ລົດໄຟຕໍາກັນຢູ່ອິນເດຍ ມີຜູ້ເສຍຊີວິດແລ້ວ 230 ກວ່າຄົນ ບາດເຈັບ 900 ຄົນ


ທາງການອິນເດຍລາຍງານວ່າ: ພົບຜູ້ເສຍຊີວິດແລ້ວຢ່າງໜ້ອຍ 233 ຄົນ ແລະ ບາດເຈັບ 900 ຄົນ ຫລັງເກີດເຫດລົດໄຟໂດຍສານ 2 ຂະບວນ ຕໍາກັນຢູ່ລັດໂອຣິສສາ ທາງພາກຕາເວັນອອກ ໂດຍຖືເປັນອຸບັດຕິເຫດລົດໄຟໂດຍສານຮ້າຍແຮງທີ່ສຸດຂອງອິນເດຍໃນຮອບສະຕະວັດ ແລະ ຄາດວ່າຈໍານວນຜູ້ເສຍຊີວິດອາດເພີ່ມສູງຂຶ້ນອີກ.
ໂດຍເຫດການເກີດຂຶ້ນເມື່ອເວລາ 19:00 ໂມງ ຂອງວັນທີ 2 ມິຖຸນາ ເຊິ່ງທາງການລາຍງານວ່າ: ເຫດການເກີດຂຶ້ນຫລັງຕູ້ໂດຍສານຫລາຍຕູ້ຂອງຂະບວນລົດໄຟເສັ້ນ Coromandel Express ກໍາລັງເດີນທາງຈາກເມືອງໂກລກາຕາ ໃນລັດເບງກໍຕາເວັນຕົກ ໄປເມືອງເຈນໄນ ລັດທະມິນນາທູ ເກີດຕົກລາງ ແລະ ໄປຂວາງລາງລົດໄຟເສັ້ນກົງກັນຂ້າມທີ່ຢູ່ຕິດກັນ ກ່ອນລົດໄຟເສັ້ນ Howrah Superfast Express ເຊິ່ງເດີນທາງມາຈາກເມືອງບັງກາລໍ ໃນລັດກອນນາກະ ມຸ້ງໜ້າໄປເມືອງຮາຣາ ໃນລັດເບງກໍຕາເວັນຕົກ ຈະແລ່ນຕໍາຢ່າງຮຸນແຮງຈົນເຮັດໃຫ້ຕູ້ໂດຍສານພິກຂວ້ຳ.
ພາຍຫລັງເກີດເຫດ ທາງການໄດ້ລະດົມເຈົ້າໜ້າທີ່ມອດໄຟ ແລະ ຕໍາຫລວດຫລາຍຮ້ອຍຄົນ ພ້ອມທັງໝາດົມກິ່ນ ແລະ ເຈົ້າໜ້າທີ່ກອງກໍາລັງຮັບມືໄພພິບັດ ປະຕິບັດການຄົ້ນຫາ ແລະ ຊ່ວຍເຫລືອຜູ້ລອດຊີວິດ.
ຂະນະທີ່ມີລົດໂຮງໝໍຫລາຍກວ່າ 200 ຄັນ ພ້ອມແພດໝໍ 180 ກວ່າຄົນ ເດີນທາງໄປຈຸດເກີດເຫດ ເພື່ອໃຫ້ການຊ່ວຍເຫລືອຜູ້ບາດເຈັບ ແລະ ຫລາຍບໍລິສັດລົດໂດຍສານໄດ້ລະດົມລົດເມຊ່ວຍກັນນໍາເອົາຜູ້ບາດເຈັບສົ່ງໂຮງໝໍ.
ທ່ານ ນາເຣນທຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ກ່າວວ່າ: ທ່ານໂສກເສົ້າຕໍ່ເຫດການທີ່ເກີດຂຶ້ນ ແລະ ສະແດງຄວາມເສຍໃຈຕໍ່ຄອບຄົວຂອງຜູ້ເສຍຊີວິດ. ພ້ອມຢືນຢັນວ່າ: “ການຄົ້ນຫາ ແລະ ຊ່ວຍເຫລືອໃນຈຸດເກີດເຫດຍັງຢູ່ລະຫວ່າງດໍາເນີນການ ເຊິ່ງທາງການກໍາລັງໃຫ້ການຊ່ວຍເຫລືອທີ່ເປັນໄປໄດ້ທັງໝົດຕໍ່ຜູ້ທີ່ໄດ້ຮັບຜົນກະທົບ”.
ອ້າງອີງ: