ດັດແປງສະພາບລົດໃຫຍ່ເພື່ອຊຸກເຊື່ອງເຮໂຣອິນ 160 ກິໂລກຣາມ ສຸດທ້າຍຖືກຈັບ

ດັດແປງສະພາບລົດໃຫຍ່ເພື່ອຊຸກເຊື່ອງເຮໂຣອິນ 160 ກິໂລກຣາມ ສຸດທ້າຍຖືກຈັບ - 343230544 959360905110671 7503610782654564356 n - ດັດແປງສະພາບລົດໃຫຍ່ເພື່ອຊຸກເຊື່ອງເຮໂຣອິນ 160 ກິໂລກຣາມ ສຸດທ້າຍຖືກຈັບ
ດັດແປງສະພາບລົດໃຫຍ່ເພື່ອຊຸກເຊື່ອງເຮໂຣອິນ 160 ກິໂລກຣາມ ສຸດທ້າຍຖືກຈັບ - kitchen vibe - ດັດແປງສະພາບລົດໃຫຍ່ເພື່ອຊຸກເຊື່ອງເຮໂຣອິນ 160 ກິໂລກຣາມ ສຸດທ້າຍຖືກຈັບ

ປກສ ແຂວງບໍ່ແກ້ວລາຍງານວ່າ: ວັນທີ 20 ເມສາ 2023 ນີ້ ເຈົ້້າໜ້າທີ່ຕຳຫຼວດປະຈຳຈຸດນໍ້າເກິ່ງ ໄດ້ປະຕິບັດໜ້າທີ່ກວດກາພາຫະນະເຂົ້າ-ອອກ,  ພົບເຫັນລົດຈີບ ຢີ່ຫໍ້ MAZDA ສີປອນທອງ ມີການດັດແປງສະພາບເຕັກນິກ, ຜູ້ຂັບຂີ່ມານຳຈຳນວນ 3 ຄົນ  ຜ່ານການກວດສອບ ແລະ ກວດກາພົບວ່າລົດດັ່ງກ່າວໄດ້ມີການດັດແປງສະພາບເຕັກນິກເພື່ອ ຊຸກເຊື່ອງຢາເສບຕິດປະເພດ ເຮໂຣອິນ ຈໍານວນ 400 ແທ່ງ ໜໍ້າໜັກ 160 ກິໂລກຣາມ.

ດັດແປງສະພາບລົດໃຫຍ່ເພື່ອຊຸກເຊື່ອງເຮໂຣອິນ 160 ກິໂລກຣາມ ສຸດທ້າຍຖືກຈັບ - 342616275 1675637429541960 5536804948562325939 n - ດັດແປງສະພາບລົດໃຫຍ່ເພື່ອຊຸກເຊື່ອງເຮໂຣອິນ 160 ກິໂລກຣາມ ສຸດທ້າຍຖືກຈັບ

ດັດແປງສະພາບລົດໃຫຍ່ເພື່ອຊຸກເຊື່ອງເຮໂຣອິນ 160 ກິໂລກຣາມ ສຸດທ້າຍຖືກຈັບ - Visit Laos Visit SALANA BOUTIQUE HOTEL - ດັດແປງສະພາບລົດໃຫຍ່ເພື່ອຊຸກເຊື່ອງເຮໂຣອິນ 160 ກິໂລກຣາມ ສຸດທ້າຍຖືກຈັບ

ເຈົ້າໜ້າທີ່ໄດ້ຈັບຕົວຊາຍໜຸ່ມ 3 ຄົນຄື:

  1. ທ້າວ ຈາ ເລົາ, ອາຍຸ 25 ປີ, ອາຊີບເຮັດໄຮ່, ສັນຊາດ ລາວ, ຢູ່ບ້ານ ດອນທາດເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.

2.ທ້າວ ເຈຍ ເລົາ ຫຼື ວຽງໄຊ ເລົ່າ, ອາຍຸ 29 ປີ, ອາຊີບ ເຮັດໄຮ່, ສັນຊາດ ລາວ, ຢູ່ບ້ານ ດອນທາດ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.

3.ທ້າວ ຄຳແສງ ຊົ່ງ ຫຼື ຕຸ ຊົງ ອາຍຸ 28 ປີ, ອາຊີບ ເຮັດໄຮ່, ສັນຊາດ ລາວ, ຢູ່ບ້ານ ດອນທາດເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.

ພ້ອມຂອງກາງ ເຮໂຣອີນ 400 ແທ່ງ, ລົດຈິບຍີ່ຫໍ້ MAZDA ໂທລະສັບມຶຖຶ ຈໍານວນ 6 ໜ່ວຍ, ສາຍຄໍເຫຼືອຄ້າຍຄືຄໍາ 1 ເສັ້ນ, ແຫວນມືທອງເຫຼືອງ 1 ວົງ ປັດຈຸບັນເຈົ້າໜ້າທີ່ວິຊາສະເພາະພວມດໍາເນີການສືບສວນ-ສອບສວນ ຂະຫຍາຍຜົນຕໍ່ໄປ.

 

ດັດແປງສະພາບລົດໃຫຍ່ເພື່ອຊຸກເຊື່ອງເຮໂຣອິນ 160 ກິໂລກຣາມ ສຸດທ້າຍຖືກຈັບ - 5 - ດັດແປງສະພາບລົດໃຫຍ່ເພື່ອຊຸກເຊື່ອງເຮໂຣອິນ 160 ກິໂລກຣາມ ສຸດທ້າຍຖືກຈັບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!