ທະນາຄານພັດທະນາອາຊີ ອະນຸມັດເງິນກູ້ 35 ລ້ານໂດລາ ແລະ ທຶນຊ່ວຍເຫຼືອ 10 ລ້ານໂດລາ ສຳລັບໂຄງການປັບປຸງສິ່ງແວດລ້ອມນະຄອນຫລວງພະບາງ

ທະນາຄານພັດທະນາອາຊີ ອະນຸມັດເງິນກູ້ 35 ລ້ານໂດລາ ແລະ ທຶນຊ່ວຍເຫຼືອ 10 ລ້ານໂດລາ ສຳລັບໂຄງການປັບປຸງສິ່ງແວດລ້ອມນະຄອນຫລວງພະບາງ - travel 3 1100x650 1 - ທະນາຄານພັດທະນາອາຊີ ອະນຸມັດເງິນກູ້ 35 ລ້ານໂດລາ ແລະ ທຶນຊ່ວຍເຫຼືອ 10 ລ້ານໂດລາ ສຳລັບໂຄງການປັບປຸງສິ່ງແວດລ້ອມນະຄອນຫລວງພະບາງ
ທະນາຄານພັດທະນາອາຊີ ອະນຸມັດເງິນກູ້ 35 ລ້ານໂດລາ ແລະ ທຶນຊ່ວຍເຫຼືອ 10 ລ້ານໂດລາ ສຳລັບໂຄງການປັບປຸງສິ່ງແວດລ້ອມນະຄອນຫລວງພະບາງ - kitchen vibe - ທະນາຄານພັດທະນາອາຊີ ອະນຸມັດເງິນກູ້ 35 ລ້ານໂດລາ ແລະ ທຶນຊ່ວຍເຫຼືອ 10 ລ້ານໂດລາ ສຳລັບໂຄງການປັບປຸງສິ່ງແວດລ້ອມນະຄອນຫລວງພະບາງ

ໜັງສືພິມປະຊາຊົນລາຍງານວ່າ: ວັນທີ 8 ທັນວາ 2023, ທະນາຄານພັດທະນາອາຊີ (ADB) ໄດ້ອະນຸມັດເງິນກູ້ ມູນຄ່າ 35 ລ້ານໂດລາ ແລະ ທຶນຊ່ວຍເຫຼືອມູນຄ່າ 10 ລ້ານ ໂດລາ ສຳລັບໂຄງການປັບປຸງສິ່ງແວດລ້ອມນະຄອນ-ຫລວງພະບາງ ເພື່ອຊ່ວຍສະໜັບສະໜູນວຽກພັດທະນາຕົວເມືອງຂອງນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ.

ທ່ານ ນາງ ໂຊໂນມິ ທະນາກະ ຫົວໜ້າສຳນັກງານ ADB ປະຈຳ ສປປ ລາວ ໃຫ້ຮູ້ວ່າ: “ມໍລະດົກອັນລ້ຳຄ່າຂອງນະຄອນ-ຫຼວງພະບາງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ແມ່ນໄດ້ຮັບຜົນກະທົບຈາກການພັດທະນາຕົວເມືອງທີ່ບໍ່ໄດ້ຮັບການວາງແຜນຢ່າງເປັນລະບົບ, ການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດ ສືບຕໍ່ສ້າງຜົນກະທົບຕໍ່ແມ່ຍິງ ແລະ ກຸ່ມຜູ້ດ້ອຍໂອກາດ” ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ:  “ຄວາມສຳຄັນຂອງການພັດທະນາໂຄງລ່າງພື້ນຖານໃນຕົວເມືອງ ການຄຸ້ມຄອງສິ່ງແວດລ້ອມ ແລະ ການບໍລິການດ້ານການທ່ອງທ່ຽວ ຄວນໄດ້ຮັບການປັບປຸງໃຫ້ດີຂຶ້ນ ຄຽງຄູ່ກັບການວາງແຜນ ແລະ ການຄຸ້ມຄອງຕົວເມືອງຢ່າງເປັນລະບົບ ໂດຍໃຫ້ຄວາມສຳຄັນຕໍ່ວຽກງານບົດບາດຍິງ-ຊາຍ ເພື່ອຍົກສູງຄຸນນະພາບຊີວິດຂອງປະຊາຊົົນ ເພື່ອສ້າງຄວາມພອ້ມໃນການຮັບມືກັບສິ່ງທີ່ເກີດຂຶ້ນຢ່າງກະທັນຫັນ.”

