ຈຳປາສັກເຂັ້ມງວດເລື່ອງການນໍາເຂົ້າ ເຄື່ອງວັດຖຸສັງຄະພັນ ແລະທີ່ເຮັດດ້ວຍໂລຫະ, ວັດຖຸ ຈາກຕ່າງປະເທດ

ຈຳປາສັກເຂັ້ມງວດເລື່ອງການນໍາເຂົ້າ ເຄື່ອງວັດຖຸສັງຄະພັນ ແລະທີ່ເຮັດດ້ວຍໂລຫະ, ວັດຖຸ ຈາກຕ່າງປະເທດ - 343451301 788763872596137 7698427797063358751 n - ຈຳປາສັກເຂັ້ມງວດເລື່ອງການນໍາເຂົ້າ ເຄື່ອງວັດຖຸສັງຄະພັນ ແລະທີ່ເຮັດດ້ວຍໂລຫະ, ວັດຖຸ ຈາກຕ່າງປະເທດ
ຈຳປາສັກເຂັ້ມງວດເລື່ອງການນໍາເຂົ້າ ເຄື່ອງວັດຖຸສັງຄະພັນ ແລະທີ່ເຮັດດ້ວຍໂລຫະ, ວັດຖຸ ຈາກຕ່າງປະເທດ - kitchen vibe - ຈຳປາສັກເຂັ້ມງວດເລື່ອງການນໍາເຂົ້າ ເຄື່ອງວັດຖຸສັງຄະພັນ ແລະທີ່ເຮັດດ້ວຍໂລຫະ, ວັດຖຸ ຈາກຕ່າງປະເທດ

ວັນທີ 25 ເມສາ 2023 ຜ່ານມານີ້ ພະແນກ ຖວທ ແຂວງຈຳປາສັກອອກແຈ້ງການ ເລື່ອງການນໍາເຂົ້າ ພະພຸດທະຮູບ, ຄ້ອງ, ກອງ, ລະຄັງ ແລະ ສິ່ງສັກກະລະບູຊາທີ່ເຮັດດ້ວຍໂລຫະ, ແກ້ວ, ຫີນ, ໄມ້ ແລະ ອື່ນໆ ຈາກຕ່າງປະເທດເຂົ້າມາປະດິດສະຖານຢູ່ແຂວງຈໍາປາສັກ ໂດຍລະບຸໄວ້ໃນແຕ່ລະຂໍ້ດັ່ງນີ້:

  1. ໃຫ້ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ບໍລິສັດຮ້າງຮ້ານ ເອົາໃຈໃສ່ສົ່ງເສີມຜະລິດຕະພັນ(ທາງດ້ານວັດທະນະທໍາ) ພາຍໃນ ເພື່ອຫຼີກລ່ຽງການນໍາເຂົ້າຈາກຕ່າງປະເທດ.
  2. ຖ້າຫາກມີຄວາມຈໍາເປັນຢາກນໍາເຂົ້າພະພຸດທະຮູບ, ຄ້ອງ, ກອງ, ລະຄັງ ແລະ ສິ່ງສັກກະລະທີ່ເຮັດດ້ວຍ ໂລຫະ, ແກ້ວ, ຫີນ, ໄມ້ ແລະ ອື່ນໆ ຈາກຕ່າງປະເທດເຂົ້າມາປະດິດສະຖານຢູ່ໃນແຂວງຈໍາປາສັກ ຫຼື ຢາກຫຼໍ່ພະ, ສ້າງພະ ຕ້ອງໄດ້ຜ່ານແບບ ແລະ ໄດ້ຮັບອະນຸຍາດຈາກພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງກ່ອນ. ໂດຍເອົາແບບມາຜ່ານຂະແຫນງວັດທະນະທໍາ, ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ເພື່ອພິຈາລະນາ ຄົ້ນຄວ້າ, ກວດກາເນື້ອໃນຮູບແບບຂອງວັດຖຸພັນ ດັ່ງກ່າວທີ່ຈະນໍາເຂົ້າມານັ້ນ ແມ່ນໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສິລະປະວັດທະນະທໍາລາວສະໄໝລ້ານ ຊ້າງ ແລະ ບໍ່ໃຫ້ມີພາສາຕ່າງປະເທດ ຫຼື ລະຫັດ, ໂລໂກ, ກາຊາດຂອງຕ່າງປະເທດ ແລະ ສັນຍະລັກອື່ນໆ ສະຫຼັກໄວ້ໃນພະພຸດທະຮູບ, ຄ້ອງ, ກອງ, ລະຄັງ.
    ຈຳປາສັກເຂັ້ມງວດເລື່ອງການນໍາເຂົ້າ ເຄື່ອງວັດຖຸສັງຄະພັນ ແລະທີ່ເຮັດດ້ວຍໂລຫະ, ວັດຖຸ ຈາກຕ່າງປະເທດ - 343452500 951319349384634 8227647044712484228 n - ຈຳປາສັກເຂັ້ມງວດເລື່ອງການນໍາເຂົ້າ ເຄື່ອງວັດຖຸສັງຄະພັນ ແລະທີ່ເຮັດດ້ວຍໂລຫະ, ວັດຖຸ ຈາກຕ່າງປະເທດ
  3. ສໍາລັບ ພະພຸດທະຮູບ, ຄອງ, ກອງ, ລະຄັງ, ແລະ ສິ່ງສັກກະລະທີ່ເຮັດດ້ວຍໂລຫະ, ແກ້ວ, ຫີນ, ໄມ້ ທີ່ ຈະນໍາເຂົ້າມາແມ່ນຕ້ອງມີຂະໜາດບໍ່ໃຫ້ເກິນກໍານົດທີ່ທາງກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວກໍານົດໄວ້ດັ່ງນີ້:

