ປກສ ເມືອງແກ່ນທ້າວ ມອບຄຳຫລາຍກວ່າ 10 ບາດ ແລະ ລົດຈັກ ທີ່ຖືກຄົນຮ້າຍລັກໄປ ມາຄືນໃຫ້ເຈົ້າຂອງເດີມ


ວັນທີ 26 ເມສາ 2023 ຜ່ານມານີ້, ເຈົ້າໜ້າທີ່ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບຊັບຄືນທີ່ຖືກຄົນຮ້າຍລັກໄປ ໃນຄັ້ງວັນທີ 15 ເມສາ 2023 ຜ່ານມາຄືນໃຫ້ເຈົ້າຂອງເດີມກ່າວມອບໂດຍ ພັທ ສະເຫວີຍ ແສງອາພອນ ຮອງຫົວໜ້າກອງບັນຊາການ ປກສ ເມືອງແກ່ນທ້າວ, ກ່າວຮັບໂດຍທ່ານນາງ ປະສົມສຸກ ພັບບົວອອນ ອາຊີບຄ້າຂາຍ-ຂາຍຢູ່ບ້ານຈອມແກ້ວ ເມືອງແກ່ນທ້າວ ແຂວງໄຊຍະບູລີ.
ເຊິ່ງເຄື່ອງທີ່ນໍາມາມອບໃນຄັ້ງນີ້ມີສາຍແຂນຄໍາຈໍານວນ 10 ເສັ້ນ ນໍ້າໜັກ 10 ບາດ, ຕຸ້ມຫູຄໍາ ຈໍານວນ 1 ຄູ່ ນໍ້າໜັກ 2 ຫຸ່ນ, ສາຍແຂນ ເງິນຈໍານວນ 2 ເສັ້ນ ນໍ້າໜັກ 2 ບາດ ແລະ ໂມງ 1 ໜ່ວຍ, ລວມມູນຄ່າທັງໝົດ 170 ລ້ານກີບ ເຊິ່ງວັດຖຸດັ່ງກ່າວ ແມ່ນຄົນຮ້າຍລັກໄປໃນຄັ້ງວັນທີ 15 ເມສາ 2023 ຢູ່ທີ່ຮ້ານຂາຍຄໍາຕະຫຼາດເມືອງແກ່ນທ້າວ ແຂວງໄຊຍະບູລີ ເຈົ້າໜ້າທີ່ສາມາດເກັບກູ້ຄືນໄດ້ແລ້ວມອບໃຫ້ເຈົ້າເດີມ.
ນອກນັ້ນ, ໃນອາທິດຜ່ານມາ ເຈົ້າໜ້າທີ່ຕໍາຫລວດ ພະແນກສືບສວນ – ສອບສວນ, ຫ້ອງຕໍາຫລວດ ປກສ ແຂວງໄຊຍະບູລີ, ໄດ້ມອບລົດຈັກຄືນໃຫ້ເຈົ້າຂອງເດີມ, ເຊີ່ງກ່າວມອບໂດຍ ທ່ານ ພັຕ ໄໝ່ ຄໍາຟຸ່ນວິໄລ ຮອງພະແນກ ສືບສວນ – ສອບສວນ ແລະ ຕາງໜ້າກ່າວຮັບດວຍ ທ່ານ ຫລອດ ເພັງບຸນມາ ອາຊິບປະຊາຊົນ ບ້ານນາຍາວ ເມືອງໄຊຍະບູລີ ແຂວງໄຊຍະບູລີ
ສ່ວນລົດທີ່ນໍາມາມອບໃນຄັ້ງນີ້ ແມ່ນລົດຈັກ somerx ສີແດງ ບໍ່ມີໝາຍເລກທະບຽນ. ໃນນັ້ນເຈົ້າໜ້າທີ່ໄດ້ໃຫ້ຮູ້ວ່າລົດຈັກຄັນດັ່ງກ່າວແມ່ນຄົນບໍ່ດີໄດ້ລັກມາຈາກບ້ານໂພນເຄັງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ແຕ່ ວັນທີ 21 ກຸມພາ 2023 ແລ້ວມາຈອດປະໄວ້ ແຄມທາງເຂດບ້ານ ສີເມືອງ ເມືອງໄຊຍະບູລີ ແຂວງໄຊຍະບູລີ, ຈາກນັ້ນເຈົ້າໜ້າທີ່ຈື່ງໄດ້ນໍາເອົາລົດຄັນດັ່ງກ່າວມາຮັກສາໄວ້ ແລະ ໄດ້ມອບໃຫ້ເຈົ້າຂອງເດີມ, ສ່ວນຜູ້ກະທໍາຜິດແມ່ນໄດ້ເອົາໂຕລົບໜີ ປັດຈຸບັນທາງເຈົ້າໜ້າທີ່ກໍາລັງສືບຄົນຫາຜູ້ກະທໍາຜິດເພື່ອມາດໍາເນີນຄະດີຕາມລະບຽບກົດໝາຍ.