ການນຳພັກ-ລັດ ຮ່ວມໃສ່ບາດຖວາຍສັງຂະທານ ເພື່ອອຸທິດບຸນກຸສົນແດ່ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

ການນຳພັກ-ລັດ ຮ່ວມໃສ່ບາດຖວາຍສັງຂະທານ ເພື່ອອຸທິດບຸນກຸສົນແດ່ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ - 05 - ການນຳພັກ-ລັດ ຮ່ວມໃສ່ບາດຖວາຍສັງຂະທານ ເພື່ອອຸທິດບຸນກຸສົນແດ່ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ
ການນຳພັກ-ລັດ ຮ່ວມໃສ່ບາດຖວາຍສັງຂະທານ ເພື່ອອຸທິດບຸນກຸສົນແດ່ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ - kitchen vibe - ການນຳພັກ-ລັດ ຮ່ວມໃສ່ບາດຖວາຍສັງຂະທານ ເພື່ອອຸທິດບຸນກຸສົນແດ່ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

ໃນວັນທີ 18 ພຶດສະພານີ້, ການນຳຂັ້ນສູງ ພັກ-ລັດ ມີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະ ຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແລະ ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ, ສະມາຊິກສະພາແຫ່ງຊາດ, ຄະນະລັດຖະບານ, ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພະນັກງານ, ຍາດຕິພີ່ນ້ອງເພື່ອນມິດສະຫາຍ ຈຳນວນຫລວງຫລາຍ ໄດ້ເຂົ້າຮ່ວມພິທີໃສ່ບາດຖວາຍສັງຂະທານ ເພື່ອອຸທິດບຸນກຸສົນ ແລະ ຮູ້ບຸນຄຸນ ແດ່ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດນາຍົກ ລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ, ເຊິ່ງພິທີດັ່ງກ່າວ ໄດ້ຈັດຂຶ້ນທີ່ເຮືອນຂອງເພິ່ນເອງ, ທີ່ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ.

ສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນຜູ້ນໍາຮຸ່ນທໍາອິດຂອງພັກ ແລະ ລັດເຮົາ ທີ່ໄດ້ອຸທິດຊີວິດຂອງຕົນ ຕິດພັນກັບການຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ສະຫາຍແມ່ນນັກຮົບປະຕິວັດຜູ້ອົງອາດກ້າຫານ, ມີນໍ້າໃຈເສຍສະຫລະອັນສູງສົ່ງ, ເປັນໜຶ່ງໃນນາຍທະຫານນໍາພາ-ບັນຊາທີ່ີດີເດັ່ນ, ເປັນທີ່ເຄົາລົບຮັກຂອງກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ, ແມ່ນພະນັກງານນໍາພາທີ່ດີ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ຢຶດໝັ້ນໃນອຸດົມການປະຕິວັດຢ່າງສູງສົ່ງ ໃນພາລະກິດປະຕິວັດປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາລະບອບໃໝ່ພວກເຮົາ.

ການນຳພັກ-ລັດ ຮ່ວມໃສ່ບາດຖວາຍສັງຂະທານ ເພື່ອອຸທິດບຸນກຸສົນແດ່ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ - Visit Laos Visit SALANA BOUTIQUE HOTEL - ການນຳພັກ-ລັດ ຮ່ວມໃສ່ບາດຖວາຍສັງຂະທານ ເພື່ອອຸທິດບຸນກຸສົນແດ່ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ
ການນຳພັກ-ລັດ ຮ່ວມໃສ່ບາດຖວາຍສັງຂະທານ ເພື່ອອຸທິດບຸນກຸສົນແດ່ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ - 5 - ການນຳພັກ-ລັດ ຮ່ວມໃສ່ບາດຖວາຍສັງຂະທານ ເພື່ອອຸທິດບຸນກຸສົນແດ່ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!