ຄວນຄຳນຶງເຖິງຄວາມປອດໄພກ່ອນຈະກິນອາຫານທີ່ປຸງແຕ່ງດ້ວຍເຫັດປ່າ 

ຄວນຄຳນຶງເຖິງຄວາມປອດໄພກ່ອນຈະກິນອາຫານທີ່ປຸງແຕ່ງດ້ວຍເຫັດປ່າ  - iStock - ຄວນຄຳນຶງເຖິງຄວາມປອດໄພກ່ອນຈະກິນອາຫານທີ່ປຸງແຕ່ງດ້ວຍເຫັດປ່າ 
ຄວນຄຳນຶງເຖິງຄວາມປອດໄພກ່ອນຈະກິນອາຫານທີ່ປຸງແຕ່ງດ້ວຍເຫັດປ່າ  - kitchen vibe - ຄວນຄຳນຶງເຖິງຄວາມປອດໄພກ່ອນຈະກິນອາຫານທີ່ປຸງແຕ່ງດ້ວຍເຫັດປ່າ 

ໃນເດືອນພຶດສະພາ ປີ 2023 ນີ້, ໄດ້ເຫັນການລົງຂ່າວຈາກບັນດາສື່ວ່າ ມີປະຊາຊົນຫລາຍຄົນໄດ້ເກັບເຫັດຈາກປ່າໃນບ່ອນທີ່ເຄີຍເກັບແຕ່ລະປີ ແລ້ວນຳມາປຸງແຕ່ງເປັນອາຫານກິນພາຍໃນຄອບຄົວ ເຮັດໃຫ້ຫລາຍຄົນມີອາການເບື່ອເຫັດ ຢູ່ບ້ານດອນໄຊ, ເມືອງຫລວງນ້ຳທາ, ແຂວງຫລວງນ້ຳທາຈົນນຳໄປສູ່ການສູນເສຍຊີວິດເຖິງສອງຄົນ ແລະ ອີກຫ້າຄົນຕ້ອງຢູ່ພາຍໃຕ້ການຕິດຕາມຂອງແພດຢ່າງໃກ້ຊິດ.

ເຫດເກີດຂຶ້ນໃນວັນທີ 26-27 ພຶດສະພາຜ່ານມາ, ພາຍຫລັງທີ່ເຂົາເຈົ້າໄດ້ເກັບເຫດປ່າຈາກບ່ອນທີ່ເຄີຍເກັບແຕ່ລະປີມາປຸງແຕ່ງເປັນອາຫານຄາບເຂົ້າແລງໃນຄອບຄົວ, ພາຍຫລັງທີ່ກິນໄປແລ້ວປະມານ 3-5ຊົ່ວໂມງ ແຕ່ລະຄົນມີອາການເມົາ, ວິນຫົວ, ຮາກ ແລະ ຖອກທ້ອງແຕ່ກໍພາກັນນອນຫລັບ, ພໍຕື່ນມາວັນທີ 28 ພຶດສະພາ ແຕ່ລະຄົນມີອາການໜັກຂຶ້ນ ຊາວບ້ານ ແລະ ຍາດພີ່ນ້ອງຈຶ່ງນຳສົ່ງໂຮງໝໍແຂວງແຕ່ອາການຮຸນແຮງຫລາຍຈົນມີຜູ້ເສຍຊີວິດເຖິງສອງຄົນ, ສ່ວນອີກຫ້າຄົນແມ່ນຢູ່ພາຍໃຕ້ການຕິດຕາມຂອງແພດຢ່າງໃກ້ຊິດ ເພື່ອຊ່ວຍເຫລືອໃຫ້ພົ້ນໄພອັນຕະລາຍ, ນອກຈາກນີ້ແລ້ວ, ຜ່ານມາແຕ່ລະປີ ກໍມີຂ່າວກ່ຽວກັບຄົນເຈັບ, ຄົນເສຍຊີວິດຍ້ອນເບື່ອເຫັດປ່າທີ່ນຳມາປຸງແຕ່ງເປັນອາຫານ, ກິນພາຍໃນຄອບຄົວ ຍ້ອນແນວນັ້ນຈຶ່ງເຫັນໄດ້ວ່າການເບື່ອເຫັດປ່າສ່ວນຫລາຍແມ່ນຄົນໃນຄອບຄົວດຽວກັນ.

