ສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ 16 ອັດຖິ ກັບຄືນປະເທດ

ສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ 16 ອັດຖິ ກັບຄືນປະເທດ - 347562497 142745535450748 3585215895030283496 n - ສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ 16 ອັດຖິ ກັບຄືນປະເທດ
ສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ 16 ອັດຖິ ກັບຄືນປະເທດ - kitchen vibe - ສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ 16 ອັດຖິ ກັບຄືນປະເທດ

ວັນທີ 17 ພຶດສະພາ 2023 ນີ້, ແຂວງສາລະວັນ ຈັດສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊີວິດ ໃນປາງສົງຄາມກັບຄືນປະເທດ ຈຳນວນ 16 ອັດຖິ ໂດຍການເຂົ້າຮ່ວມຂອງ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງໆສາລະວັນ, ທ່ານ ພັອ ຮວ່າງວັນເຢິ້ນ ຮອງເລຂາ ຫົວໜ້າການເມືອງທະຫານ ແຂວງເທື່ອທຽນເຫວ້.

ສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ 16 ອັດຖິ ກັບຄືນປະເທດ - 347594967 566289455530270 4060174373516005361 n - ສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ 16 ອັດຖິ ກັບຄືນປະເທດ

ສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ 16 ອັດຖິ ກັບຄືນປະເທດ - Visit Laos Visit SALANA BOUTIQUE HOTEL - ສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ 16 ອັດຖິ ກັບຄືນປະເທດ

ທ່ານ ພົນຈັດຕະວາ ພູວັນ ພິມມະຈັນ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ໄດ້ຜ່ານບົດສະດຸດີ ໂດຍມີເນື້ອໃນວ່າ: ໃນທ່າມກາງບັນຍາກາດທີ່ໂສກເສົ້າເສຍດາຍ, ອາໄລ, ອາວອນນີ້ ໄດ້ມີການນໍາພັກລັດຂອງພະແນກການອ້ອມຂ້າງແຂວງ, ພະນັກງານ, ທະຫານ, ຕໍາຫລວດ, ນັກຮຽນຮູ້, ນັກສຶກສາ, ປັນຍາຊົນ ແລະ ມວນຊົນຊາວແຂວງສາລະວັນ ແລະ ຄະນະປະຕິບັດງານພິເສດ ແຂວງເຊກອງ ໄດ້ພ້ອມກັນມາເຕົ້າໂຮມ ເພື່ອໄຫວ້ອາໄລເຖິງດວງວິນຍານ ແລະ ຈັດສົ່ງ ຮ່າງອັດຖິ ຂອງທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ຈຳນວນ 16 ຮ່າງອັດຖິ, ໃນນັ້ນ ຂຸດຄົ້ນຈາກແຂວງເຊກອງ ໄດ້ 5 ຮ່າງອັດຖິ, ແຂວງສາລະວັນ 11 ຮ່າງອັດຖິ, ເຊິ່ງພວກສະຫາຍເຫລົ່ານັ້ນຍ່ອມເສຍສະຫລະຊີວິດ, ເລືອດເນື້ອ ໃນປາງສົງຄາມຢູ່ດິນແດນຂອງແຂວງສາລະວັນ ແລະ ແຂວງເຊກອງ ເພື່ອແລກເອກະລາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງຊາດລາວ-ຫວຽດນາມ ພວກສະຫາຍມີຄວາມຈົງຮັກພັກດີ, ອັນບໍລິສຸດ ຜຸດຜ່ອງຢ່າງບໍ່ມີຂອບເຂດ ຕໍ່ສອງປະເທດລາວ-ຫວຽດນາມ ແລະ ເພື່ອໃຫ້ໄດ້ມາເຊິ່ງຄວາມສົມບູນພູນສຸກ ຂອງປະຊາຊົນລາວ ກໍຄືແຂວງສາລະວັນ ແລະ ແຂວງເຊກອງໃນທຸກວັນນີ້. ໄຊຊະນະດັ່ງກ່າວ ພວກເຮົາຂໍສະແດງຄວາມໄຫວ້ອາໄລ ແລະ ຮູ້ບຸນຄຸນຢ່າງລົ້ນເຫລືອຕໍ່ດວງວິນຍານ ຂອງບັນດາພະນັກງານ-ນັກຮົບ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫລະຊີວິດ ໃນປາງສົງຄາມ.

 

ສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ 16 ອັດຖິ ກັບຄືນປະເທດ - 3 - ສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ 16 ອັດຖິ ກັບຄືນປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!