ຍັງພົບເຫັນການລະເມີດຜະລິດ ຈໍາໜ່າຍນໍ້າກະທ່ອມ ໂດຍສະເພາະຕະຫຼາດກາງຄືນເມືອງຈັນທະບູລີ

ວັນທີ 24 ພຶດສະພາ 2023 ຜ່ານມາ, ທ່ານ ພັທ ປານີ ສຸດສະຫວັດ, ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດນະຄອນຫລວງວຽງຈັນລາຍງານໃຫ້ຮູ້ວ່າ: ປັດຈຸບັນ, ຊາວໜຸ່ມ ແລະ ປະຊາຊົນຈໍານວນໜຶ່ງຢູ່ນະຄອນຫລວງວຽງຈັນ ຍັງບໍ່ທັນເຂົ້າໃຈກ່ຽວກັບນໍ້າກະທ່ອມ, ເຊີ່ງໃນຄວາມຈິງແລ້ວໃນນໍ້າກະທ່ອມມັນບໍ່ໄດ້ມີແຕ່ນໍ້າກະທ່ອມເທົ່ານັ້ນ, ແຕ່ຍັງມີຢາດີໄອ, ນໍ້າໂອອິຊິ, ນໍ້າຕານ ແລະ ຢາໂຕອື່ນປະສົມຢູ່ນໍາຕາມຄວາມຕ້ອງການຂອງຜູ້ຊົມໃຊ້. ໃນໄລຍະຜ່ານມາ, ເຈົ້າໜ້າທີ່ຕໍາຫລວດກວດກາ ແລະ ຄວບຄຸມຢາເສບຕິດໄດ້ຮ່ວມກັບກົມອາຫານ ແລະ ຢາ ຂະແໜງສາທາລະນະສຸກເຄື່ອນໄຫວກວດກາຕົວຈິງ ເຫັນວ່າ: ຍັງມີການລັກລອບຜະລິດ ແລະ ຈໍາໜ່າຍນໍ້າດັ່ງກ່າວຈໍານວນຫລາຍ, ເຖິງວ່າສ່ວນໜຶ່ງໄດ້ເຮັດບົດບັນທຶກ, ສຶກສາອົບຮົມ ແລະ ກ່າວເຕືອນໄປແລ້ວ, ແຕ່ຍັງກັບມາເຮັດແບບເກົ່າອີກ.
ນັບຕັ້ງແຕ່ຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເປັນຕົ້ນມາ, ເຈົ້າໜ້າທີ່ສາມາດຢຶດໃບກະທ່ອມໄດ້ຫລາຍກວ່າ 800 ກິໂລກຣາມ, ຢາດີໄອຝາແດງ, ນໍ້າຕານໝາກພ້າວ, ນໍ້າໝາກພ້າວເປັນກ່ອງ, ໂອອິຊິ ແລະ ອື່ນໆ, ເຊີ່ງຂະແໜງສາທາລະນະສຸກຢັ້ງຢືນວ່າ: ສິ່ງດັັ່ງກ່າວນີ້ເມື່ອປະສົມເຂົ້າກັນແມ່ນສົ່ງຜົນກະທົບຕໍ່ຮ່າງກາຍຂອງຄົນເຮົາ ເພາະມັນມີສ່ວນປະສົມເຂົ້າໃນການລະງັບລະບົບປະສາດ. ນອກຈາກນີ້ ຍັງພົບເຫັນການລັກລອບຜະລິດນໍ້າກະທ່ອມຈໍໍານວນຫລາຍສົມຄວນແມ່ນຢູ່ ບ້ານຄໍາຮຸ່ງ, ບ້ານສີວິໄລ, ເມືອງໄຊທານີ, ລວມເຖິງຢູ່ເຂດຕະຫລາດກາງຄືນເມືອງຈັນທະບູລີ.
ນອກນີ້ທ່ານຍັງໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາ, ເຈົ້າໜ້າທີ່ກ່ຽວຂ້ອງໄດ້ເຄື່ອນໄຫວໂຄສະນາຢູ່ຕາມຈຸດສຸມຕ່າງໆ ກ່ຽວກັບຜົນຮ້າຍຂອງນໍ້າກະທ່ອມ, ແຕ່ໃນຕົວຈິງຍັງປາກົດເຫັນການລະເມີດຜະລິດ ແລະ ຈໍາໜ່າຍນໍ້າກະທ່ອມຢູ່ ໂດຍສະເພາະຢູ່ຈຸດຕະຫລາດກາງຄືນ ເມືອງຈັນທະບູລີ ແມ່ນພົບເຫັນເພີ່ມຂຶ້ນ ເຖິງວ່າໄລຍະຜ່ານມາພາກສ່ວນກ່ຽວຂ້ອງໄດ້ໄປແກ້ໄຂຢູ່ຈຸດດັ່ງກ່າວແລ້ວກໍຕາມ ຫລື ເວົ້າໄດ້ວ່າ: ຜູ້ລັກລອບຈໍາໜ່າຍຮູ້ແລ້ວແຕ່ຕ່າວພາໂລ. ນອກຈາກນີ້ ຍັງໄດ້ກວດພົບການລັກລອບປູກໃບກະທ່ອມຢູ່ເຂດຕີນພູພະນັງພາຍໃນເມືອງສັງທອງ ຈໍານວນ 2 ສວນ, ລວມຫລາຍຮ້ອຍໂຕນ.