ຊູດັງເດີນໜ້າຂະຫຍາຍໄລຍະເວລາຢຸດຍິງອອກໄປອີກ 72 ຊົ່ວໂມງ ແຕ່ການປະທະກັນຍັງດໍາເນີນຕໍ່ໄປ

ກອງທັບຊູດັງ ແລະ ກຸ່ມກອງກໍາລັງ RSF ເຫັນພ້ອມເດີນໜ້າຂະຫຍາຍໄລຍະເວລາຢຸດຍິງອອກໄປອີກ 72 ຊົ່ວໂມງ ຫລັງໄດ້ຮັບການຊ່ວຍເຫລືອຈາກລັດຖະບານຊາອຸດິອາຣະບີ ແລະ ອາເມລິກາ, ແຕ່ຍັງພົບລາຍງານການປະທະກັນລະຫວ່າງຄູ່ຂັດແຍ່ງທັງສອງກຸ່ມຢ່າງຕໍ່ເນື່ອງ ໂດຍສະເພາະໃນນະຄອນຫລວງຄາທູມ ຂອງຊູດັງ ເພື່ອຍາດແຍ່ງອໍານາດນໍາໃນການບໍລິຫານປະເທດ ຫລັງໂຄ່ນລົ້ມອໍານາດຜູ້ນໍາຂອງຊູດັງລົງໄດ້ໃນປີ 2019 ຜ່ານມາ.
ເບື້ອງຕົ້ນຊູດັງໃຕ້ອາສາເປັນຄົນກາງໄກ່ເກ່ຍເພື່ອຫາຂໍ້ຢຸດຕິໃຫ້ແກ່ຄວາມຂັດແຍ່ງໃນຄັ້ງນີ້ ໂດຍກອງທັບຊູດັງຕົກລົງຈະສົ່ງຜູ້ແທນກອງທັບໄປຮ່ວມເຈລະຈາຫາລື ຫລັງຈາກຄວາມຂັດແຍ່ງເກີດຂຶ້ນມາເກືອບ 2 ອາທິດແລ້ວ.
ຫລ້າສຸດຕົວເລກຜູ້ເສຍຊີວິດຈາກການປະທະກັນໃນຄັ້ງນີ້ມີ 512 ຄົນ ແລະ ໄດ້ຮັບບາດເຈັບອີກ 4.200 ກວ່າຄົນ, ຊາວຊູດັງ ແລະ ຊາວຕ່າງປະເທດໃນຊູດັງຈໍານວນບໍ່ໜ້ອຍທະຍອຍເດີນທາງອອກຈາກນະຄອນຫລວງຄາທູມແລ້ວ, ບາງສ່ວນຕັດສິນໃຈເດີນທາງອອກນອກປະເທດ ແລະ ກັບປະເທດຕົ້ນທາງຂອງຕົນເອງ, ຫລາຍຝ່າຍຄາດວ່າຈໍານວນຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຕົວຈິງອາດສູງກວ່ານີ້.
ສ່ວນໂຄງການອາຫານໂລກ (WFP) ລະບຸວ່າ: ຄວາມຂັດແຍ່ງທີ່ເກີດຂຶ້ນຍັງມີສ່ວນເຮັດໃຫ້ການກະຈາຍການຊ່ວຍເຫລືອດ້ານອາຫານຖືກຈໍາກັດ, ປະຊາກອນປະມານ 1 ໃນ 3 ຂອງຊູດັງຈາກທັງໝົດ 46 ລ້ານຄົນ ຕ້ອງອາໄສການຊ່ວຍເຫລືອດ້ານມະນຸດສະທໍາໃນໄລຍະເວລານີ້, ຄວາມຮຸນແຮງຊຸກຍູ້ໃຫ້ປະຊາຊົນຫລາຍລ້ານຄົນເຂົ້າສູ່ສະພາບອຶດຫິວ.
ຂະນະທີ່ໜ່ວຍງານຂອງສະຫະປະຊາຊາດ (UN) ເປີດເຜີຍວ່າ: ປັດຈຸບັນຊາວຊູດັງປະມານ 20.000 ຄົນອົບພະຍົບໄປປະເທດຊາດ, ອີກປະມານ 4.000 ຄົນເດີນທາງໄປຊູດັງໃຕ້, ອີກປະມານ 3.500 ຄົນເດີນທາງລີ້ໄພໄປເອທິໂອປີ ແລະ ອີກປະມານ 3.000 ຄົນລີ້ໄພໄປອາຟຣິກາກາງ ເຊິ່ງ UN ປະກາດເຕືອນວ່າ: ຖ້າຄວາມຂັດແຍ່ງຍັງຮຸນແຮງ ແລະ ຕໍ່ເນື່ອງ ອາດມີຊາວຊູດັງອີກຢ່າງໜ້ອຍ 2,7 ແສນຄົນຕັດສິນໃຈອົບພະຍົບລີ້ໄພອອກນອກປະເທດໃນອະນາຄົດ.
ອ້າງອີງ:
https://www.aljazeera.com/…/sudans-army-and-rsf-say…