາມຄາດໝາຍ

ລັດຖະບານ ໄຂກອງປະຊຸມວິສາມັນ ເພື່ອຄົ້ນຄວ້າ, ປຶກສາຫາລື ຮ່າງກົດໝາຍ 9 ສະບັບທີ່ສະພາຮັບຮອງໃຫ້ບັນລຸຕາມຄາດໝາຍ - IMG 552 - ລັດຖະບານ ໄຂກອງປະຊຸມວິສາມັນ ເພື່ອຄົ້ນຄວ້າ, ປຶກສາຫາລື ຮ່າງກົດໝາຍ 9 ສະບັບທີ່ສະພາຮັບຮອງໃຫ້ບັນລຸຕາມຄາດໝາຍ
ລັດຖະບານ ໄຂກອງປະຊຸມວິສາມັນ ເພື່ອຄົ້ນຄວ້າ, ປຶກສາຫາລື ຮ່າງກົດໝາຍ 9 ສະບັບທີ່ສະພາຮັບຮອງໃຫ້ບັນລຸຕາມຄາດໝາຍ - kitchen vibe - ລັດຖະບານ ໄຂກອງປະຊຸມວິສາມັນ ເພື່ອຄົ້ນຄວ້າ, ປຶກສາຫາລື ຮ່າງກົດໝາຍ 9 ສະບັບທີ່ສະພາຮັບຮອງໃຫ້ບັນລຸຕາມຄາດໝາຍ

ວັນທີ 15 ມີນາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ລັດຖະບານ ໄດ້ໄຂກອງປະຊຸມວິສາມັນ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເປັນກ້າວໆ ໂດຍສະເພາະ ປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2023 ທີ່ສະພາແຫ່ງຊາດໄດ້ຮັບຮອງໃຫ້ບັນລຸຕາມຄາດໝາຍ.

ກອງປະຊຸມຄັ້ງນີ້ ຈະດຳເນີນໃນລະຫວ່າງວັນທີ 15-16 ມີນາ 2023 ເຊິ່ງ ຈະລາຍງານ, ຄົ້ນຄວ້າ, ປຶກສາຫາລື ກ່ຽວກັບຮ່າງກົດໝາຍ 9 ສະບັບ ທີ່ລັດຖະບານ ຈະສະເໜີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງ ຄື:

ລັດຖະບານ ໄຂກອງປະຊຸມວິສາມັນ ເພື່ອຄົ້ນຄວ້າ, ປຶກສາຫາລື ຮ່າງກົດໝາຍ 9 ສະບັບທີ່ສະພາຮັບຮອງໃຫ້ບັນລຸຕາມຄາດໝາຍ - Visit Laos Visit SALANA BOUTIQUE HOTEL - ລັດຖະບານ ໄຂກອງປະຊຸມວິສາມັນ ເພື່ອຄົ້ນຄວ້າ, ປຶກສາຫາລື ຮ່າງກົດໝາຍ 9 ສະບັບທີ່ສະພາຮັບຮອງໃຫ້ບັນລຸຕາມຄາດໝາຍ
ລັດຖະບານ ໄຂກອງປະຊຸມວິສາມັນ ເພື່ອຄົ້ນຄວ້າ, ປຶກສາຫາລື ຮ່າງກົດໝາຍ 9 ສະບັບທີ່ສະພາຮັບຮອງໃຫ້ບັນລຸຕາມຄາດໝາຍ - Visit Laos Visit SALANA BOUTIQUE HOTEL - ລັດຖະບານ ໄຂກອງປະຊຸມວິສາມັນ ເພື່ອຄົ້ນຄວ້າ, ປຶກສາຫາລື ຮ່າງກົດໝາຍ 9 ສະບັບທີ່ສະພາຮັບຮອງໃຫ້ບັນລຸຕາມຄາດໝາຍ
  1. ຮ່າງກົດໝາຍ ວ່າດ້ວຍສາທາລະນະສຸກ (ສ້າງໃໝ່);
  2. ຮ່າງກົດໝາຍ ວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ);
  3. ຮ່າງກົດໝາຍ ວ່າດ້ວຍສັດນໍ້າ ແລະ ການປະມົງ (ສະບັບປັບປຸງ);
  4. ຮ່າງກົດໝາຍ ວ່າດ້ວຍສັດປ່າ (ສະບັບປັບປຸງ);
  5. ຮ່າງກົດໝາຍ ວ່າດ້ວຍການຈັດພິມຈຳໜ່າຍ (ສະບັບປັບປຸງ);
  6. ຮ່າງກົດໝາຍ ວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ (ສ້າງໃໝ່);
  7. ຮ່າງກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ສະບັບປັບປຸງ);
  8. ຮ່າງກົດໝາຍ ວ່າດ້ວຍສານທະຫານ (ສະບັບປັບປຸງ).
  9. ຮ່າງກົດໝາຍ ວ່າດ້ວຍການຈັດຫາງານ (ສ້າງໃໝ່);

ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ, ກະທັດຮັດ ແລະ ມີຈຸດສຸມ ເພື່ອຮັບປະກັນໃຫ້ບັນດາຮ່າງກົດໝາຍ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ທັນຕາມກຳນົດເວລາ ແລະ ມີເນື້ອໃນລະອຽດ, ຈະແຈ້ງ, ຮັດກຸມ ແລະ ຄົບຖ້ວນ.

 

ລັດຖະບານ ໄຂກອງປະຊຸມວິສາມັນ ເພື່ອຄົ້ນຄວ້າ, ປຶກສາຫາລື ຮ່າງກົດໝາຍ 9 ສະບັບທີ່ສະພາຮັບຮອງໃຫ້ບັນລຸຕາມຄາດໝາຍ - 3 - ລັດຖະບານ ໄຂກອງປະຊຸມວິສາມັນ ເພື່ອຄົ້ນຄວ້າ, ປຶກສາຫາລື ຮ່າງກົດໝາຍ 9 ສະບັບທີ່ສະພາຮັບຮອງໃຫ້ບັນລຸຕາມຄາດໝາຍ
ລັດຖະບານ ໄຂກອງປະຊຸມວິສາມັນ ເພື່ອຄົ້ນຄວ້າ, ປຶກສາຫາລື ຮ່າງກົດໝາຍ 9 ສະບັບທີ່ສະພາຮັບຮອງໃຫ້ບັນລຸຕາມຄາດໝາຍ - 5 - ລັດຖະບານ ໄຂກອງປະຊຸມວິສາມັນ ເພື່ອຄົ້ນຄວ້າ, ປຶກສາຫາລື ຮ່າງກົດໝາຍ 9 ສະບັບທີ່ສະພາຮັບຮອງໃຫ້ບັນລຸຕາມຄາດໝາຍ
ລັດຖະບານ ໄຂກອງປະຊຸມວິສາມັນ ເພື່ອຄົ້ນຄວ້າ, ປຶກສາຫາລື ຮ່າງກົດໝາຍ 9 ສະບັບທີ່ສະພາຮັບຮອງໃຫ້ບັນລຸຕາມຄາດໝາຍ - 4 - ລັດຖະບານ ໄຂກອງປະຊຸມວິສາມັນ ເພື່ອຄົ້ນຄວ້າ, ປຶກສາຫາລື ຮ່າງກົດໝາຍ 9 ສະບັບທີ່ສະພາຮັບຮອງໃຫ້ບັນລຸຕາມຄາດໝາຍ