ເຈົ້າແຂວງສະຫວັນນະເຂດ ຕິດຕາມ ຊຸກຍູ້ ວຽງງານຢູ່ເມືອງອາດສະພັງທອງ

ເຈົ້າແຂວງສະຫວັນນະເຂດ ຕິດຕາມ ຊຸກຍູ້ ວຽງງານຢູ່ເມືອງອາດສະພັງທອງ - 342404185 2123205691205892 659756539917476844 n - ເຈົ້າແຂວງສະຫວັນນະເຂດ ຕິດຕາມ ຊຸກຍູ້ ວຽງງານຢູ່ເມືອງອາດສະພັງທອງ
ເຈົ້າແຂວງສະຫວັນນະເຂດ ຕິດຕາມ ຊຸກຍູ້ ວຽງງານຢູ່ເມືອງອາດສະພັງທອງ - kitchen vibe - ເຈົ້າແຂວງສະຫວັນນະເຂດ ຕິດຕາມ ຊຸກຍູ້ ວຽງງານຢູ່ເມືອງອາດສະພັງທອງ
ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະໄດ້ຕິດຕາມ ຊຸກຍູ້ ວຽກງານຕ່າງໆພາຍໃນເມືອງອາດສະພັງທອງ ແຂວງສະຫວັນນະເຂດ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ບຸນຖັນ ແສງດາລາ ເຈົ້າເມືອງອາດສະພັງທອງ.
ທ່ານໄດ້ຮ່ວມກັບການນຳເມືອງລົງຕິດຕາມຊຸກຍູ້ ເບິ່ງຂົວຫ້ວຍພະນອມ ບ້ານນາແຜກ, ຂົວດັ່ງກ່າວນີ້ເປັນຂົວເຊື່ອມໂຍງລະຫວ່າງ ບ້ານ ກັບນາ ແລະ ປ່າຊ້າ ເບື້ອງຕົ້ນປະຊາຊົນໄດ້ສ້າງຂຶ້ນເອງໃນປີ 2019 ດ້ວຍງົບປະມານ 55 ລ້ານກີບ, ແຕ່ດ້ວຍແຮງງານ ແລະ ງົບປະມານບໍ່ພຽງພໍ, ຈຶ່ງເຮັດໃຫ້ຂົວດັ່ງກ່າວບໍ່ສາມາດທຽວໄດ້. ສະນັ້ນ, ທ່ານເຈົ້າແຂວງຈຶ່ງເຫັນດີໃຫ້ພາກສ່ວນກ່ຽວຂ້ອງນໍາໄປຄິດໄລ່ໃນການກໍ່ສ້າງຄືນໃໝ່ ເພື່ອໃຫ້ປະຊາຊົນນຳໃຊ້ໄດ້ໄປທໍາການຜະລິດ.
ไม่มีคำอธิบายรูปภาพ ເຈົ້າແຂວງສະຫວັນນະເຂດ ຕິດຕາມ ຊຸກຍູ້ ວຽງງານຢູ່ເມືອງອາດສະພັງທອງ - 342613091 617817893542165 523347518480075089 n - ເຈົ້າແຂວງສະຫວັນນະເຂດ ຕິດຕາມ ຊຸກຍູ້ ວຽງງານຢູ່ເມືອງອາດສະພັງທອງ
ຈາກນັ້ນທ່ານ ກໍໄດ້ເດີນທາງໄປເບິ່ງສະຖານທີ່ ຈະກໍ່ສ້າງຝາຍສະລໍນໍ້າ ແກ້ງພະນອມ ບ້ານດົງນາຂາມ ແລະການກໍ່ສ້າງຝາຍນໍ້າລົ້ນບ້ານປົ່ງນາທັງນີ້ກໍເພື່ອກັກຂັງນໍ້າໄວ້ໃຫ້ປະຊາຊົນໄດ້ມີນໍ້າທໍາການຜະລິດລະດູແລ້ງ, ຢ້ຽມຢາມສູນຝຶກອົບຮົມເຕັກນິການປູກໄມ້ວິກ ແລະ ໂຮງເຮືອນຜະລິດເບ້ຍ ດ້ວຍເນື້ອເຫຍື້ອຫຼັງໃໝ່ຂອງ ບໍລິສັດ ນັກລົງທຶນຕ່າງປະເທດ ທີ່ໄດ້ຈົດທະບຽນ ຢູ່ລາວໃນປີ 2008, ມາຮອດປັດຈຸບັນນີ້, ການລົງທຶນໃນລາວບັນລຸໄດ້ 9.139,4 ຕື້ກີບ, ເທົ່າກັບ 1.069.000.000 ໂດລາ, ບັນລຸສະມັດຖະພາບການຜະລິດເຈ້ຍ ແລະ ແຜ່ນຫຍື່ອເຈ້ຍໄດ້ 1,​5 ລ້ານໂຕນ/ປີໃນເນື້ອທີ່ປູກໄມ້ມີ 44.000 ເຮັກຕາ. ບໍລິສັດໄດ້ເລີ່ມຈັດຕັ້ງປະຕິບັດໂຄງການປູກໄມ້, ຜະລິດເຫຍື່ອເຈ້ຍ ແລະ ເຈ້ຍຄົບວົງຈອນໃນປີ 2008 ແລະ ໄດ້ປະຕິບັດຢ່າງຈິງຈັງໃນຮູບແບບ ຮ່ວມມືກັບປະຊາຊົນ, ຊຸກຍູ້ ແລະ ສົ່ງເສີມໃຫ້ປະຊາຊົນປູກໄມ້ວິກ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ, ການປູກໄມ້ພາຍໃນແຂວງສະຫວັນນະເຂດ ໄດ້ 34.712 ເຮັກຕາ, ລວມທັງດິນສໍາປະທານດິນລັດມີ 17.634 ເຮັກຕາ, ການປູກໄມ້ແບບມະຫາຊົນນັບມື້ໄດ້ຮັບການຕອບຮັບດີຂຶ້ນ, ເລີ່ມປູກປີ 2016 ຈໍານວນ 86.309 ຕົ້ນ, ຮອດປີ 2022 ປູກໄດ້ຈໍານວນ 6.572.200 ຕົ້ນ. ບໍລິສັດໄດ້ຊື້ໄມ້ໃນລາຄາ 40 ໂດລາ/ໂຕນ, ສາມາດສົ່ງເສີມການພັດທະນາເສດຖະກິດທ້ອງຖິ່ນ, ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະນໍາໃຊ້ດິນເປົ່າຫວ່າງເພື່ອພັດທະນາໃຫ້ເກີດຜົນປະໂຫຍດ.
ຂ່າວ: ສະຫວັນນະເຂດ
ເຈົ້າແຂວງສະຫວັນນະເຂດ ຕິດຕາມ ຊຸກຍູ້ ວຽງງານຢູ່ເມືອງອາດສະພັງທອງ - 5 - ເຈົ້າແຂວງສະຫວັນນະເຂດ ຕິດຕາມ ຊຸກຍູ້ ວຽງງານຢູ່ເມືອງອາດສະພັງທອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!