ການສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ປະຈໍາປີ 2023 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ ແຂວງ ຈຳປາສັກ

ການສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ປະຈໍາປີ 2023 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ ແຂວງ ຈຳປາສັກ - 4eccfb3b 960c 45fe ab66 ed75edf7b7a2 - ການສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ປະຈໍາປີ 2023 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ ແຂວງ ຈຳປາສັກ
ການສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ປະຈໍາປີ 2023 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ ແຂວງ ຈຳປາສັກ - kitchen vibe - ການສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ປະຈໍາປີ 2023 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ ແຂວງ ຈຳປາສັກ
ວັນທີ 23 ມີນາ 2023 2023 ສປປ ລາວ ຈັດພິທີສະເຫຼີມສະຫຼອງວັນຝຣັ່ງໂກໂຟນີສາກົນ ຄົບຮອບ 53 ປີ ໄດ້ຈັດຂຶ້ນ ຢູ່ທີ່ແຂວງຈຳປາສັກ, ໂດຍການການເປັນປະທານ ຂອງ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໂສມ ບຸດຕະກູນ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ແຂວງຈໍາປາສັກ; ທ່ານ ນາງ ຊິບ-ແລັງ ຊຸຍ ອອກ, ເອກອັກຄະລັດຖະທູດຝຣັ່ງ ປະ ຈຳ ສ ປ ປ ລາວ; ທ່ານກົງສຸນໃຫຍ່ ແຫ່ງ ສສ. ຫວຽດນາມ ທີ່ ແຂວງຈຳປາສັກ; ຜູ້ຕາງໜ້າອົງການຝຣັງໂກໂຟນີສາກົນປະຈຳຂົງເຂດອາຊີ-ປາຊິຟິກ; ຫົວໜ້າຫ້ອງການອົງການມະຫາວິທະຍາໄລ ຝຣັງໂກໂຟນີ (AUF) ປະຈໍາ ສປປ ລາວ; ມີບັນດາຜູ້ຕາງໜ້າຈາກສູນກາງ ແລະ ພະແນກການຕ່າງໆອ້ອມຂ້າງແຂວງ; ຄູອາຈານ ແລະ ນັກຮຽນ-ນັກສຶກສາຫ້ອງຮຽນພາສາຝຣັ່ງ ພາຍໃນແຂວງ ຈຳປາສັກ ເຂົ້າຮ່ວມ ຈຳນວນ 200 ກວ່າທ່ານ. ສຳລັບປີ 2023 ນີ້, ອົງການຝຣັງໂກໂຟນີສາກົນ ໄດ້ກຳນົດຫົວຂໍ້ໃນການສະເຫຼີມສະຫຼອງວັນດັ່ງກ່າວ ຄື: “321 ລ້ານ ຄົນທີ່ນຳໃຊ້ພາສາຝຣັ່ງ ຫຼາກຫຼາຍດ້ານເນື້ອໃນ ທາງດ້ານວັດທະນະທຳ (321 millions de francophons des milliards de contenus culturels).
ທ່ານ ໂສມ ບຸດຕະກູນ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ແຂວງຈໍາປາສັກ, ໄດ້ ໃຫ້ກຽດກ່າວຕ້ອນຮັບບັນດາແຂກ ແລະ ຜູ້ເຂົ້າຮ່ວມທັງຫມົດ ພ້ອມທັງສະແດງຄວາມດີໃຈແຂວງຈຳປາສັກໄດ້ຮັບກຽດເປັນສະຖານທີ່ສຳລັບພິທີທາງການ ເພື່ອສະເຫຼີມສະຫຼອງວັນ ຝຣັງໂກໂຟນີ ສາ ກົນ ໃນປີນີ້. ພ້ອມກັນນີ້, ທ່ານໄດ້ລາຍງານສະພາບຂອງແຂວງ ໂດຍສະເພາະຄວາມຄືບໜ້າ ແລະ ຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ລວມທັງສະພາບການຮຽນ-ການສອນພາສາຝຣັ່ງຢູ່ ພາຍໃນແຂວງ ຈຳປາສັກ ທີ່ມີມູນເຊື້ອມາແຕ່ດົນນານ. ຫຼັງຈາກນັ້ນ, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ, ໄດ້ໃຫ້ກຽດກ່າວຄຳເຫັນເປີດພິທີສະເຫຼີມສະຫຼອງວັນດັ່ງກ່າວທີ່ຈັດຂຶ້ນໃນທຸກໆປີ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ຊຶ່ງແມ່ນມື້ລະນຶກເຖິງການສ້າງຕັ້ງອົງການຝຣັງໂກໂຟນີສາກົນ (20 ມີນາ 1970), ເຊິ່ງຫຼັກການພື້ນຖານຂອງອົງການດັ່ງກ່າວແມ່ນການປົກປັກຮັກສາຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ພາສາ ທີ່ຖືເປັນພື້ນຖານຂອງວິວັດທະນາການ ແລະ ການຄົງຕົວຂອງມວນມະນຸດ.
ການສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ປະຈໍາປີ 2023 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ ແຂວງ ຈຳປາສັກ - 8cf435e7 c83f 454c 8877 bc70916947f1 - ການສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ປະຈໍາປີ 2023 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ ແຂວງ ຈຳປາສັກ
ທ່ານ ໂພໄຊ ໄຂຄຳພິທູນ ໄດ້ຍົກໃຫ້ເຫັນຄວາມພະຍາຍາມ ຂອງລັດຖະບານແຫ່ງ ສປປ ລາວ ໃນພັດທະນາ ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງທີ່ຕິດພັນກັບການປົກປັກຮັກສາມູນມໍລະດົກ ແລະ ຄວາມຫຼາກຫຼາຍດ້ານວັດທະນະທຳ, ການສົ່ງເສີມການນຳໃຊ້ພາສາຝຣັ່ງ ຊຶ່ງ ເປັນ ໜຶ່ງ ໃນ ພາສາທາງການຂອງອົງກ່ນສະຫະປະຊາຊາດ ທີ່ມີການນຳໃຊ້ຢ່າງກ້ວາງຂວາງໃນທົ່ວໂລກ ໂດຍສະເພາະການສົ່ງເສີມການສຶກສາຕາມຫຼັກສູດຫ້ອງຮຽນສອງພາສາ ລາວ-ຝຣັ່ງ ທີ່ມີຢູ່ໃນ 04 ແຂວງສຳຄັນຂອງ ສປປ ລາວ ຄື: ນະຄອນຫຼວງວຽງຈັນ, ແຂວງ ຫຼວງພະບາງ, ແຂວງ ສະຫວັນນະເຂດ ແລະ ແຂວງ ຈຳປາສັກ ໃຫ້ມີປະສິດທິພາບຂຶ້ນ ເພື່ອເຮັດໃຫ້ຈຳນວນຜູ້ທີ່ຮູ້ ແລະ ສາມາດສື່ສານພາສາຝຣັ່ງ ຂອງຄົນລາວນັບມື້ນັບເພີ່ມຂຶ້ນ.
ທ່ານ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ແລະ ທ່ານຜູ້ຕາງໜ້າຈາກອົງການຝຣັງໂກໂຟນີສາກົນ ປະຈຳຂົງເຂດອາຊີ-ປາຊິຟິກ ກໍໄດ້ຂຶ້ນກ່າວມີຄຳເຫັນຕໍ່ ພິທີທາງການ ໂດຍມີເນື້ອໃນ ປິ່ນອ້ອມຫົວຂໍ້ຂອງການສະເຫຼີມສະຫຼອງວັນ ຝຣັງໂກໂຟນີ ໃນປີນີ້ ແລະ ບົດບາດຂອງປະເທດຝຣັ່ງ ແລະ ອົງການດັ່ງກ່າວ ໃນການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະ 1 ປີຜ່ານມາໂດຍສະເພາະໃນດ້ານການສຶກສາ ແລະ ການສົ່ງເສີມການຮຽນ-ການສອນພາສາຝຣັ່ງຢູ່ ສປປ ລາວ.
ການຈັດຕັ້ງສະເຫຼີມສະຫຼອງວັນຝຣັ່ງໂກໂຟນີສາກົນ ຊຶ່ງກົງກັບ ວັນທີ 20 ມີນາ ຂອງ ທຸກໆ ປີ ເພື່ອເປັນການລະລຶກເຖິງ ວັນຄົບຮອບການ ສ້າງຕັ້ງອົງການ ດັ່ງກ່າວ, ຊຶ່ງໃນທຸກໆປີ ບັນດາປະເທດສະມາຊິກຂອງອງົການດັ່ງກ່າວທັງໝົດ 88 ປະເທດ ໃນທົ່ວໂລກ ໄດ້ພ້ອມກັນຈັດຕັ້ງການສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອຊຸກຍູ້ສົ່ງເສີມການຮຽນ-ການສອນ ແລະ ການນຳໃຊ້ພາສາຝຣັ່ງ ຢູ່ພາຍໃນປະເທດຂອງຕົນ, ຊຶ່ງ ສປປ ລາວ ນັບຕັ້ງແຕ່ເຂົ້າເປັນສະມາຊິກສົມ ບູນຂອງອົງການຝຣັງໂກໂຟນີສາກົນ ໃນປີ 1991 ເປັນຕົ້ນມາ ກໍໄດ້ມີການຈັດຕັ້ງພິທີທາງການເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ໃນ ທຸກໆ ປີ ພ້ອມກັນນັ້ນ, ໃນທົ່ວປະເທດ ໂດຍສະເພາະຢູ່ບັນດາແຂວງ ທີ່ ມີຫຼັກ ສູດ ການຮຽນ-ການສອນ ພາສາຝຣັ່ງ ຄື: ນະຄອນຫຼວງວຽງຈັນ. ແຂວງຫຼວງພະບາງ, ແຂວງ ສະຫວັນນະເຂດ ແລະ ແຂວງ ຈຳປາສັກ ກໍຍັງມີການຈັດກິດຈະກຳຕ່າງໆສະເພາະພາຍໃນແຂວງຂອງຕົນເພື່ອສະເຫຼີມສະຫຼອງວັນດັ່ງກ່າວໃນທຸກໆປີອີກດ້ວຍ.
ການສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ປະຈໍາປີ 2023 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ ແຂວງ ຈຳປາສັກ - 3 - ການສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ປະຈໍາປີ 2023 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ ແຂວງ ຈຳປາສັກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!