ປີ 2023 ສະພາບເສດຖະກິດ ສປປ ລາວ ຍັງສືບຕໍ່ປະເຊີນກັບທັງສິ່ງທ້າທາຍ ແລະ ຄວາມບໍ່ແນ່ນອນຫລາຍດ້ານ

ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ບົດປະເມີນ ເສດຖະກິດມະຫາພາກ ຂອງ ສປປ ລາວ ປີ 2022 ແລະ ທ່າອ່ຽງ 2023 ຂຶ້ນໃນວັນທີ 17 ພຶດສະພາ 2023 ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານ ກິແກ້ວ ຈັນທະບູຣີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ (LASES), ພ້ອມມີ ຜູ້ຕາງໜ້າຂະແໜງການກ່ຽວຂ້ອງພາກລັດ ແລະ ພາກເອກະຊົນ ເຂົ້າຮ່ວມ.
ປີ 2022 ຖືເປັນປີທີ່ການແພ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກມີຄວາມຜ່ອນຄາຍລົງຢ່າງເຫັນໄດ້ຊັດເຈນ, ຫລາຍປະເທດກັບມາໃຊ້ຊີວິດຕາມປົກກະຕິ ໃນຂະນະດຽວກັນສະພາບຄວາມຫຍຸ້ງຍາກ ແລະ ຄວາມບໍ່ແນ່ນອນ ຍັງສືບຕໍ່ສົ່ງຜົນກະທົບຕໍ່ເສດຖະກິດໂລກ ແລະ ພາກພື້ນພໍສົມຄວນ. ສໍາລັບ ສປປ ລາວ ເຖິງວ່າທ່າອ່ຽງການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ ຈະດີຂຶ້ນ ແຕ່ສະຖຽນລະພາບຂອງເສດຖະກິດມະຫາພາກຍັງມີຄວາມບອບບາງ, ເຖິງຢ່າງໃດກໍຕາມ ຍ້ອນຄວາມເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງພັກ ແລະ ລັດຖະບານໄດ້ມີຄວາມພະຍາຍາມແກ້ໄຂຜົນກະທົບຕໍ່ເສດຖະກິດ ໂດຍສືບຕໍ່ຄຸ້ມຄອງບໍລິຫານລັດຢ່າງຮັດກຸມ, ສືບຕໍ່ປັບປຸງກົນໄກຄຸ້ມຄອງເສດຖະກິດ, ກໍານົດ ແລະ ຈັດຕັ້ງປະຕິບັດນະໂຍບາຍຕ່າງໆ ເພື່ອຫລຸດຜ່ອນຜົນກະທົບແກ່ຜູ້ໃຊ້ແຮງງານທຸລະກິດ ແລະ ປະຊາຊົນ ຮັບປະກັນເພື່ອເຮັດໃຫ້ເສດຖະກິດສາມາດສືບຕໍ່ເຕີບໂຕ.
ສໍາລັບປີ 2023 ຖືເປັນອີກປີໜຶ່ງທີ່ເສດຖະກິດໂລກຍັງສືບຕໍ່ປະເຊີນກັບທັງສິ່ງທ້າທາຍ ແລະ ຄວາມບໍ່ແນ່ນອນຫລາຍດ້ານ ເຊິ່ງມີທັງການປັບຂຶ້ນອັດຕາດອກເບ້ຍທົ່ວໂລກ ເຮັດໃຫ້ຕົ້ນທຶນທາງການເງິນ ແລະ ຕົ້ນທຶນການຜະລິດສູງຂຶ້ນ, ລະດັບລາຄາສິນຄ້າພື້ນຖານຍັງຢູ່ໃນລະດັບສູງ, ບັນຫາຄວາມເຄັ່ງຕຶງທາງພູມລັດຖະສາດທີ່ທະວີຄວາມຮຸນແຮງຂຶ້ນ, ຄວາມກັງວົນກ່ຽວກັບການເກີດສະພາບເສດຖະກິດຖົດຖອຍ, ເຊິ່ງເປັນປັດໄຈສ່ຽງຕໍ່ເສດຖະກິດໂລກໃຫ້ຂະຫຍາຍຕົວຊ້າລົງ ແລະ ກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວຂອງເສດຖະກິດລາວຢ່າງຫລີກລ່ຽງບໍ່ໄດ້. ເຖິງຢ່າງໃດກໍຕາມ ນອກຈາກສົ່ງທ້າທາຍດັ່ງກ່າວນັ້ນ ການຟື້ນຕົວຂອງພາກການທ່ອງທ່ຽວ ແລະ ການເປີດປະເທດຂອງຈີນກໍຖືເປັນກາລະໂອກາດສໍາລັບການພັດທະນາ ແລະ ການຟື້ນໂຕຂອງເສດຖະກິດຫລາຍປະເທດ ໂດຍສະເພາະ ສປປ ລາວ.