ຜູ້ຂັບຂີ່ລົດໃຫຍ່ຕຳແລ້ວຫລົບໜີ ຍອມມອບຕົວຕໍ່ເຈົ້າໜ້າທີ່ແລ້ວ

ຜູ້ຂັບຂີ່ລົດໃຫຍ່ຕຳແລ້ວຫລົບໜີ ຍອມມອບຕົວຕໍ່ເຈົ້າໜ້າທີ່ແລ້ວ - 3652 - ຜູ້ຂັບຂີ່ລົດໃຫຍ່ຕຳແລ້ວຫລົບໜີ ຍອມມອບຕົວຕໍ່ເຈົ້າໜ້າທີ່ແລ້ວ
ຜູ້ຂັບຂີ່ລົດໃຫຍ່ຕຳແລ້ວຫລົບໜີ ຍອມມອບຕົວຕໍ່ເຈົ້າໜ້າທີ່ແລ້ວ - kitchen vibe - ຜູ້ຂັບຂີ່ລົດໃຫຍ່ຕຳແລ້ວຫລົບໜີ ຍອມມອບຕົວຕໍ່ເຈົ້າໜ້າທີ່ແລ້ວ

ວັນທີ 30 ມີນາ 2023 ຜ່ານມານີ້, ເກີດອຸບັດຕິເຫດລົດໃຫຍ່ຕຳກັບລົດຈັກ ຢູ່ເສັ້ນທາງບ້ານຊຳເກດ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ 1 ຄົນ ສ່ວນຜູ້ຂັບຂີ່ລົດໃຫຍ່ໄດ້ເອົາຕົວໜີໄປ.

ຫລ້າສຸດ ວັນທີ 4 ເມສາ 2023 ນີ້, ທ່ານ ພັທ ເດດລືຊາ ໄຊຍະສານ ຮອງຫົວໜ້າພະແນກຕຳຫລວດຈະລາຈອນ ນະຄອນຫລວງວຽງຈັນ ໄດ້ສຳພາດຜ່ານລາຍການຂັບຂີ່ປອດໄພ ວ່າ: ຕໍ່ກັບເຫດການດັ່ງກ່າວ ພາຍຫລັງທີ່ເຈົ້າໜ້າທີ່ໄດ້ລົງໄປວັດແທກ ແລະ ເກັບກຳຂໍ້ມູນຢູ່ຈຸດເກີດເຫດ, ພົບເຫັນຜູ້ເສຍຊີວິດ 1 ຄົນ ເພດຍິງ ແລະ ພາຫະນະລົດຈັກເປ່ເພ, ສ່ວນຜູ້ຂັບຂີ່ລົດໃຫຍ່ແມ່ນຂັບອອກໄປອອກໄປຈາກຈຸດເກີດເຫດປະມານ 3 ກິໂລແມັດ ແຕ່ລົດເປ່ເພຫລາຍບໍ່ສາມາດແລ່ນເຄື່ອນໄຫວໄປໄດ້ ຈຶ່ງຈອດລົດປະໄວ້ ແລ້ວເອົາຕົວລົບໜີໄປ.

ຕໍ່ມາວັນທີ 31 ມີນາ 2023 ເຈົ້າໜ້າທີ່ໄດ້ນຳເອົາຂໍ້ມູນລົດຄັນດັ່ງກ່າວມາກວດສອບ ແລ້ວປະສານຫາເຈົ້າຂອງລົດ ແລະ ເຈົ້າຂອງລົດໄດ້ແຈ້ງຕໍ່ເຈົ້າໜ້າທີ່ວ່າ: ຕົນບໍ່ແມ່ນຜູ້ຂັບຂີ່ລົດຄັນດັ່ງກ່າວໃນຄືນເກີດເຫດ ດັ່ງນັ້ນ, ເຈົ້າຂອງລົດຈຶ່ງໄດ້ໃຫ້ຄວາມຮ່ວມມື ພ້ອມນຳຕົວບຸກຄົນທີ່ຂັບຂີ່ລົດຄັນດັ່ງກ່າວ ເປັນເພດຊາຍ ເຂົ້າມອບຕົວກັບເຈົ້າໜ້າທີ່ ເພື່ອດຳເນີນການສືບສວນ-ສອບສວນ ແລະ ດຳເນີນຄະດີຕາມລະບຽບກົດໝາຍ.

ຜູ້ຂັບຂີ່ລົດໃຫຍ່ຕຳແລ້ວຫລົບໜີ ຍອມມອບຕົວຕໍ່ເຈົ້າໜ້າທີ່ແລ້ວ - 4 - ຜູ້ຂັບຂີ່ລົດໃຫຍ່ຕຳແລ້ວຫລົບໜີ ຍອມມອບຕົວຕໍ່ເຈົ້າໜ້າທີ່ແລ້ວ
ຜູ້ຂັບຂີ່ລົດໃຫຍ່ຕຳແລ້ວຫລົບໜີ ຍອມມອບຕົວຕໍ່ເຈົ້າໜ້າທີ່ແລ້ວ - 3 - ຜູ້ຂັບຂີ່ລົດໃຫຍ່ຕຳແລ້ວຫລົບໜີ ຍອມມອບຕົວຕໍ່ເຈົ້າໜ້າທີ່ແລ້ວ
ຜູ້ຂັບຂີ່ລົດໃຫຍ່ຕຳແລ້ວຫລົບໜີ ຍອມມອບຕົວຕໍ່ເຈົ້າໜ້າທີ່ແລ້ວ - 5 - ຜູ້ຂັບຂີ່ລົດໃຫຍ່ຕຳແລ້ວຫລົບໜີ ຍອມມອບຕົວຕໍ່ເຈົ້າໜ້າທີ່ແລ້ວ