ນັກຮຽນເກືອບ 80 ຄົນຖືກວາງຢາຢູ່ອັບການິດສະຖານ ສ່ວນຫລາຍເປັນເດັກຍິງ

ນັກຮຽນເກືອບ 80 ຄົນຖືກວາງຢາຢູ່ອັບການິດສະຖານ ສ່ວນຫລາຍເປັນເດັກຍິງ - Untitled 3 - ນັກຮຽນເກືອບ 80 ຄົນຖືກວາງຢາຢູ່ອັບການິດສະຖານ ສ່ວນຫລາຍເປັນເດັກຍິງ
ນັກຮຽນເກືອບ 80 ຄົນຖືກວາງຢາຢູ່ອັບການິດສະຖານ ສ່ວນຫລາຍເປັນເດັກຍິງ - kitchen vibe - ນັກຮຽນເກືອບ 80 ຄົນຖືກວາງຢາຢູ່ອັບການິດສະຖານ ສ່ວນຫລາຍເປັນເດັກຍິງ

ທ່ານ ມູຮໍາໝັດ ຮາມານີ (Mohammad Rahmani) ຫົວໜ້າຝ່າຍສຶກສາປະຈໍາແຂວງຊາເອໂປລ ທາງຕອນເໜືອຂອງອັບການິດສະຖານ ເປີດເຜີຍຕໍ່ສໍານັກຂ່າວ CNN ວ່າ: ໃນທ້າຍອາທິດຜ່ານມາ ມີນັກຮຽນຊັ້ນປະຖົມເກືອບ 80 ຄົນຖືກວາງຢາພິດ ເຊິ່ງສ່ວນຫລາຍເປັນເດັກນ້ອຍຜູ້ຍິງ ໂດຍທຸກຄົນຖືກສົ່ງເຂົ້າຮັບການປິ່ນປົວຢູ່ໂຮງໝໍຮຽບຮ້ອຍແລ້ວ.

ທ່ານ ຮາມານີ ເປີດເຜີຍວ່າ: ໜ່ວຍຂ່າວຂອງກົມຕໍາຫລວດປະຈໍາແຂວງຊາເອໂປລກໍາລັງດໍາເນີນການສືບສວນກ່ຽວກັບກໍລະນີດັ່ງກ່າວ, ແຕ່ມາຮອດຕອນນີ້ຍັງບໍ່ມີຄວາມຈະແຈ້ງວ່າໃຜເປັນຜູ້ກໍ່ເຫດ, ແຮງຈູງໃຈຄືຫຍັງ ແລະ ຊະນິດຂອງຢາພິດທີ່ອາດໃຊ້ນໍາເດັກນັກຮຽນເປັນປະເພດໃດ.

ນັກຮຽນເກືອບ 80 ຄົນຖືກວາງຢາຢູ່ອັບການິດສະຖານ ສ່ວນຫລາຍເປັນເດັກຍິງ - Visit Laos Visit SALANA BOUTIQUE HOTEL - ນັກຮຽນເກືອບ 80 ຄົນຖືກວາງຢາຢູ່ອັບການິດສະຖານ ສ່ວນຫລາຍເປັນເດັກຍິງ

ທ່ານ ຣາມານີ ເປີດເຜີຍວ່າ: ໃນວັນທີ 3 ມິຖຸນາ ເກີດເຫດນັກຮຽນຍິງ 17 ຄົນຖືກວາງຢາພິດໃນໂຮງຮຽນດຽວກັນ, ສ່ວນວັນທີ 4 ມິຖຸນາ ມີເດັກນັກຮຽນຖືກວາງຢາເພີ່ມອີກ 60 ຄົນຢູ່ໂຮງຮຽນອີກແຫ່ງໜຶ່ງ ເຊິ່ງເຫຍື່ອສ່ວນຫລາຍເປັນນັກຮຽນຍິງ ໂດຍເດັກນ້ອຍມີອາການເຈັບຫົວ ແລະ ປວດຮາກ ຈົນຕ້ອງເລັ່ງສົ່ງໂຮງໝໍທ້ອງຖິ່ນ, ແຕ່ມີເດັກ 14 ຄົນມີອາການຂ້ອນຂ້າງຮຸນແຮງ ຈຶ່ງສົ່ງໄປໂຮງໝໍໃນເມືອງເອກຂອງແຂວງ.

ແພດປະຈໍາໂຮງໝໍຊາເອໂປລຢືນຢັນຕໍ່ CNN ອີກວ່າ: ມີເດັກເຂົ້າຮັບການປິ່ນປົວຢູ່ໂຮງໝໍແທ້ ແລະ ແພດເຊື່ອວ່າເດັກເຫລົ່ານີ້ຖືກວາງຢາ ຖ້າພິຈາລະນາຕາມອາການທີ່ປາກົດ.

ອ້າງອີງ:

https://edition.cnn.com/…/afghan-schoolgirls…/index.html

https://www.theguardian.com/…/nearly-80-primary…

ນັກຮຽນເກືອບ 80 ຄົນຖືກວາງຢາຢູ່ອັບການິດສະຖານ ສ່ວນຫລາຍເປັນເດັກຍິງ - 3 - ນັກຮຽນເກືອບ 80 ຄົນຖືກວາງຢາຢູ່ອັບການິດສະຖານ ສ່ວນຫລາຍເປັນເດັກຍິງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!