ຄຽງຄູ່ກັບການສົ່ງເສີມການທ່ອງທ່ຽວດ້ານອື່ນໆນັ້ນ ການຂຸ້ນຂ້ຽວກຳຈັດສິ່ງເສດເຫຼືອຕາມແຄມທາງກໍສຳຄັນ


ໂດຍ: ມຶກບໍ່ແຫ້ງ
ໃນຫຼາຍເດືອນຜ່ານມາ ສປປລາວ ຖືກຍົກໃຫ້ເປັນປະເທດທີ່ໜ້າມາທ່ອງທ່ຽວ ຈາກຫຼາຍສຳນັກຂ່າວຕ່າງປະເທດ ແລະ ວາລະສານສາກົນ ເຊິ່ງເປັນເລື່ອງທີ່ດີ ບວກໃສ່ກັບທິດທາງຂອງລັດຖະບານກຳລັງໃຫ້ບູລິມະສິດຕໍ່ວຽກງານດັ່ງກ່າວ ອັນນັ້ນນັບວ່ສເປັນຜົນດີ ແຕ່ແນ່ນອນຍັງມີຫຼາຍດ້ານທີ່ຈະຕ້ອງປັບປຸງ ໃນນັ້ນກໍແມ່ນການກຳຈັດສິ່ງເສດເຫຼືອ ຂີ້ເຫຍື້ອຕາມແຄມທາງ ແລະ ປາກົດການຫຍໍ້ທໍ້ຕ່າງໆ.
ຫຼັງຈາກໂຄວິດ ຈາງຫາຍໄປ, ຂະແໜງການທ່ອງທ່ຽວ ກໍຄ່ອຍໆຟື້ນຕົວຂຶ້ນ ແລະມາຮອດປີນີ້ ວຽກງານການທ່ອງທ່ຽວຂອງລາວກັບມາຄຶກຄື້ນອີກຄັ້ງ ໂດຍ 4 ຕົ້ນປີ ມີນັກທ່ອງເຂົ້າມາທ່ຽວຊົມປະເທດເຮົາຮອດ 1 ລ້ານເທື່ອຄົນ ແຕ່ການ ຄຽງຄູ່ການສົ່ງເສີມການທ່ອງທ່ຽວດ້ານອື່ນໆນັ້ນ ຜູ້ຂຽນຄິດວ່າພື້ນຖານທີ່ສຸດຕ້ອງຄຽງກັບການກຳຈັດການສິ່ງເສດເຫຼືອ ແລະເຮົາຄວນຕ້ອງແກ້ໄຂ ປາກົດການຫໍ້ທໍ້ ຂອງການທ່ອງທ່ຽວໂດຍໄວ.
ທິວທັດທຳມະຊາດ, ທິວທັດບ້ານເມືອງທີ່ດີຄືພາບພົດ ແລະຄວາມປະທັບໃຈທຳອິດຂອງນັກທ່ອງທ່ຽວ ແມ່ນເວລາຂີ່ລົດໄປຕາມເສັ້ນທາງຕ່າງໆຂອງລາວ ໂດຍສະເພາະກໍແມ່ນເສັ້ນທາງຫຼວງພວກເຮົາ ທີ່ຜ່ານຫຼາຍຕົວເມືອງໃຫຍ່ນ້ອຍປາກສະຈາກສິ່ງເສດເຫຼືອ ຫຼື ຂີ້ເຫຍື້ອ ແຕ່ເປັນທີ່ເສົ້າໃຈບໍ່ໜ້ອຍ ເມື່ອພວກເຮົາຂີ່ລົດ ຕາມເສັ້ນທາງຫຼວງນັ້ນ ແລ້ວຫຼຽວເບິ່ງຕາມສອງຂ້າງທາງ ແທນທີ່ຈະເຫັນແຕ່ທິວທັດທຳມະຊາດ, ວິຖີຊີວິດການເປັນຢູ່ ຂອງປະຊາຊົນ ບວກກັບກອງຂີ້ເຫຍື້ອ, ສິ່ງເສດເຫຼືອ ຖືກຖິ້ມໂດຍບໍ່ເປັນລະບຽບ ແລະເປັນມົນລະພິດທາງພາບ ກໍວ່າແມ່ນ.
ພວກເຮົາລອງນຶກພາບເບິ່ງດຸວ່າ ຖ້າເຮົາໄປທ່ຽວປະເທດເພິ່ນ ທີ່ຖືກໂຄສະນາທາງເວບໄຊ໌(website) , ຊ່ອງທາງອອນລາຍ (online) ກ່ຽວກັບ ສະຖານທີ່ ທີ່ພວກເຮົາຢາກໄປທ່ຽວ ແຕ່ເມື່ອໄປຮອດແລ້ວພັດເຫັນແຕ່ກອງຂີ້ເຫຍື້ອທີ່ບໍ່ໄດ້ມີລະບົບການ ເກັບມ້ຽນທີ່ເປັນລະບຽບຮຽບຮ້ອຍ ຈົບງາມ ເມື່ອເປັນເຊັ່ນນັ້ນ ພວກເຮົາຍັງຈະຕ້ອງກັບໄປທ່ຽວຕື່ມບໍ່ ? ຢ້ານແຕ່ຕິດໃນມະໂນພາບນັ້ນຕະຫຼອດໄປ.
