ປກສ ເມືອງໄຊທານີ ກຽມຄວາມພ້ອມ 5 ວຽກສຳຄັນ ເພື່ອປ້ອງກັນບຸນປີໃໝ່ລາວ ພສ 2566
ທ່ານ ພັທ ຈັນເພັງ ແກ້ວປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໃຫ້ສໍາພາດຕໍ່ນັກຂາວ ປກສ ນະຄອນຫລວງວຽງຈັນ ວັນທີ 10 ເມສາ 2023 ຜ່ານມາວ່າ: ເພື່ອຮັກສາຄວາມສະຫງົບ-ຄວາມປອດໄພ ໃນການສະເຫລີມສະຫລອງບຸນປີໃໝ່ລາວ ກອງບັນຊາການ ປກສ ເມືອງໄຊທານີ ກະກຽມຄວາມພ້ອມຫລາຍດ້ານ ເພື່ອຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບໃນສັງຄົມ ຄື:
- ເຕົ້າລວມເອກະພາບໃນຄະນະພັກ, ຄະນະບັນຊາ ແລະ ບັນດາພະແນກການກ່ຽວຂ້ອງ, ປກສ ກຸ່ມ 11 ກຸ່ມ ແລະ ສນ 1191, ແຕ່ງຕັ້ງບັນຈຸກໍາລັງປະຈຳການຄອຍເຫດກຽມພ້ອມຕະຫລອດ 24 ຊົ່ວໂມງ ກຳນົດສະພາບຈຸດຫລໍ່ແຫລມ ຢູ່ໃນເມືອງເຊັ່ນ: ເຂດມໍຊ, ສະຖານີຂົນສົ່ງໂດຍສານສາຍໃຕ້, ເຂດເສດຖະກິດພິເສດໂນນທອງ ແລະ ເສດຖະກິດກວມລວມໄຊເສດຖາ.
- ກໍາລັງ ປກສ ກຸ່ມ ແລະ ພະນັກງານກໍ່ສ້າງຮາກຖານ ລົງສົມທົບເຄື່ອນໄຫວ ເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບ ຢູ່ຕາມສຳນັກງານອົງການ, ກຸ່ມບ້ານດ້ວຍຄວາມເປັນເຈົ້າການ, ປະສານສົມທົບກັບແຕ່ລະພາກສ່ວນທີ່ກ່ຽວຂ້ອງ, ແບ່ງຄວາມຮັບຜິດຊອບເຮັດວຽກງານ ເຄື່ອນໄຫວກວດກາລາດຕາເວນຕາມຈຸດຕ່າງໆ ພ້ອມທັງປະຈຳການຕະຫລອດ 24 ຊົ່ວໂມງ ເພື່ອຮັບປະກັນໃຫ້ມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນທຸກດ້ານ.
- ປ້ອງກັນສະກັດກັ້ນກຸ່ມຄົນບໍ່ດີມີການເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ເປັນຕົ້ນ ປຸ້ນຈີ້, ຊີງຊັບ, ລັກຊັບ, ຄາດຕະກຳ, ລັກພາຕົວ, ກໍ່ການປະທ້ວງ, ບັນຫາອັກຄີໄຟ, ອຸບັດຕິເຫດຕາມທ້ອງຖະໜົນ, ດືມສິ່ງມືນເມົາແລ້ວກໍ່ອາລະວາດຕີກັນ ແລະ ອື່ນໆ.
- ຈັດຕັ້ງກໍາລັງປະຈໍາການຄອຍເຫດຮັບປະກັນທາງດ້ານຈໍານວນພົນ, ພາຫະນະຮັບໃຊ້, ວັດຖຸອຸປະກອນຮັບໃຊ້ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວກວດກາກຳລັງ.
- ສນ 1191 ນໍາພາອອກກວດກາລາດຕະເວນຕາມພື້ນທີ່ຄວາມຮັບຜິດຊອບຢ່າງເຂັ້ມງວດ; ສ່ວນກຳລັງຕຳຫລວດ ຈາລະຈອນຕັ້ງຈຸດກວດກາ ແລະ ແບ່ງຄວາມຮັບຜິດຊອບ ຈັດລະບຽບຕາມສາຍທາງ ໂຄສະນາໃຫ້ນັກຂັບຂີ່ໃຊ້ລົດໃຊ້ຖະໜົນໃຫ້ມີຄວາມປອດໄພ ຖ້າຫາກມີການມຶນເມົາ ແມ່ນຈະໄດ້ນຳໃຊ້ມາດຕະການທາງກົດໝາຍ ຫລື ສືຶກສາອົບຮົມ ກ່າວເຕືອນ ຢຸດພັກໃຫ້ຊວງເມົາ ແລ້ວຈິງໃຫ້ກັບບ້ານ ເພື່ອຫລີ້ກລ່ຽງການເກີດອຸປະຕິເຫດ.
ພ້ອມນັ້ນຍັງທ່ານຍັງໄດ້ຮຽກຮ້ອງເຖິງ: ພະນັກງານ, ທະຫານ, ຕໍາຫລວດດ ພໍ່ຄ້າຊາວຂາຍ ຕະຫຼອດຮອດພໍ່-ແມ່ປະຊາຊົນທຸກຊັ້ນຄົນ ໃຫ້ມີສະຕິໃນການໄປມາ, ການກິນ, ການດຶ່ມ ໃຫ້ຢູ່ໃນຂອບເຂດ, ໃຫ້ເປັນເຈົ້າການນຳກັນ ໂດຍສະເພາະການໃຊ້ລົດໃຊ້ຖະໜົນ ໃຫ້ຄ່ອຍໄປຄ່ອຍມາ ເພື່ອຫຼີກລ່ຽງການເກີດອຸປະຕິເຫດ ໂດຍສະເພາະບັນຫາການດື່ມສິ່ງມືນເມົາ ແລ້ວຂັບຂີ່ລົດ,ນອກຈາກນີ້ ໃນການຈະອອກຈາກບ້ານເຮືອນ ຢາກໃຫ້ກວດກາລະອຽດ ເພື່ອປ້ອງກັນການເກີດບັນຫາອັກຄີໄພ, ມີສະຕິຮັກສາຊັບສິນຂອງຕົນເອງໃຫ້ດີ ເພື່ອບໍ່ໃຫ້ເປັນຊ່ອງຫວ່າງຄົນບໍ່ດີງັດແງະ, ດຶງກະເປົາ ແລະ ບັນຫາອື່ນໆ.