ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ວິທະຍາໄລເຊິນລາ ສສ ຫວຽດນາມ ຮ່ວມມືພັດທະນາຫລັກສູດການຮຽນ-ການສອນ ດ້ານກະສິກຳ

ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ວິທະຍາໄລເຊິນລາ ສສ ຫວຽດນາມ ຮ່ວມມືພັດທະນາຫລັກສູດການຮຽນ-ການສອນ ດ້ານກະສິກຳ - 7958 - ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ວິທະຍາໄລເຊິນລາ ສສ ຫວຽດນາມ ຮ່ວມມືພັດທະນາຫລັກສູດການຮຽນ-ການສອນ ດ້ານກະສິກຳ
ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ວິທະຍາໄລເຊິນລາ ສສ ຫວຽດນາມ ຮ່ວມມືພັດທະນາຫລັກສູດການຮຽນ-ການສອນ ດ້ານກະສິກຳ - kitchen vibe - ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ວິທະຍາໄລເຊິນລາ ສສ ຫວຽດນາມ ຮ່ວມມືພັດທະນາຫລັກສູດການຮຽນ-ການສອນ ດ້ານກະສິກຳ

ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ຮ່ວມກັບ ວິທະຍາໄລເຊິນລາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ເຊັນບົດບັນທຶກການຮ່ວມມື ວັນທີ 12 ພຶດສະພາ 2023  ໃນການພັດນາຫລັກສູດການຮຽນ-ການສອນ, ປຶ້ມແບບຮຽນ, ແລກປ່ຽນດ້ານວິຊາການ, ຮ່ວມມືດ້ານການຄົ້ນຄວ້າທົດລອງ, ໂດຍການເຂົ້າຮ່ວມຂອງທ່ານ ອຸໄທ ສຸກຂີ ຮັກສາການອໍານວຍການ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ມີທ່ານ ຫງວຽນ ຊວນ ທັງ ຮອງອໍານວຍການວິທະຍາໄລ ເຊິນລາ ສາທາລະນະລັດສັງຄົມນິຍົມ ຫວຽດນາມ, ພ້ອມດ້ວຍຄະນະ ທັງ 2 ຝ່າຍ ເຂົ້າຮ່ວມ.

ໃນພິທີ, ທ່ານ ອໍາໄພວັນ ສຸກສັນຕິ ຮອງອໍານວຍການວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ ກ່າວວ່າ: ເພື່ອຕີລາຄາຄືນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດຮ່ວມມືໃນໄລຍະຜ່ານມາ ພ້ອມທັງປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າໄລຍະ ປີ 2023-2025, ເຊິ່ງການຮ່ວມມືໃນຄັ້ງນີ້ ທັງສອງຝ່າຍໄດ້ຮ່ວມມືກັນໃນການພັດນາຫລັກສູດການຮຽນ-ການສອນ, ປຶ້ມແບບຮຽນ, ແລກປ່ຽນດ້ານວິຊາການ, ຮ່ວມມືດ້ານການຄົ້ນຄວ້າທົດລອງ, ກອງປະຊຸມວິທະຍາສາດ, ການຍົກລະດັບຂອງພະນັກງານຄູອາຈານ ແລະ ນັກສຶກສາ, ການທັດສະນະສຶກສາ. ວິທະຍາໄລເຊິນລາ ມີຄວາມສາມາດຊ່ວຍໃນການເປັນທີ່ປຶກສາພັດທະນາການຜະລິດ, ຖ່າຍທອດເຕັກນິກທາງດ້ານວິຊາການປູກຝັງ, ຍົກສູງສະມັດຕະພາບຂອງດິນໃຫ້ໄດ້ຜົນຜະລິດສູງຂຶ້ນ ແລະ ການປູກຕົ້ນໄມ້ໃຫ້ໝາກໃນທີ່ຄ້ອຍຊັນ ເປັນຕົ້ນແມ່ນ ໝາກມ່ວງ, ຕົ້ນໝາກລໍາໄຍ, ໝາກລິນຈີ່, ໝາກໄມ້ຕະກູນສົ້ມ.

ນອກນີ້, ທາງວິທະຍາໄລເຊີນລາ ໄດ້ສະເໜີໃຫ້ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ຄັດເລືອກເອົານັກສຶກສາເພື່ອຮຽນຕໍ່ທີ່ວິທະຍາໄລດັ່ງກ່າວ, ສໍາລັບສາຍວິຊາຮຽນ ປະກອບມີ ສາຂາ ເຕັກໂນໂລຊີ ຂໍ້ມູນຂ່າວສານ, ສາຂາເຕັກນິກໄຟຟ້າ-ເອເລັກໂຕນິກ, ສາຂານໍາທ່ຽວ, ສາຂາກົດໝາຍບໍລິຫານລັດ, ສາຂາປ່າໄມ້, ສາຂາລ້ຽງສັດ-ສັດຕະວະແພດ.

 

ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ວິທະຍາໄລເຊິນລາ ສສ ຫວຽດນາມ ຮ່ວມມືພັດທະນາຫລັກສູດການຮຽນ-ການສອນ ດ້ານກະສິກຳ - 4 - ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ວິທະຍາໄລເຊິນລາ ສສ ຫວຽດນາມ ຮ່ວມມືພັດທະນາຫລັກສູດການຮຽນ-ການສອນ ດ້ານກະສິກຳ
ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ວິທະຍາໄລເຊິນລາ ສສ ຫວຽດນາມ ຮ່ວມມືພັດທະນາຫລັກສູດການຮຽນ-ການສອນ ດ້ານກະສິກຳ - 5 - ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ວິທະຍາໄລເຊິນລາ ສສ ຫວຽດນາມ ຮ່ວມມືພັດທະນາຫລັກສູດການຮຽນ-ການສອນ ດ້ານກະສິກຳ
ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ວິທະຍາໄລເຊິນລາ ສສ ຫວຽດນາມ ຮ່ວມມືພັດທະນາຫລັກສູດການຮຽນ-ການສອນ ດ້ານກະສິກຳ - 3 - ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ແລະ ວິທະຍາໄລເຊິນລາ ສສ ຫວຽດນາມ ຮ່ວມມືພັດທະນາຫລັກສູດການຮຽນ-ການສອນ ດ້ານກະສິກຳ