ປະທານສະພາແຫ່ງຊາດ ຊຸກຍູ້ໂຄງການພັດທະນາແຫລ່ງທ່ອງທ່ຽວອ່າງນ້ຳງື່ມ ແຂວງວຽງຈັນ


ວັນທີ 2 ມິຖຸນາ 2023, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະ ໄດ້ຕິດຕາມ ຊຸກຍູ້ ໂຄງການພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກ ອ່າງນ້ຳງື່ມ 1 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ, ເຊິ່ງໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບໜູນຈາກທະນາຄານພັດທະນາອາຊີ (ADB), ເປົ້າໝາຍເພື່ອພັດທະນາເຂດດັ່ງກ່າວ ໃຫ້ກາຍເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ແລະ ເປັນການສ້າງສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນທ້ອງຖິ່ນດັ່ງກ່າວ.
ໂຄງການພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ອ່າງນ້ຳງື່ມ1 ແມ່ນມີຄວາມຄືບໜ້າ 54,23% ເຊິ່ງເຫັນວ່າມີຫລາຍໜ້າວຽກມີຄວາມຄືບໂດຍສະເພາະແມ່ນ: ການກໍ່ສ້າງເສັ້ນທາງເຂົ້າໄປຫາເຂດທ່ອງທ່ຽວອ່າງນ້ຳງື່ມໃກ້ຈະສຳເລັດ 100% ແລ້ວ, ໂດຍໄດ້ປັບປຸງເສັ້ນທາງຈາກທາງປູຢາງເປັນທາງເບຕົງ ເຊິ່ງມີຄວາມຍາວ 6 ກິໂລແມັດ, ກວ້າງ 6 ແມັດ ແລະ ໜາ 17 ຊັງຕີແມັດ, ປັບປຸງທ່າຈອດເຮືອເຂດມາລີນາເຊິ່ງມີເນື້ອທີ່ 22.689 ຕາແມັດ, ນອກນີ້ແມ່ນການເຮັດກະຕ່າຫີນກັນເຈື່ອນລຽບແຄມນ້ຳງື່ມ ແລະ ໜ້າວຽກອື່ນໆ.

