ແຕ່ລະປີຄົນລາວເສຍຊີວິດ ຍ້ອນພະຍາດທີ່ເກີດຈາກຢາສູບ ປະມານ 7,000 ຄົນ ຫລື ປະມານ 19 ຄົນ/ມື້


ວັນທີ 24 ພຶດສະພາ 2023 ຜ່ານມາ, ກອງປະຊຸມຄະນະກໍາມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ຈັດຂຶ້ນ ທີ່ໂຮງແຮມເສດຖາປາລັດສ ເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະກຳມະການແຫ່ງຊາດເພື່ອການຄວບຄຸມຢາສູບ ມີບັນດາຜູ້ຕາງ ໜ້າຈາກກະຊວງກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຈາກກອງເລຂາ ແລະ ໄດ້ປະກອບຄໍາເຫັນຕໍ່ບັນຫາຢາສູບໄຟຟ້າ ແລະ ສັນຍາການລົງທຶນໃນກິດຈະການຢາສູບ (ILA) ເພື່ອເປັນບ່ອນອີງໃນການນໍາສະເໜີຕໍ່ລັດຖະບານໃນການປັບປຸງແກ້ໄຂ ສັນຍາທີ່ເປັນບັນຫາຍືດເຍື້ອຍາວນານ ແລະ ສ້າງຄວາມອັບປະໂຫຍດໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ໂດຍສະເພາະການເກັບລາຍຮັບອາກອນຢາສູບເຂົ້າງົບປະມານຂອງລັດ ການປັບປຸງຄະນະກຳມະການຄວບຄຸມຢາສູບແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ ແລະ ແຜນການເຄື່ອນໄຫວຄວບຄຸມຢາສູບ ການຂະຫຍາຍເຂດປອດຄວັນຢາສູບ ນອກຈາກຫຼວງພະບາງແລ້ວຍັງໄດ້ຂະຫຍາຍໄປຍັງຕ່າງແຂວງນໍາອີກ ລັດບໍ່ສົ່ງເສີມໃຫ້ສ້າງຕັ້ງ ໂຮງງານ ແລະ ບໍລິສັດຢາສູບຂຶ້ນໃໝ່ ແລະ ຍັງສົ່ງເສີມໃຫ້ປູກພືດເສດຖະກິດຊະນິດອື່ນທົດແທນການປູກຢາສູບ ເຊິ່ງກົງກັບຄຳຂັວນຂອງອົງການອະນາໄມໂລກປະຈໍາປີ 2023 ຄືປູກພືດທີ່ກິນໄດ້ແທນການປູກຢາສູບ.
ທ່ານ ບຸນແຝງ ພູມມະໄລສິດກ່າວວ່າ: ວຽກງານຄວບຄຸມຢາສູບ ແມ່ນວຽກງານໜຶ່ງທີ່ມີຄວາມທ້າທາຍສົມຄວນ ແລະ ເປັນວຽກທີ່ຫຼາຍຂະແໜງການຕ້ອງໄດ້ຮ່ວມແຮງຮ່ວມໃຈກັນຮັບຜິດຊອບໃນການຕັ້ງປະຕິບັດ ເພື່ອຫຼຸດຜ່ອນອັດຕາການສູບຢາກໍຄືຫຼຸດຜ່ອນ ບັນດາພະຍາດທີ່ບໍ່ຕິດຕໍ່ນໍາໄປສູ່ການບັນລຸເປົ້າໝາຍທີ 3 ຂອງການພັດທະນາແບບຍືນຍົງ ພາຍຫຼັງທີ່ກົດໝາຍວ່າດ້ວຍການຄວບຄຸມຢາສູບ ສະບັບປັບປຸງ ເລກທີ 09/ສພຊ ໄດ້ຖືກຮັບຮອງຈາກສະພາແຫ່ງຊາດ ກົດໝາຍສະບັບນີ້ໄດ້ກາຍເປັນນິຕິກໍາທີ່ຈະສະໜັບສະໜູນ ແລະ ຮັບປະກັນໃນການຈັດຕັ້ງປະຕິບັດວຽກງານຄວບຄຸມຢາສູບ ໃນ ສປປ ລາວ ມີຄວາມເຂັ້ມແຂງຂຶ້ນ ທັງສອດຄ່ອງກັບສະພາບການປ່ຽນແປງກ່ຽວກັບ ການຜະລິດ ການນໍາເຂົ້າ ແລະ ການຊື້-ຂາຍ ລວມທັງ ການບໍລິໂພກຜະລິດຕະພັນຢາສູບ ແລະ ຍັງເປັນບ່ອນອີງ ທີ່ສຳຄັນໃຫ້ ອົງການທີ່ຮັບຜິດຊອບວຽການຄວບຄຸມຢາສູບ ເປັນຕົ້ນ ຂະແໜງການສາທາລະນະສຸກ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ສາມາດປະກອບສ່ວນເຄື່ອນໄຫວວຽກງານຄວບຄຸມຢາສູບ ໄດ້ຢ່າງມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ທັງຮັບປະກັນການຫຼຸດຜ່ອນການສູບຢາຂອງປະຊາຊົນບັນດາເຜົ່າ ຫຼຸດຜ່ອນການເປັນພະຍາດ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນຈາກການຊົມໃຊ້ຢາສູບ.
