ແຟງລັງ ເປີດໂຄງການທ່ອງທ່ຽວ ແບບບໍ່ເສຍຄ່າ ໃຫ້ຊາວຕ່າງປະເທດ


ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 23 ມີນາ 2023ຜ່ານມາ, ແຟງລັງ ເປີດໂຄງການທ່ອງທ່ຽວແບບບໍ່ເສຍຄ່າ ໃຫ້ຊາວຕ່າງປະເທດ ໄດ້ຮຽນຮູ້ວິຖີ ຊີວິດ ຂອງປະເທດ ທີ່ມີຄວາມສຸກ ທີ່ສຸດໃນໂລກ ຫລັງຈາກ ຕິດອັນດັບແຖວໜ້າຂອງໂລກ ຕິດຕໍ່ກັນ 6 ປີຊ້ອນ ຈາກການຈັດອັນດັບຂອງ ສະຫະປະຊາຊາດ ໂດຍໂຄງການນີ້ ມີຊື່ວ່າ Masterclass of Happiness ເພື່ອຮັບຊາວຕ່າງປະເທດເຂົ້າມາທ່ອງທ່ຽວ ແລະ ຮຽນຮູ້ວິຖີຊີວິດ ແບບທ້ອງຖິ່ນໂດຍບໍ່ມີ ຄ່າໃຊ້ຈ່າຍເປັນເວລາ 4 ວັນ ຄາດວ່າ ຈະເລີ່ມຕົ້ນໃນເດືອນ ມິຖຸນານີ້ ໃນສະຖານທີ່ ພັກຜ່ອນ ທີ່ສວຍງາມຊຶ່ງຜູ້ເຂົ້າຮ່ວມ ໂຄງການນີ້ຈະສາມາດ ທ່ອງທ່ຽວ ແລະ ເຂົ້າພັກ ຕາມສະຖານທີ່ຈັດໃຫ້ໂດຍບໍ່ຕ້ອງ ເສຍຄ່າໃຊ້ຈ່າຍ ແລະ ບໍ່ມີການຈຳກັດ ສິດທິໃຊ້ງານ ບໍລິການພິເສດ ເຊັ່ນ: ຫ້ອງsauna ແລະ ຫ້ອງ spa ແບບສ່ວນຕົວ.
ນອກນີ້ ຍັງຈະໄດ້ຮຽນຮູ້ກ່ຽວກັບອາຫານ, ການເບິ່ງແຍງສຸຂະພາບ ແລະ ການເຮັດວຽກແບບໃຊ້ວັດຖຸ ທຳມະຊາດ ໂດຍຜູ້ເຂົ້າຮ່ວມ ໂຄງການຕ້ອງອະນຸຍາດໃຫ້ມີການເກັບຮູບຖ່າຍ ແລະ ຖ່າຍວິດີໂອ ເພື່ອນຳໄປໃຊ້ໃນການໂຄສະນາ ການທ່ອງທ່ຽວ ຂອງ ແຟງລັງ. ເຈົ້າໜ້າທີ່ ທາງການ ແຟງລັງ ຈະເປີດຮັບສະໝັກ ຜູ້ເຂົ້າ ຮ່ວມໂຄງການນີ້ ໄປຈົນຮອດ ວັນທີ 2 ເມສານີ້ ສາມາດສະໝັກ ທາງອິນເຕີເນັດ ຫລື ສາມາດສະໝັກ ດ້ວຍຕົວເອງ ຕາມສະຖານທີ່ ກຳນົດໄວ້.