ຝຣັ່ງເຜີຍສະກັດແຜນກໍ່ການຮ້າຍ ໄດ້ 12 ຄັ້ງໃນປີນີ້

- 1505280072071 960x0 - ຝຣັ່ງເຜີຍສະກັດແຜນກໍ່ການຮ້າຍ ໄດ້ 12 ຄັ້ງໃນປີນີ້
- kitchen vibe - ຝຣັ່ງເຜີຍສະກັດແຜນກໍ່ການຮ້າຍ ໄດ້ 12 ຄັ້ງໃນປີນີ້

ທ່ານ ​ເມີຣາ ​ໂກ​ລົງ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຝຣັ່ງ ກ່າວ​ວ່າ: ຝຣັ່ງສາມາດ​ສະກັດ​ແຜນ​ກໍ່​ການ​ຮ້າຍ​ໄດ້ 12 ຄັ້ງນັບ​ແຕ່​ຕົ້ນປີ​ນີ້ ​ໂດຍ​ເຕືອນ​ວ່າ​ຍັງ​ມີ​ໄພ​ຄຸກ​ຄາມ​ຢູ່​ໃນ​ລະດັບ​ສູງ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຝຣັ່ງ ກ່າວ​ວ່າ: ​ໃນ​ບັນດາ​ແຜນ​ກໍ່​ການ​ຮ້າຍ​ທີ່​ບໍ່​ໄດ້​ເປີດ​ເຜີຍ​ກ່ອນ​ນີ້ ​ແລະ ​ເຈົ້າໜ້າ​ທີ່​ສະກັດ​ເອົາ​ໄວ້​ໄດ້​ໃນ​ເດືອນ​ພຶດສະພາ ມີ​ເປົ້າໝາຍ​ຢູ່​ສູນ​ເຝິກ​ກອງທັບ​ອາກາດ​ໃນ​ເມືອງ​ຊາ​ລົງ​ເດິ​ໂພຣວອງ, ​ແຕ່​ບໍ່​ໄດ້​ເປີດ​ເຜີຍ​ລາຍ​ລະອຽດ. ສ່ວນ​ແຜນ​ກໍ່​ການ​ຮ້າຍ​ອື່ນໆ​ມຸ່ງ​ເປົ້າ​ໃສ່​ຄ້າຍ​ທະຫານ, ສະຖານີ​ຕຳຫລວດ ​ແລະ ຊຸບ​ເປີ​ມາ​ເກັດ ​ເຊິ່ງຈະ​ມີ​ການ​ຈັບ​ຕົວ​ປະກັນ​ຖືກ​ສະກັດ​ໄວ້​ໄດ້​ໃນ​ເດືອນ​ມັງກອນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ ​ໂກ​ລົງ ກ່າວ​ກັບ​ຄະນະ​ກຳມະການ​ສະພາ​ຮ່າງ​ກົດໝາຍ​ປາບ​ປາມ​ການ​ກໍ່​ການ​ຮ້າຍ​ສະບັບ​ໃໝ່​ຂອງ​ລັດຖະບານ​ວ່າ: ​ໄພ​ຄຸກ​ຄາມ​ຍັງ​ຢູ່​ໃນ​ລະດັບ​ສູງ ​ແລະ ຝຣັ່ງຕ້ອງ​ປ່ຽນ​ວິທີ​ການ​ໃຫ້​ຮັບ​ມື​ກັບ​ການ​ກໍ່ການ​ຮ້າຍ​ໃນ​ປັດຈຸບັນ​ໄດ້. ​ໃນ​ການ​ສະກັດ​ແຜນ​ກໍ່​ການ​ຮ້າຍ​ຫລ້າ​ສຸດ​ທີ່​ຝຣັ່ງ ພົບ​ລ​ະ​ເບີດ​ຜະລິດ​ເອງ​ພ້ອມ​ໃຊ້​ໃນ​ອາຄານ​​ໃກ້​ນະຄອນຫຼວງ​ປາຣີ​ໃນ​ອາທິດ​ຜ່ານ​ມາ, ຄະນະ​ກຳມາ​ທິການ​ສະພາ​ຝຣັ່ງພວມ​ພິຈາລະນາ​ກົດໝາຍ​ຕໍ່ຕ້ານ​ກໍ່​ການ​ຮ້າຍ​ສະບັບ​ໃໝ່​ທີ່​ຈະ​ມາ​ໃຊ​້​ແທນ​ສະບັບ​ເກົ່າ​ໃນ​ວັນ​ທີ 1 ພະຈິກ. ຂະນະ​ທີ່​ຝຣັ່ງຍັງ​ຢູ່​ໃນ​ປະກາດ​ສະພາບ​ສຸກ​ເສີນ​ນັບ​ແຕ່​ກຸ່ມ​ລັດ​ອິດສະ​ລາມ (IS) ​ໂຈມ​ຕີ​ຝຣັ່ງ​ໃນ​ເດືອນ​ພະຈິກ 2015 ມີ​ຜູ້​ເສຍ​ຊີວິດ 130 ຄົນ.

- Visit Laos Visit SALANA BOUTIQUE HOTEL - ຝຣັ່ງເຜີຍສະກັດແຜນກໍ່ການຮ້າຍ ໄດ້ 12 ຄັ້ງໃນປີນີ້
- 5 - ຝຣັ່ງເຜີຍສະກັດແຜນກໍ່ການຮ້າຍ ໄດ້ 12 ຄັ້ງໃນປີນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!