ພະນັກງານທະນາຄານໃນລັດເຄນທັກກີຍິງໝູ່ເຮັດວຽກຮ່ວມກັນ ເສຍຊີວິດ 5 ຄົນ ບາດເຈັບອີກຢ່າງໜ້ອຍ 9 ຄົນ


ເຈົ້າໜ້າທີ່ຕໍາຫລວດເປີດເຜີຍວ່າ: ພະນັກງານທະນາຄານ Old National Bank ອາຍຸ 23 ປີ ໃນເມືອງຫລຸຍສະວິວ ລັດເຄນທັກກີ ຂອງສະຫະລັດອາເມລິກາ ກໍ່ເຫດໃຊ້ອາວຸດປືນຍິງໝູ່ເຮັດວຽກຮ່ວມກັນເສຍຊີວິດ 5 ຄົນ ແລະ ໄດ້ຮັບບາດເຈັບອີກຢ່າງໜ້ອຍ 9 ຄົນ ພ້ອມຖ່າຍວິດີໂອເວລາລົງມືກວາດຍິງ ເມື່ອວັນທີ 10 ເມສາ ຕາມເວລາທ້ອງຖິ່ນ.
ໂດຍເຈົ້າໜ້າທີ່ຕໍາຫລວດຍັງເປີດເຜີຍອີກວ່າ: ຜູ້ລົງມືກໍ່ເຫດເສຍຊີວິດແລ້ວ, ແຕ່ຍັງບໍ່ມີການເປີດເຜີຍເຖິງລາຍລະອຽດທີ່ແນ່ນອນວ່າຖືກວິສາມັນ ຫລື ໃຊ້ປືນຍິງຕົນເອງຕາຍ ກ່ອນຈະຮູ້ໃນເວລາຕໍ່ມາວ່າ: ຜູ້ລົງມືກໍ່ເຫດຄືທ້າວ ຄອນເນີ ສະເຕີຈຽນ ພະນັກງານຂອງທະນາຄານທີ່ເລີ່ມວຽກໃນຖານະພະນັກງານປະຈໍາເມື່ອປີ 2022.
ທ່ານ ແອນດີ ບີເຊຍ ເຈົ້າຄອງລັດເຄນທັກກີ ເປີດເຜີຍວ່າ: ທ່ານຮູ້ຈັກກັບເຫຍື່ອຜູ້ເຄາະຮ້າຍບາງຄົນຈາກເຫດການຄັ້ງນີ້ ໜຶ່ງໃນນັ້ນຄື ໂທມັສ ເອລລຽດ ຮອງປະທານອາວຸໂສຂອງທະນາຄານ Old National Bank ສາຂາດັ່ງກ່າວ ທີ່ມີສ່ວນສໍາຄັນທີ່ຊ່ວຍໃຫ້ທ່ານ ບີເຊຍ ປະສົບຜົນສໍາເລັດໃນເສັ້ນທາງສາຍນັກກົດໝາຍ ແລະ ເປັນແຮງສະໜັບສະໜູນສໍາຄັນທີ່ເຮັດໃຫ້ທ່ານ ບີເຊຍ ຕັດສິນໃຈລົງສະໝັກຊີງຕໍາແໜງເຈົ້າຄອງລັດເຄນທັກກີ.
ນອກຈາກນີ້, ທາງການຫລຸຍສະວິວຍັງລະບຸອີກວ່າ: ສະຖານະການຂອງ ສະເຕີຈຽນ ຍັງບໍ່ຮູ້ແນ່ນອນວ່າເປັນແນວໃດ, ແຕ່ສໍານັກຂ່າວ CNN ເປີດເຜີຍຂໍ້ມູນຈາກແຫລ່ງຂ່າວໂດຍອ້າງວ່າ: ສະເຕີຈຽນ ກໍາລັງຈະຖືກໄລ່ອອກຈາກທະນາຄານແຫ່ງນີ້.
ອ້າງອີງ:
https://www.reuters.com/…/multiple-casualties-reported…/
https://www.bbc.com/news/world-us-canada-65233350