ແຂວງບໍ່ແກ້ວ ຈັດພິທີສົມມາຄອບໄຂວ່ ເພື່ອກະກຽມສ້ອມແຊມໂຄງສ້າງອົງພະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄຳ
ພິທີສົມມາຄາລະວະຄອບໄຂວ່ ພຣະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄຳ ແລະ ມະເຫສັກ ເຈົ້າຖິ່ນເຈົ້າຖານ ສິ່ງສັກສິດ ທີ່ປົກປັກຮັກສາແຫລ່ງປະຫວັດສາດ ແຂວງບໍ່ແກ້ວ ເພື່ອກະກຽມສ້ອມແຊມບູລະນະຄືນໃໝ່, ຈັດຂຶ້ນວັນທີ 24 ເມສາ 2023, ໂດຍແມ່ນພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ (ຖວທ) ແຂວງບໍ່ແກ້ວ ສົມທົບກັບຫ້ອງການ ຖວທ ເມືອງ ແລະ ກຳມາທິການສາທາລະນູປະການ ອພສ ແຂວງ, ເຊິ່ງນໍາພາຂອງ ພຣະອາຈານ ຈຸ່ມ ວັດຊະຣະ ຫົວໜ້າກຳມາທິການສາທາລະນູປະການ ເຈົ້າອະທິການວັດສີບຸນເຮືອງ, ມີທ່ານ ສົມສັກ ມະຫາພົນ ຮອງຫົວໜ້າພະແນກ ຖວທ ແຂວງ.
ໃນພິທີ, ພຣະອາຈານ ຈຸ່ມ ວັດຊະຣະ ໄດ້ນໍາພາໄຫວ້ພຣະ, ກ່າວສົມມາຄາລະວະຄອບໄຂວ່ ພຣະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄຳ ແລະ ມະເຫສັກເຈົ້າຖິ່ນເຈົ້າຖານ ສິ່ງສັກສິດທີ່ປົກປັກຮັກສາແຫລ່ງປະຫວັດສາດເມືອງເກົ່າສຸວັນນະໂຄມຄຳ ພ້ອມທັງສົງນໍ້າອົງພະເຈົ້າໃຫຍ່ ເພື່ອກະກຽມສ້ອມແຊມໂຄງສ້າງຂອງອົງພຣະ ໃຫ້ມີຄວາມຄົງທົນຕໍ່ສະພາບແວດລ້ອມ ດິນຟ້າອາກາດ ກວ່າເກົ່າ ແລະ ສືບຕໍ່ປົກປັກຮັກສາໃຫ້ເປັນໃຫ້ເປັນມິ່ງຂວັນຂອງປະຊາຊົນຊາວແຂວງ ບໍ່ແກ້ວ ກໍຄືເປັນມໍລະດົກທາງວັດທະນະທຳຂອງຊາດສືບໄປ, ເຊິ່ງການສ້ອມແຊມໂຄງສ້າງອົງພະເຈົ້າໃຫຍ່ຈະໄດ້ດຳເນີນໂດຍການນໍາພາຂອງ ພຣະອາຈານ ຈຸ່ມ ວັດຊະຣະ ຫົວໜ້າກຳມາທິການສາທາລະນູປະການ ອພສ ແຂວງ ໂດຍຈະໄດ້ນໍາໃຊ້ເຕັກນິກ ວິຊາການສ້ອມແຊມແຫລ່ງບູຮານຄະດີທີ່ກໍ່ສ້າງດ້ວຍດິນຈີ່, ເປັນເຕັກນິກທີ່ນິຍົມໃຊ້ໃນການບູລະນະສ້ອມແຊມແຫຼ່ງບູຮານຄະດີ ໂດຍຈະໄດ້ນໍາເອົາກ້ອນດິນເກົ່າທີ່ພັງລົງຈາກແຫລ່ງປະຫວັດສາດດັ່ງກ່າວມາຈັດວາງໃສ່ສ່ວນທີ່ຊໍາລຸດຫັກພັງ ຕາມຮູບແບບໂຄງສ້າງເດີມ ແລ້ວນໍາໃຊ້ຊິມັງກາວສິດໃສ່ຊ່ອງຮອຍຕໍ່ຂອງດິນຈີ່ແຕ່ລະກ້ອນ ໂດຍສະເພາະແມ່ນສ່ວນທີ່ຈະເຮັດໃຫ້ໂຄງສ້າງຂອງອົງພຣະມີຄວາມຄົງທົນກວ່າເກົ່າ ເຊັ່ນ: ສ່ວນຖານໜ້າຕັກ ສ່ວນແອວ ເພື່ອບໍ່ໃຫ້ອົງພຣະເຈົ້າໃຫຍ່ຫັກພັງລົງມາ ເຊິ່ງການສ້ອມແຊມດ້ວຍເຕັກນິກດັ່ງກ່າວແມ່ນຕ້ອງໄດ້ດຳເນີນດ້ວຍຄວາມລະອຽດອ່ອນ ແລະ ຄ່ອຍເປັນຄ່ອຍໄປ. ປັດຈຸບັນແມ່ນພວມລໍຖ້າຂໍ້ຕົກຢ່າງເປັນທາງການຈາກກະຊວງ, ກົມ ແລະ ພະແນກການກ່ຽວຂ້ອງ ຈຶ່ງຈະເລີ່ມດຳເນີນການສ້ອມແຊມ.