ທະນາຄານພັດທະນາອາຊີ ອະນຸມັດເງິນກູ້ 35 ລ້ານໂດລາ ແລະ ທຶນຊ່ວຍເຫຼືອ 10 ລ້ານໂດລາ ສຳລັບໂຄງການປັບປຸງສິ່ງແວດລ້ອມນະຄອນຫລວງພະບາງ - Visit Laos Visit SALANA BOUTIQUE HOTEL - ທະນາຄານພັດທະນາອາຊີ ອະນຸມັດເງິນກູ້ 35 ລ້ານໂດລາ ແລະ ທຶນຊ່ວຍເຫຼືອ 10 ລ້ານໂດລາ ສຳລັບໂຄງການປັບປຸງສິ່ງແວດລ້ອມນະຄອນຫລວງພະບາງ

ອົງປະກອບຫລັກຂອງໂຄງການປະກອບມີ ການທົດລອງສ້າງສູນເບິ່ງແຍງເດັກນອ້ຍ ສຳລັບຜູ້ຍິງທີ່ໄດ້ຮັບທຶນການສຶກສາຊັ້ນສູງ ແລະທຶນຝຶກອົບຮົມວິຊາຊີບໃນຂະແໜງ ນໍ້າປະປາ, ສຸຂະພິບານ, ໂຍທາ, ແລະ ທ່ອງທ່ຽວ. ໂຄງການດັ່ງກ່າວ ມີເປົ້າໝາຍ ສ້າງເຄືອຂ່າຍພັດທະນາທຸລະກິດ ທີ່ ນຳພາ ໂດຍ ແມ່ຍິງ ເພື່ອຄວາມພອ້ມໃຫ້ ສປປ ລາວ ໃນການກະກຽມສ້າງຍຸດທະສາດ ແລະ ແຜນປະຕິບັດງານຕົວເມືອງແບບສ້າງສັນ ຊຶ່ງເປັນຄັ້ງທຳອິດ ໃນປະເທດ. ນອກຈາກນີ້, ແມ່ຍິງຍັງຈະໄດ້ຮັບການຝຶກອົບຮົມ ການນຳໃຊ້ ແລະ ຄຸ້ມຄອງກິດຈະກຳດ້ວຍເຄື່ອງມືທີ່ທັນສະໄໝ ໂດຍອີງໃສ່ແຜນຍຸດທະສາດຕົວເມືອງຫຼວງພະບາງແບບປະສົມປະສານ ແລະ ອັດສະລິຍະ ຊຶ່ງໄດ້ຮັບການຊວ່ຍເຫຼືອພາຍໃຕ້ກອງທຶນ ASEAN-Australia Smart Cities Trust Fund ທີ່ບໍລິຫານໂດຍ ADB.

ນອກຈາກນັ້ນ, ການປັບປຸງລາຄາບໍລິການ, ການຄຸ້ມຄອງດ້ານການເງິນ, ອຳນວຍຄວາມສະດວກ ໃຫ້ແກ່ ການລົງທຶນ ຂອງພາກເອກະຊົນ ແລະ ສ້າງຄວາມພ້ອມໃນການຮັບມືກັບໄພພິບັດ ແມ່ນເປັນສ່ວນໜຶ່ງໃນອົງປະກອບຂອງໂຄງການ. ຄາດວ່າ ປະຊາຊົນຜູ້ຢູ່ອາໄສ 104.500 ຄົນ ແລະ ນັກທ່ອງທ່ຽວ 1,3 ລ້ານເທື່ອຄົນ ຈະໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວນີ້ ພາຍໃນປີ 2031.

 

ທະນາຄານພັດທະນາອາຊີ ອະນຸມັດເງິນກູ້ 35 ລ້ານໂດລາ ແລະ ທຶນຊ່ວຍເຫຼືອ 10 ລ້ານໂດລາ ສຳລັບໂຄງການປັບປຸງສິ່ງແວດລ້ອມນະຄອນຫລວງພະບາງ - 3 - ທະນາຄານພັດທະນາອາຊີ ອະນຸມັດເງິນກູ້ 35 ລ້ານໂດລາ ແລະ ທຶນຊ່ວຍເຫຼືອ 10 ລ້ານໂດລາ ສຳລັບໂຄງການປັບປຸງສິ່ງແວດລ້ອມນະຄອນຫລວງພະບາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!