ຣັດເຊຍ ຈະຮ່ວມມືກັບບັນດາປະເທດຕ້ານບັນດາໄພນາບຂູ່

ຕາມຂ່າວຈາກ ວິທະຍຸສາກົນ ຫວຽດນາມ ລາຍງານວັນທີ 26 ພຶດສະພາ 2023 ນີ້ວ່າ: ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປະທານາທິບໍດີຣັດເຊຍໄດ້ກ່າວເຕືອນວ່າ: ສະພາບການສາກົນນັບມື້ນັບສັບສົນ, ປາກົດມີ ສະຖານທີ່ເຄັ່ງຕຶງໃໝ່ຢ່າງໜັກໜ່ວງຂອງການປະທະກັນທີ່ແກ່ຍາວລະຫວ່າງ ຢູເຄຣນ ແລະ ລັດເຊຍ. ຍ້ອນເຫດນັ້ນ, ການນຳຣັດເຊຍຈິ່ງເນັ້ນໜັກຄວນເພີ່ມທະວີຄວາມສະຖຽນລະພາບໂລກ, ສືບຕໍ່ສ້າງລະບົບດ້ານຄວາມໝັ້ນຄົງເປັນເອກະພາບບໍ່ສາມາດຕັດແຍກ, ແກ້ໄຂບັນດາບັນຫາດ້ວຍຂອບຂະໜາດໃຫຍ່ເພື່ອຮັບປະກັນການພັດທະນາເສດຖະກິດ, ເຕັກໂນໂລຊີ ແລະ ສັງຄົມເພື່ອບັນລຸໄດ້ສິ່ງດັ່ງກ່າວ, ກ່ອນອື່ນໝົດ, ຕ້ອງມີການສົມທົບກັນ, ຄວາມມານະພະຍາຍາມຂອງທຸກໆປະເທດ, ພ້ອມກັນເຮັດວຽກງານທີ່ຕັ້ງໜ້າບົນຫລັກການເຄົາລົບນັບຖື, ຮ່ວມມື ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ.
ຂະນະທີ່ ຣັດເຊຍກຽມພ້ອມຮ່ວມມືກັບທຸກໆປະເທດທີ່ມີຄວາມສົນໃຈເຖິງການຕ້ານຄືນບັນດາໄພນາບຂູ່ລວມ ແລະ ລັດເຊຍເຄົາລົບນັບຖືສາຍພົວພັນທີ່ສະໜິດແໜ້ນ, ໄວ້ເນື້ອເຊື່ອໃຈກັບບັນດາປະເທດອາຊີ, ອາບຟຣີກາ ແລະ ອາເມລິກາລາຕິນ ແລະ ຈະສະໜັບສະໜູນດ້ວຍທຸກວິທີທີ່ອາດສາມາດເຮັດໄດ້.
ທີ່ມາ: ຂປລ