ລະວັງ​ການ​ນຳ​ໃຊ້​ໄມ້​ແຫລມ​ສຽບ​ເອັນ

ລະວັງ​ການ​ນຳ​ໃຊ້​ໄມ້​ແຫລມ​ສຽບ​ເອັນ -                                                                       4                                               29 - ລະວັງ​ການ​ນຳ​ໃຊ້​ໄມ້​ແຫລມ​ສຽບ​ເອັນ
ລະວັງ​ການ​ນຳ​ໃຊ້​ໄມ້​ແຫລມ​ສຽບ​ເອັນ - kitchen vibe - ລະວັງ​ການ​ນຳ​ໃຊ້​ໄມ້​ແຫລມ​ສຽບ​ເອັນ

​ແຕ່​ດົນ​ນານ​ມາ​ແລ້ວ ຊາວ​ລາວ​ເຮົາ​ເຄີຍ​ນຳ​ໃຊ້​ໄມ້​ໄຜ່​ເຂົ້າ​ໃນ​ຊີວິດ​ປະຈຳ​ວັນ ນັບ​ແຕ່​ການ​ນຳ​ໃຊ້​ເຮັດ​ກະບຸງ, ກະຕ່າ ​ແລະ ວຽກ​ງານ​ຈັກສານ​ອື່ນໆ ຕະຫລອດ​ຈົນ​ຮອດ​ເຮັດ​ຕອກ​ມັດ​ຮົ້ວມັດ​ຮາວ, ​ເຮັດ​ໄມ້​ຈີ້ມ​ແຂ້ວ ​ແລະ ສິ່ງ​ທີ່​ຄວນ​ລະມັດລະວັງ​ທີ່​ສຸດ​ແມ່ນ​ການ​ແຫລມ​ເຮັດ​ໄມ້​ດິ້ວ​ເພື່ອ​ສຽບ​ຊີ້ນ, ສຽບ​ເອັນ​ປີ້ງ-ຈີ່ ​ແລະ  ອື່ນໆ, ​ແຕ່​ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ຫລາຍ​ຄົນ​ຕ້ອງ​ເຈັບ​ປວດ ​ແລະ ສູນ​ເສຍ​ຕີນ​ມາ​ແລ້ວ ຍ້ອນ​ຢຽບ ຫລື ຕຳ​ສະດຸດ​ເອົາ​ໄມ້​ແຫລມ​ປີ້ງ​ເອັນ​ດັ່ງກ່າວ​ທີ່​ຂາດ​ຄວາມ​ລະມັດລະວັງ​ຂອງ​ຜູ້ນຳ​ໃຊ້, ​ໃຊ້​ແລ້ວ​ຖິ້ມ​ໄປ​ຢ່າງ​ຊະຊາຍ ​ໄດ້​ກາຍ​ເປັນ​ອາວຸດ​ຊະນິດ​ໜຶ່ງ​ສົ່ງ​ໃຫ້​ຄົນ​ເຮົາ​ຕ້ອງ​ເຈັບ​ປວດ​ກັບ​ມັນ​ມາ​ຫລາຍ​ຄົນ​ແລ້ວ.

ລະວັງ​ການ​ນຳ​ໃຊ້​ໄມ້​ແຫລມ​ສຽບ​ເອັນ - f2b12ee0 25a2 4acb bb7a 04c7599ca160 300x200 - ລະວັງ​ການ​ນຳ​ໃຊ້​ໄມ້​ແຫລມ​ສຽບ​ເອັນ

ລະວັງ​ການ​ນຳ​ໃຊ້​ໄມ້​ແຫລມ​ສຽບ​ເອັນ - Visit Laos Visit SALANA BOUTIQUE HOTEL - ລະວັງ​ການ​ນຳ​ໃຊ້​ໄມ້​ແຫລມ​ສຽບ​ເອັນ

​ແຕ່​ທຸກ​ມື້ນີ້ ສິ່ງ​ເຫລົ່ານັ້ນກໍ​ຍັງ​ບໍ່​ມີ​ໃຜ​ທີ່​ຈະ​ໄປ​ຢຸດຕິມັນ​ໄດ້, ນອກ​ເໜືອ​ຈາກ​ຜູ້ນຳ​ໃຊ້​ຕ້ອງ​ຮູ້​ຄຳນຶງ​ເຖິງ​ຄວາມ​ປອດ​ໄພ​ຂອງ​ຜູ້​ອື່ນ ​ໃຊ້​ແລ້ວ​ຄວນ​ເກັບ​ໄວ້​ໃຫ້​ລະອຽດ ​ເພື່ອ​ກຳຈັດ​ມັນ​ດ້ວຍ​ການ​ເຜົາ​ໄຟ ຫລື ຕັດ​ປາຍ​ແຫລມ​ຂອງ​ມັນ​ອອກ ​ເພື່ອ​ຫັນປ່ຽນ​ໄປ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ອື່ນ​ກໍ​ຈະ​ເປັນ​ການ​ດີ, ທັງ​ປະຢັດ ​ແລະ ທັງ​ບໍ່​ເປັນ​ການ​ຫ້າງ​ແຫ້ວ​ໃສ່​ຜູ້​ອື່ນ ຕະຫລອດ​ຮອດ​ໄມ້​ຈີ້ມ​ແຂ້ວ​ແບບ​ແຫລມໆ​ນັ້ນກໍ​ມີ​ຄວາມ​ສ່ຽງ​ໃນ​ດ້ານ​ນີ້​ເຊັ່ນ​ກັນ.

ລະວັງ​ການ​ນຳ​ໃຊ້​ໄມ້​ແຫລມ​ສຽບ​ເອັນ - 8erpjp 300x291 - ລະວັງ​ການ​ນຳ​ໃຊ້​ໄມ້​ແຫລມ​ສຽບ​ເອັນ

 

ລະວັງ​ການ​ນຳ​ໃຊ້​ໄມ້​ແຫລມ​ສຽບ​ເອັນ - 3 - ລະວັງ​ການ​ນຳ​ໃຊ້​ໄມ້​ແຫລມ​ສຽບ​ເອັນ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!