ປາຕາຍຢູ່ສາຍນໍ້າຊຳ ແຂວງຫົວພັນ ເບືອງຕົ້ນພົບວ່າເກີດຈາກການລ້າງອຸມຸງສິ່ງກໍ່ສ້າງ

ທ່ານ ສໍສະຫວັນ ບານຄໍາມີ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໃຫ້ສໍາພາດຕໍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 24 ພຶດສະພາ 2023 ຜ່ານມານີ້ວ່າ ກ່ຽວກັບສະພາບປາຕາຍຢູ່ສາຍນໍ້າທໍາມະຊາດພາຍໃນ 3 ເມືອງຂອງແຂວງຫົວພັນ ວ່າ: ສະພາບປາຕາຍທີ່ເກີດຂຶ້ນ ແມ່ນເກີດຢູ່ 3 ຈຸດ ຄື:
#ຈຸດທີ 1: ເກີດຢູ່ເຂດການກໍ່ສ້າງເຂື່ອນໄຟຟ້ານໍ້າສິງຢູ່ເມືອງວຽງໄຊ ໃນວັນທີ 12 ແລະ 18 ພຶດສະພານີ້ ເຮັດໃຫ້ປາຕາຍລວມທັງໝົດ 1.200 ກິໂລກຣາມ, ເຊິ່ງເບື້ອງຕົ້ນຄາດວ່າອາດເກີດຈາກການອະນາໄມອຸໂມງ ຂອງເຂື່ອນແລ້ວປ່ອຍນໍ້າທີ່ປົນເປື້ອນລົງສາຍນໍ້າ ຈຶ່ງເຮັດໃຫ້ປາຕາຍ (ແຕ່ໃນດ້ານວິຊາການຍັງບໍ່ທັນໄດ້ລົງເລິກກວດກາຢ່າງລະອຽດ).
#ຈຸດທີ 2: ເກີດຢູ່ໃນເຂດກໍ່ ສ້າງເຂື່ອນໄຟຟ້ານໍ້າຊໍາ 3 ເຂດຊາຍແດນເມືອງຊໍາໃຕ້ກັບເມືອງວຽງໄຊ ໃນວັນທີ 22 ພຶດສະພານີ້, ຍ້ອນການຮົ່ວໄຫລຂອງອ່າງບໍາບັດນໍ້າເປື້ອນຂອງໂຄງການ ເຮັດໃຫ້ປາຕາຍຈໍານວນຫລາຍ ແຕ່ຍັງບໍ່ສາມາດປະເມີນໄດ້ເທື່ອ ເພາະນໍ້າຊໍາເປັນສາຍນໍ້າທີ່ໃຫຍ່ ແລະ ຄາດວ່າຈະມີຜົນກະທົບໄລຍະຍາວສົມຄວນ.
#ຈຸດທີ 3: ເກີດຂຶ້ນຢູ່ເກີດຂຶ້ນຢູ່ເຂດຂຸດຄົ້ນແຮ່ຫາຍາກຢູ່ບ້ານອຸໄທ, ເມືອງຫົວເມືອງ ຍ້ອນມີການຮົ່ວໄຫລຂອງອ່າງເກັບນໍ້າເປື້ອນ ເຊິ່ງກ່ອນໜ້ານັ້ນບໍລິສັດທີ່ສໍາປະທານຂຸດຄົ້ນໄດ້ເຮັດບົດບັນທຶກກັບຊາວບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງກ່ອນແລ້ວຍ້ອນຄັນຄູກັນນໍ້າຈະເປ່ເພ ເຮັດໃຫ້ປາຕາຍເກີດຂຶ້ນຈໍານວນຫລາຍ, ເຊິ່ງບໍລິສັດກ່ຽວຂ້ອງໄດ້ຕົກ ລົງຮັບຜິດຊອບຊົດເຊີຍຜົນເສຍຫາຍ ແລະ ໄດ້ເຮັດບົດບັນທຶກຮ່ວມກັບທຸກພາກສ່ວນທີ່ກ່ຽວຂ້ອງໃນການຊົດເຊີຍ ຮຽບຮ້ອຍແລ້ວ.
ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ໃຫ້ຮູ້ຕື່ມວ່າ: ຕໍ່ເຫດການທີ່ເກີດຂຶ້ນ, ໃນວັນທີ 23 ພຶດສະພານີ້ ຄະນະນໍາຂອງແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ໄປເຄື່ອນໄຫວກວດກາຕົວຈິງແລ້ວ ເຫັນວ່າທາງບໍລິສັດທີ່ກ່ຽວຂ້ອງບໍ່ໄດ້ມີເຈຕະນາປ່ອຍສານເຄມີລົງສູ່ສາຍນໍ້າແຕ່ຢ່າງໃດ, ແຕ່ເປັນການຜິດ ພາດທາງດ້ານເຕັກນິກໃນການເກັບຮັກສານໍ້າໃນອ່າງບໍາບັດນໍ້າເປື້ອນ. ປັດຈຸບັນພວມໃຫ້ວິຊາການທີ່ກ່ຽວຂ້ອງລົງກວດໃຫ້ລະອຽດວ່າສາຍເຫດເກີດຈາກຫຍັງແທ້, ເຊິ່ງອົງການປົກຄອງແຂວງໄດ້ປຶກສາຫາລືກັບບໍລິສັດທີ່ກ່ຽວຂ້ອງແລ້ວວ່າ, ຖ້າສາເຫດຂອງປາຕາຍຄັ້ງນີ້ເກີດຈາກການຮັກສາສະພາບແວດລ້ອມຂອງທີ່ບໍ່ດີບໍລິສັດແທ້, ຕ້ອງມີການປະເມີນມູນຄ່າການເສຍຫາຍທັງໝົດ ແລ້ວໃຫ້ບໍລິສັດທີ່ກ່ຽວຂ້ອງໄຊ້ແທນຄືນ ໂດຍສະເພາະການຊື້ລູກປາມາປ່ອຍຄືນສູ່ທໍາມະຊາດເພື່ອທົດແທນປາທີ່ຕາຍໄປ ເຊິ່ງຝ່າຍບໍລິສັດຕົກລົງເຫັນດີແລ້ວ. ຢ່າງໃດກໍຕາມ ປັດຈຸບັນ ຍັງບໍ່ທັນກໍານົດໄດ້ລະອຽດເທື່ອວ່າສາເຫດຂອງປາຕາຍແມ່ນເກີດຈາກການປ່ອຍສານເຄມີແທ້ຫລືບໍ່ ເພາະຕ້ອງຜ່ານການກວດກາ ແລະ ວິໄຈຢ່າງລະອຽດຊັດເຈນກ່ອນ.
ຢ່າງໃດກໍຕາມ, ທ່ານໄດ້ຮຽກຮ້ອງມາຍັງບັນດາບໍລິສັດທີ່ກ່ຽວຂ້ອງຈົ່ງເພີ່ມຄວາມເອົາໃຈໃສ່ມາດຕະການຮັກສາສິ່ງແວດລ້ອມໃຫ້ເຂັມງວດກວ່າເກົ່າ ເພາະເຫດການທີ່ເກີດຂຶ້ນມັນສົ່ງຜົນກະທົບໄລຍະຍາວຕໍ່ການດໍາລົງຊີວິດຂອງປະ ຊາຊົນທີ່ອາໄສຢູ່ເຂດໃກ້ຄຽງ, ພ້ອມນີ້ ໄດ້ຮຽກຮ້ອງມາຍັງລັດຖະບານຊ່ວຍກວດກາຕື່ມ ເພາະໂຄງການດັ່ງກ່າວແມ່ນຢູ່ໃນການຄຸ້ມຄອງຂອງລັດຖະບານ, ສ່ວນຂັ້ນແຂວງ ແລະ ເມືອງ ແມ່ນມີໂອກາດໜ້ອຍໃນການເຂົ້າເຖິງໂຄງການດັ່ງກ່າວ.