ມົງໂກລີ ວາງແຜນປູກຕົ້ນໄມ້ ປະມານ 43 ລ້ານຕົ້ນ ເພື່ອຕໍ່ສູ້ກັບການປ່ຽນແປງສະພາບເປັນທະເລຊາຍ

ມົງໂກລີ ວາງແຜນປູກຕົ້ນໄມ້ ປະມານ 43 ລ້ານຕົ້ນ ເພື່ອຕໍ່ສູ້ກັບການປ່ຽນແປງສະພາບເປັນທະເລຊາຍ - 342611145 768552338001214 7157379113963471660 n - ມົງໂກລີ ວາງແຜນປູກຕົ້ນໄມ້ ປະມານ 43 ລ້ານຕົ້ນ ເພື່ອຕໍ່ສູ້ກັບການປ່ຽນແປງສະພາບເປັນທະເລຊາຍ
ມົງໂກລີ ວາງແຜນປູກຕົ້ນໄມ້ ປະມານ 43 ລ້ານຕົ້ນ ເພື່ອຕໍ່ສູ້ກັບການປ່ຽນແປງສະພາບເປັນທະເລຊາຍ - kitchen vibe - ມົງໂກລີ ວາງແຜນປູກຕົ້ນໄມ້ ປະມານ 43 ລ້ານຕົ້ນ ເພື່ອຕໍ່ສູ້ກັບການປ່ຽນແປງສະພາບເປັນທະເລຊາຍ

ສຳນັກຂ່າວຊິນຮວາລາຍງານ, ວັນທີ 20 ເມສາ 2023 ຜ່ານມາ,  ມົງໂກລີ ໄດ້ວາງແຜນ ປູກຕົ້ນໄມ້ ໃນປີນີ້ ຈຳນວນ 42,9 ລ້ານຕົ້ນພາຍໃຕ້ ໂຄງການ ຊຸກຍູ້ ປູກຕົ້ນໄມ້ ລະດັບຊາດ “ຕົ້ນໄມ້ພັນລ້ານ” (Billion Trees) . ໂດຍ ກະຊວງ ສິ່ງແວດລ້ອມ ແລະ ການທ່ອງທ່ຽວ ຂອງ ມົງໂກລີ ລະບຸວ່າ: ໄດ້ປູກຕົ້ນໄມ້ທົ່ວປະເທດ ຫລາຍກວ່າ 16,7 ລ້ານຕົ້ນ, ນັບແຕ່ເປີດໂຕໂຄງການ ເບື້ອງຕົ້ນ ເມື່ອເດືອນ ຕຸລາ ປີ 2021 ຜ່ານມາ ເພື່ອແນໃສ່ ປູກຕົ້ນໄມ້ໃຫ້ໄດ້ ຢ່າງໜ້ອຍ 1 ຕື້ຕົ້ນ ໃນປີ 2030 ເພື່ອຕໍ່ສູ້ກັບການປ່ຽນແປງສະພາບເປັນທະເລຊາຍ.

ກະຊວງດັ່ງກ່າວ ລະບຸວ່າ: ການປ່ຽນແປງ ສະພາບ ເປັນທະເລຊາຍ ໄດ້ເຊື່ອມໂຍງກັບ ການປ່ຽນແປງ ສະພາບພູມອາກາດ ຊຶ່ງເປັນປັດໄຈຫລັກ ເບື້ອງຫລັງ ໃນການເກີດພາຍຸ ຝຸ່ນເຫລືອງ ຫລາຍຄັ້ງຂອງ ມົງໂກລີ ໃນໄລຍະຫລາຍປີ ຜ່ານມາ, ໂດຍກວມເອົາ 77% ຂອງດິນແດນ ທັງໝົດ ຂອງປະເທດ ໄດ້ຮັບຜົນກະທົບ ຈາກການປ່ຽນແປງ ສະພາບເປັນທະເລຊາຍ ແລະ ການຊຸດໂຊມ ຂອງທີ່ດິນ ແລະ ມີດິນແດນພຽງ 7,9% ທີ່ມີ ປ່າໄມ້ ປົກຄຸມ.

ມົງໂກລີ ວາງແຜນປູກຕົ້ນໄມ້ ປະມານ 43 ລ້ານຕົ້ນ ເພື່ອຕໍ່ສູ້ກັບການປ່ຽນແປງສະພາບເປັນທະເລຊາຍ - Visit Laos Visit SALANA BOUTIQUE HOTEL - ມົງໂກລີ ວາງແຜນປູກຕົ້ນໄມ້ ປະມານ 43 ລ້ານຕົ້ນ ເພື່ອຕໍ່ສູ້ກັບການປ່ຽນແປງສະພາບເປັນທະເລຊາຍ
ມົງໂກລີ ວາງແຜນປູກຕົ້ນໄມ້ ປະມານ 43 ລ້ານຕົ້ນ ເພື່ອຕໍ່ສູ້ກັບການປ່ຽນແປງສະພາບເປັນທະເລຊາຍ - 4 - ມົງໂກລີ ວາງແຜນປູກຕົ້ນໄມ້ ປະມານ 43 ລ້ານຕົ້ນ ເພື່ອຕໍ່ສູ້ກັບການປ່ຽນແປງສະພາບເປັນທະເລຊາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!