ການຖິ້ມຂີ້ເຫຍື້ອ ນັ້ນບໍ່ສະເພາະເຂດແຄມທາງ ແຕ່ລວມທັງບັນດາ ຫ້ວຍຮ່ອງໜອງບຶງ ເຊິ່ງກໍເປັນບັນດາສະຖານທີ່ ທີ່ນັກທ່ອງທ່ຽວສະແຫວງຫາ ຫຼາຍເຂດແຂວງ ທີ່ຜູ້ຂຽນ ໄດ້ໄປ ກໍເປັນລັກສະນະຄືກັນ ທີ່ຫ້ວຍຮ່ອງ ແທນທີ່ສະເຫັນພາບນໍ້າໄຫຼ ທີ່ງົດງາມ ແຕ່ຊໍ້າພັດເຫັນແຕ່ບັນດາ ຕຸກນໍ້າປລາສຕິກ, ຖົງຢາງ ຖືກຖິ້ມຢ່າງຊະຊາຍ ໃຜໆ ກໍເບິ່ງກາຍຫູກາຍຕາໄປ.
ອີງຕາມຕົວເລກຂອງທະນາຄານໂລກໃຫ້ຮູ້ວ່າ ການບໍລິການເກັບຂີ້ເຫຍື້ອໃນປັດຈຸບັນ ແມ່ນມີສະເພາະໃນເຂດຕົວເມືອງ ພ້ອມນັ້ນ ໃນເຂດຕົວເມືອງເອງກໍມີພຽງ 40-60% ຂອງສິ່ງເສດເຫຼືອເທົ່ານັ້ນ ທີໄດ້ຮັບການເກັບມ້ຽນ. ນອກນັ້ນ ລະບົບການຈັດການ ສະໜາມເກັບຂີ້ເຫຍື້ອ ແມ່ນຍັງເຮັດບໍ່ໄດ້ດີ ບາງເຂດແຂວງ ແມ່ນຖິ້ມຂີ້ເຫຍື້ອຊະຊາຍ ຖາມແຄມທາງຫຼວງ ແລະສະຖານທີ່ຊຸມຊົນ, ຈູດຂີ້ເຫຍື້ອຊະຊາຍ ເຊິ່ງເຫັນວ່າບັນຫາດັ່ງກ່າວ ຄວນໄດ້ຮັບການແກ້ໄຂໂດຍໄວ.
ແນ່ນອນມັນບໍ່ແມ່ນເລື່ອງທີ່ພວກເຮົາສາມາດກຳຈັດ ແລະ ຫຼຸດຜ່ອນໄດ້ ມື້ໜຶ່ງຍາມດຽວ ແລະ ເຂົ້າໃຈວ່າໃນປັດຈຸບັນ ລັດຖະບານກຳລັງເລັ່ງສ້າງນະໂຍບາຍ ຕິດພັນກັບວຽກງານດັ່ງກ່າວ ແລະ ໄດ້ຮັບການຊ່ວຍເຫຼືອທາງດ້ານວິຊາການ ແລະງົບປະມານຈຳນວນໜຶ່ງຈາກສາກົນ. ເຖິງຢ່າງໃດກໍຕາມ ຜູ້ຂຽນຄິດວ່າ ການກຳຈັດສິ່ງເສດເຫຼືອ ບໍ່ວ່າຈະສ້າງຄວາມເຂັ້ມແຂງທາງດ້ານບຸກຄະລາກອນ, ພື້ນຖານໂຄງການ ຮ່າງ, ລະບົບການຈັດການ ແລະການປູກຈິດສຳນຶກທົ່ວປວງຊົນ ອີງໃສ່ນະໂຍບາຍ ທີ່ສອດຄ່ອງ ແມ່ນມີຄວາມຈຳເປັນ ທີ່ສຸດ.
ບັນຫາການຖິ້ມຂີ້ເຫຍື້ອຊະຊາຍ, ຂາດການຈັດການຢ່າງຈິງຈັງ, ການປ່ຽນແປງ ການປະຕິບັດຕາມທີ່ເຄີຍເປັນມາ ນັ້ນແມ່ນບັນຫາທີ່ເລັ່ງດ່ວນໃນການແກ້ໄຂ ນັບແຕ່ຕົວເມືອງ, ຊານເມືອງ ແລະ ເຂດຊົນນະບົດ ຖ້າພວກເຮົາຢາກສົ່ງເສີມການທ່ອງທ່ຽວ ທີ່ຍືນຍົງ.
ການທ່ອງທ່ຽວ ກໍແມ່ນການຊອກສະແຫວງຫາຄວາມຈົບ ຄວາມງາມ, ເມື່ອ ສປປລາວ ເຮົາຖືກສາກົນຈັດໃຫ້ວ່າ ເປັນເປົ້າໝາຍການທ່ອງທ່ຽວ ທີ່ໜ້າທ່ຽວຊົມຂອງໂລກ ກໍຈົ່ງຢ່າໃຫ້ເພິ່ນຜິດຫວັງ ໂດຍຮັບປະກັນໃຫ້ ບ້ານ ເມືອງເຮົາ ສະອາດຈົບງາມກວ່າເກົ່າ.