– ປະເພດ ພະພຸດທະຮູບ: ໜ້າຕັກກວ້າງບໍ່ເກີນ: 1 ແມັດ, ສູງ : 0,8 ແມັດ.

ຈຳປາສັກເຂັ້ມງວດເລື່ອງການນໍາເຂົ້າ ເຄື່ອງວັດຖຸສັງຄະພັນ ແລະທີ່ເຮັດດ້ວຍໂລຫະ, ວັດຖຸ ຈາກຕ່າງປະເທດ - Visit Laos Visit SALANA BOUTIQUE HOTEL - ຈຳປາສັກເຂັ້ມງວດເລື່ອງການນໍາເຂົ້າ ເຄື່ອງວັດຖຸສັງຄະພັນ ແລະທີ່ເຮັດດ້ວຍໂລຫະ, ວັດຖຸ ຈາກຕ່າງປະເທດ

– ປະເພດ ຄ້ອງ: ເສັ້ນຜ່າໃຈກາງບໍ່ເກີນ : 1,5 ແມັດ.

– ປະເພດ ກອງ: ລວງຍາວບໍ່ເກີນ: 1,5 ແມັດ, ເສັ້ນຜ່າໃຈກາງ: 1 ແມັດ.

– ປະເພດ ລະຄັງ: ສູງ ບໍ່ເກີນ: 1 ແມັດ, ເສັ້ນຜ່າໃຈກາງ: 0,5 ແມັດ

  1. ກ່ອນການນໍາເຂົ້າທາງຂະແໜງວັດທະນະທໍາແມ່ນຈະໄດ້ລົງກວດກາ ເພື່ອເປັນການຢັ້ງຢືນຄວາມຖືກຕ້ອງ, ຄວາມເປັນມາຂອງວັດຖຸພັນ ແລະ ສະຖານ ທີ່ຈະປະດິດສະຖານວັດຖຸພັນດັ່ງກ່າວ ພ້ອມທັງສ້າງບົດບັນທຶກໄວ້ເພື່ອເປັນຫຼັກຖານ, ເມື່ອເຫັນວ່າຖືກຕ້ອງ ແລະ ຄົບຖ້ວນແລ້ວຈື່ງສາມາດນໍາເຂົ້າໄດ້.
  2. ຫ້າມນໍາເຂົ້າເທວະຮູບ, ໂຮງຫຼໍ່ພະພຸດທະຮູບ, ເທວະຮູບ, ຄ້ອງກອງ, ລະຄັງ ແລະ ອື່ນໆທີ່ນໍາມາຈາກ ຕ່າງປະເທດເຂົ້າມາຫຼໍ່, ໂຄສະນາເຜີຍແຜ່ ຫຼື ຈໍາໜ່າຍໃນແຂວງຈໍາປາສັກ.
  3. ຖ້າບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ບໍລິສັດຮ້າງຮ້ານ ຫາກມີການ ລະເມີດບໍ່ປະຕິບັດຕາມແຈ້ງການສະບັບນີ້ ແມ່ນຈະຖືປັບໃໝ ແລະ ລົງໂທດຕາມລະບຽບກົດໝາຍວາງອອກ.

ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

 

 

ຈຳປາສັກເຂັ້ມງວດເລື່ອງການນໍາເຂົ້າ ເຄື່ອງວັດຖຸສັງຄະພັນ ແລະທີ່ເຮັດດ້ວຍໂລຫະ, ວັດຖຸ ຈາກຕ່າງປະເທດ - 5 - ຈຳປາສັກເຂັ້ມງວດເລື່ອງການນໍາເຂົ້າ ເຄື່ອງວັດຖຸສັງຄະພັນ ແລະທີ່ເຮັດດ້ວຍໂລຫະ, ວັດຖຸ ຈາກຕ່າງປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!