ການສໍາຫຼວດແຫ່ງຊາດ ກ່ຽວກັບການສູບຢາ ສະແດງໃຫ້ເຫັນວ່າອັດຕາການສູບຢາຂອງຄົນລາວ ຍັງສືບຕໍ່ເພີ່ມຂຶ້ນຈາກ 25,5% ໃນປີ 2012 ເປັນ 27,9% ໃນປີ 2015 ແລະ ການສຶກສາຂອງ UNDP ໃນປີ 2019 ປະເມີນວ່າ ຄ່າໃຊ້ຈ່າຍ ທັງທາງກົງ ແລະ ທາງອ້ອມ ໃນການປິ່ນປົວພະຍາດທີ່ເກີດຈາກການສູບຢາໃນລະດັບຊາດໃນ ສປປລາວ ແມ່ນ 350 ລ້ານໂດລາ ຫຼື ປະມານ 2,3% ຂອງ GDP ໃນປີນັ້ນ ແຕ່ລະປີ ຄົນລາວເສຍຊີວິດ ຍ້ອນພະຍາດທີ່ເກີດຈາກຢາສູບ ປະມານ 7,000 ຄົນ ຫຼື ປະມານ 19 ຄົນຕໍ່ມື້ ແລະ ທົ່ວໂລກ ມີຜູ້ເສຍຊີວິດຍ້ອນ ຢາສູບຫຼາຍກວ່າ 8 ລ້ານຄົນຕໍ່ປີ ຖ້າບໍ່ມີມາດຕະການຄວບຄຸມຕາມກົດໝາຍທີ່ກຳນົດໄວ້ຢ່າງມີປະສິດທິຜົນ ການຕາຍຍ້ອນຢາສູບໃນໂລກນີ້ ຈະເພີ່ມຂຶ້ນເປັນປີລະ 10 ລ້ານຄົນ ພາຍໃນປີ 2030.
ສົນທິສັນຍາວ່າດ້ວຍການຄວບຄຸມຢາສູບຂອງອົງການອະນາໄມໂລກໄດ້ ແນະນໍາໃຫ້ປະເທດພາຄີ ລວມທັງ ສປປ ລາວ ໃຫ້ຈັດຕັ້ງປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດ ເຊິ່ງອັດຕາອາກອນຢາສູບໃນ ສປປ ລາວ ຍັງຕ່ຳ ເຮັດໃຫ້ລາຄາຢາສູບຖືກຫຼາຍ ເມື່ອທຽບໃສ່ບັນດາປະເທດອາຊຽນ ອົງການອະນາໄມໂລກ ໄດ້ແນະນຳໃຫ້ຈັດເກັບອາກອນຢາສູບຢ່າງໜ້ອຍ 70% ຂອງລາຄາຂາຍຍ່ອຍ ແລະ ປັດຈຸບັນກົດໝາຍວ່າດ້ວຍສ່ວຍສາອາກອນ ໄດ້ກຳນົດອັດຕາອາກອນຊົມໃຊ້ 57% ຂອງລາຄາ ໜ້າໂຮງງານ ແຕ່ໃນຄວາມເປັນຈິງເກັບໄດ້ພຽງແຕ່ 15% ຂອງລາຄາຕົ້ນທຶນເທົ່ານັ້ນ ເນື່ອງຈາກສັນຍາການລົງທຶນໃນກິດຈະການຢາສູບ (ILA) ທີ່ລັດເຊັນກັບບໍລິສັດຢາສູບລາວ ເປັນເວລາ 25 ປີ ສັນຍານີ້ ຍັງສົ່ງຜົນໃຫ້ ລັດຖະບານບໍ່ສາມາດເກັບງົບປະມານເຂົ້າກອງທຶນຄວບຄຸມຢາສູບໄດ້ຕາມທີ່ກົດໝາຍກໍານົດ.