ກອງເຊຍມ້າລາຍເຮ ຢູເວນຕຸສ ໄດ້ 15 ແຕ້ມກັບຄືນກະໂດດຂຶ້ນ ອັນດັບ 3 ຂອງ ກັລໂຊ ຊີເຣຍອາ

ຖືເປັນຂ່າວດີສໍາລັບແຟນບານ ຢູເວນຕຸສ ເມື່ອຊະນະການອຸທອນຂອງພວກເຂົາຕໍ່ສານກິລາອິຕາລີກ່ອນທີ່ຈະໄດ້ຮັບ 15 ຄະແນນຄືນມາ. ດ້ວຍເຫດນີ້ສົ່ງຜົນໃຫ້ພວກເຂົາໄດ້ເລື່ອນຂຶ້ນຢູ່ອັນດັບ 3 ຂອງ ກັລໂຊ ຊີເຣຍອາ ໃນເວລານີ້.
ຍ້ອນກັບໄປໃນວັນທີ 20 ມັງກອນ, ສານອຸທອນຂອງອິຕາລີ ຕັດສິນໃຈຫັກຄະແນນ ຢູເວນຕຸສ 15 ຄະແນນອອກໃນລີກ ຫລັງຈາກທີ່ພົບວ່າ ອະດີດຜູ້ບໍລິຫານຂອງທີມ “ມ້າລາຍ” ກະທຳການສໍ້ໂກງລາຍງານການເງິນຂອງສະໂມສອນໃຫ້ມີກຳໄລເກີນຈິງ. ໃນລະຫວ່າງປີ 2019-2021.
ບໍ່ພຽງແຕ່ຖືກຫັກຄະແນນຄັ້ງໃຫຍ່ເທົ່ານັ້ນ ແຕ່ຄະນະບໍລິຫານທີ່ມີຊື່ໄດ້ມີສ່ວນຮ່ວມໃນການກະທໍາຜິດ, ລວມທັງ ອັລເດຣ ອັລເຍຣີ ແລະ ເມົາຣິຊິໂອ ອາຣິເວເບເນ, ໄດ້ຖືກສັ່ງຫ້າມເປັນເວລາສອງປີ, ເຊັ່ນດຽວກັບຕຳນານສະໂມສອນ ພາເວລ ເວດເນດ ຜູ້ທີ່ເປັນອະດີດຮອງປະທານ ໄດ້ຖືກຫ້າມ 8 ເດືອນ, ແຕ່ທາງ ຢູເວນຕຸສ ໄດ້ສົ່ງຕົວແທນໄປຊີ້ແຈງກັບຄະນະກໍາມະການໂອລິມປິກສາກົນຂອງອີຕາລີ (CONI) ແລະ ສານກິລາຂອງປະເທດ. ເພື່ອພິສູດຄວາມບໍລິສຸດ ຈົນໄດ້ຮັບພິຈາລະນາໃນບາງສ່ວນ.
ຫລັງການພິຈາລະນາຄະດີໄດ້ຜ່ານໄປໃນວັນທີ 19 ເມສານີ້, ໃນທີ່ສຸດ ຢູເວນຕຸສ ກໍໄດ້ 15 ຄະແນນທີ່ຖືກຕັດອອກໄປກ່ອນໜ້ານີ້. ເຊິ່ງທາງເວັບໄຊທ໌ຫລັກຂອງ ຊີເຣຍອາ ໄດ້ປັບປຸງຕາຕະລາງຄະແນນໃຫມ່ ຊີ້ໃຫ້ເຫັນວ່າທີມຂອງ ອັລເລກີ ຈາກທີ່ຢູ່ອັນດັບທີ 7 ກັບມາຢູ່ອັນດັບ 3 ມີ 59 ຄະແນນ.