ນ້ຳຖ້ວມ-ດິນເຈື່ອນຄັ້ງໃຫຍ່ຢູ່ໄຮຕິ ມີຜູ້ເສຍຊີວິດຫລາຍກວ່າ 40 ຄົນ


ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 40 ຄົນ ຈາກເຫດນໍ້າຖ້ວມ ແລະ ດິນເຈື່ອນຄັ້ງໃຫຍ່ຢູ່ໄຮຕິ.
ວັນທີ 6 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ອາຣຽວ ອ໊ອງຣີ ນາຍົກລັດຖະມົນຕີໄຮຕິ ຈັດຕັ້ງສູນປະຕິບັດການຕອບສະໜອງແຫ່ງຊາດ ເພື່ອເລັ່ງໃຫ້ການຊ່ວຍເຫລືອປະຊາຊົນທີ່ກໍາລັງໄດ້ຮັບຄວາມເດືອດຮ້ອນຢ່າງໜັກ ຈາກນໍ້າຖ້ວມກະທັນຫັນ ແລະ ດິນເຈື່ອນໃນຫລາຍພື້ນທີ່ ໂດຍເປັນຜົນມາຈາກຝົນທີ່ຕົກລົງມາຢ່າງໜັກ ໃນທ້າຍອາທິດຜ່ານມາ.
ຂະນະທີ່ລາຍງານໂດຍສະຫະປະຊາຊາດ (UN) ລະບຸວ່າ: ໄພທໍາມະຊາດທີ່ເກີດຂຶ້ນສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 42 ຄົນ, ແຕ່ຍັງສູນຫາຍອີກ 11 ຄົນ, ອີກທັງປະຊາຊົນປະມານ 13.400 ຄົນ ຕ້ອງກາຍເປັນຜູ້ພັດຖິ່ນ.
ນອກຈາກນີ້, UN ໃຫ້ຄວາມເຫັນອີກວ່າ: ເຖິງວ່າອຸທົກກະໄພຄັ້ງນີ້ບໍ່ໄດ້ເປັນຜົນມາຈາກພາຍຸຫົວໃດ, ແຕ່ຂອບເຂດຂອງຄວາມເສຍຫາຍທີ່ເກີດຂຶ້ນ ເພີ່ມຄວາມກັງວົນໃຫ້ທຸກຝ່າຍ ເນື່ອງຈາກລະດູເຮີລິເຄນໃນມະຫາສະໝຸດອັດລັງຕິກກໍາລັງເລີ່ມຂຶ້ນ ແລະ ເກືອບເຄິ່ງໜຶ່ງຂອງປະຊາກອນໄຮຕິ ທີ່ມີຈໍານວນປະມານ 11,8 ລ້ານຄົນ ຕ້ອງການການຊ່ວຍເຫລືອດ້ານມະນຸດສະທໍາ.