ສິບຕົ້ນຫຼ້າ ບໍ່ທໍ່ ຫ້າຕົ້ນຫົວປີ

ສິບຕົ້ນຫຼ້າ ບໍ່ທໍ່ ຫ້າຕົ້ນຫົວປີ - f4da79fa 1ed9 46fb 9b90 5ef1c96d57ed - ສິບຕົ້ນຫຼ້າ ບໍ່ທໍ່ ຫ້າຕົ້ນຫົວປີ
ສິບຕົ້ນຫຼ້າ ບໍ່ທໍ່ ຫ້າຕົ້ນຫົວປີ - kitchen vibe - ສິບຕົ້ນຫຼ້າ ບໍ່ທໍ່ ຫ້າຕົ້ນຫົວປີ

ພາຍຫຼັງຫຼີ້ນບຸນຫົດນ້ຳ ຫຼື ບຸນກຸດສົງການປີໃໝ່ລາວຜ່ານພົ້ນໄປດ້ວຍຄວາມເບີກບານມ່ວນຊື່ນ ສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍແລ້ວ ຊາວນາກະສິກອນຫຼາຍທ້ອງຖິ່ນຂອບເຂດທົ່ວປະເທດຕ່າງກໍ່ສືບຕໍ່ເລັ່ງໃສ່ການເກັບກູ້ຜົນຜະລິດລະດູແລ້ງຢ່າງຂຸ້ນຂ້ຽວ ໂດຍສະເພາະການເກັບກູ້ເຂົ້ານາແຊງ ແລະ ພືດຜັກຊະນິດຕ່າງໆ ໃຫ້ແລ້ວໄວທັນເວລາ ເພາະໄລຍະນີ້ກໍກ້າວເຂົ້າສູ່ເຂດລະດູຝົນແລ້ວ ເພື່ອຈະໄດ້ຫ້າງຫາກະກຽມທຸກເງື່ອນໄຂໃສ່ການຜະລີດລະດູຝົນຕົ້ນຕໍກໍແມ່ນການປູກເຂົ້ານາປີໃຫ້ທັນລະດູການ ທັງຮັບປະກັນຜົນຜະລິດໃຫ້ໄດ້ຕາມຄາດໝາຍ,

ເພື່ອເຮັດໃຫ້ຜົນຜະລິດເຂົ້ານາປີໄດ້ຕາມລະດັບຄາດໝາຍນັ້ນເຮົາຕ້ອງໄດ້ຫ້າງຫາກະກຽມເງື່ອນໄຂທຸກສິ່ງຢ່າງທີ່ພົວພັນເຖິງການຜະລິດແຕ່ດຽວນີ້ໄປ ເລີ່ມຈາກການກະກຽມເນື້ອທີ່ປູກ, ແນວພັນປູກທີ່ມີຄວາມເໝາະສົມກັບເນື້ອທີ່ດິນ,ມີຄວາມທົນທານຕໍ່ສະພາບດິນຟ້າອາກາດ,ສັດຕູພືດທຳລາຍແລະໃຫ້ຜົນຜະລິດສູງ, ຂົນຝຸ່ນຄອກຝຸ່ນບົ່ມລົງໃສ່ທົ່ງນາ ລວມທັງກະກຽມຝຸ່ນວິທະຍາສາດ ຢາປາບສັດຕູພືດໄວ້ແຕ່ຫົວທີໃຫ້ພຽງພໍ ດ້ານນຶ່ງກໍຄວນຮູ້ແລະຫັນມາເຮັດກະເສດສຸມນຳໃຊ້ເຕັກນິກວິທະຍາສາດເຄື່ອງກົນຈັກການຜະລິດທີ່ທັນສະໃໝເຂົ້າໃສ່ການຜະລິດໃຫ້ຫຼາຍຂື້ນ, ເຖິງວ່າໄລຍະນີ້ເຂົ້າສູ່ລະດູຝົນແລ້ວ ແຕ່ຝົນກໍ່ຍັງບໍ່ທັນຕົກລົງມາເປັນລ້ຳເປັນສັນເທື່ອກໍຕາມ ແຕ່ກໍຄວນໄດ້ອັດຄັນຕັນທ້າງໄວ້ແຕ່ຫົວທີໂລດພໍ ເມື່ອໃດຝົນຕົກລົງມາພໍໃຫ້ນ້ຳຄ້າງໄດ້ຂັງຢູ່ຕາມທົ່ງໄຮ່ທົ່ງນາໝ່າດິນໄວ້,

ສ່ວນເບື້ອງພາກລັດ ກໍຄືພະນັກງານວິຊາການທີ່ກ່ຽວຂ້ອງຄວນສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຜູ້ປະກອບການ ຫຼື ຊາວນາກະສິກອນຜູ້ມີເງື່ອນໄຂໃນການນຳເຂົ້າຝຸ່ນວິທະຍາສາດ,ຢາປາບສັດຕູພືດ ດ້ວຍການປະຕິບັດນະໂຍບາຍອັນເໝາະສົມໃຫ້ເຂົາເຈົ້າ ເບິ່ງຄືນຄອງເໝືອງຊົນລະປະທານ,ສະຖານີຈັກດູດນ້ຳແຕ່ລະແທ່ງຢູ່ໃນສະພາບທີ່ນຳໃຊ້ໄດ້ບໍ ຫຼື ຄວນລົງທຶນເຂົ້າໃນການສ້ອມແປງຄຶແນວໃດ ເພື່ອກະກຽມເງື່ອນໄຂຕ້ານແລ້ງຕ້ານຖ້ວມຊ່ວຍຊາວນາແຕ່ຫົວທີໂລດຈຶ່ງຈະເຮັດໃຫ້ການຜະລິດໄດ້ຮັບຜົນຕາມຄາດໝາຍ ສຸພາສິດລາວບູຮານໄດ້ກ່າວໄວ້ວ່າ : ສິບຕົ້ນຫຼ້າ ບໍ່ທໍ່ ຫ້າຕົ້ນຫົວປີ ສຸພາສິດນີ້ຍັງນຳໃຊ້ໄດ້ຕະຫຼອດມາ.

 

ສິບຕົ້ນຫຼ້າ ບໍ່ທໍ່ ຫ້າຕົ້ນຫົວປີ - 3 - ສິບຕົ້ນຫຼ້າ ບໍ່ທໍ່ ຫ້າຕົ້ນຫົວປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!