ຄວນຄຳນຶງເຖິງຄວາມປອດໄພກ່ອນຈະກິນອາຫານທີ່ປຸງແຕ່ງດ້ວຍເຫັດປ່າ  - Visit Laos Visit SALANA BOUTIQUE HOTEL - ຄວນຄຳນຶງເຖິງຄວາມປອດໄພກ່ອນຈະກິນອາຫານທີ່ປຸງແຕ່ງດ້ວຍເຫັດປ່າ 

ຫລາຍເຊັ່ນຄົນຜ່ານມາ, ຍ້ອນຄວາມອຸດົມສົມບູນຂອງທຳມະຊາດທີ່ຄິດວ່າອາດຈະບໍ່ບົກແຫ້ງແລະສູນພັນເປັນຈັກເທື່ອນັ້ນ,ປະຊາຊົນລາວບັນດາເຜົ່າໂດຍສະເພາະຢູ່ເຂດຊົນນະບົດໄດ້ດຳລົງຊີວິດຕິດພັນກັບທຳມະຊາດມາຕະຫລອດເພາະທຳມະຊາດເຫລົ່ານັ້ນເປັນບ່ອນໃຫ້ທີ່ຢູ່ອາໄສ, ໃຫ້ຢາປົວພະຍາດ, ໃຫ້ອາກາດທີ່ສົດໃສ ທັງໃຫ້ອາຫານຈາກທຳມະຊາດນາໆຊະນິດໃນນັ້ນກໍລວມທັງບັນດາເຫັດເປັນຕົ້ນ ເຫັດຕາບ ຫລື ເຫັດປວກ, ເຫັດເຜາະ, ເຫັດນ້ຳໝາກ, ເຫັດລະໂງກ, ເຫັດຄ້ອນກອງ………ຊຶ່ງເຫັດເຫລົ່ານີ້ເຖິງຈະບໍ່ແມ່ນອາຫານຫລັກແຕ່ກໍເປັນສ່ວນໜຶ່ງຂອງອາຫານຫລໍ່ລ້ຽງຄົນລາວມາແລ້ວຫລາຍແສນຫລາຍລ້ານຊີວິດ,ການເບື່ອເຫັດນີ້ກໍມີທັງເບື່ອຈາກເຫັດເບື່ອໂດຍກົງ ແລະ ຈາກເຫັດປ່າປົນເປື້ອນສານເຄມີທີ່ຜູ້ປະກອບການນຳໃຊ້ເຂົ້າສູ່ການຜະລິດເກີນກຳນົດ.

ຕ້ອງຍອມຮັບຄວາມເປັນຈິງວ່າ ປັດຈຸບັນປະເທດຊາດພວມຢູ່ໃນໄລຍະພັດທະນາ, ພື້ນຖານທາງດ້ານເສດຖະກິດພວມເຕີບໃຫຍ່ຂະຫຍາຍຕົວ ການບຸກເບີກເນື້ອທີ່ເພື່ອການກະສິກຳໄດ້ຄ່ອຍໆກວມເອົາເນື້ອທີ່ປ່າໄມ້ທຳມະຊາດທີ່ເປັນແຫລ່ງສະບຽງອາຫານຂອງຄົນເຮົານັບມື້ໜ້ອຍລົງ ການພັດທະນາພື້ນຖານກະສິກຳນັ້ນມີຫລາຍບ່ອນຫລາຍພື້ນທີ່ ບາງຄັ້ງກໍຈຳເປັນໄດ້ນຳໃຊ້ສານເຄມີເຂົ້າຊ່ວຍການຜະລິດກໍມີເພື່ອເຮັດໃຫ້ພືດຜັກຈະເລີນເຕີບໂຕໄວ, ແຕ່ວ່າບາງຄັ້ງກໍໃຊ້ຫຼາຍເກີນມາດຕະຖານກຳນົດຈຶ່ງເປັນພິດໄພຕໍ່ສິ່ງແວດລ້ອມອ້ອມຂ້າງ ສັດນ້ຳ ລວມທັງເຫັດປ່າທີ່ເຄີຍເກີດໃນບໍລິເວນນັ້ນກໍອາດມີ ໂດຍທີ່ເຮົາບໍ່ສາມາດຮູ້ໄດ້ເລີຍ, ແລະ ໄລຍະນີ້ ເຫັດກໍຈະເກີດຫຼາຍແດ່, ດັ່ງນັ້ນໃນເມື່ອຫາກໄດ້ເຫັດປ່າມາແລ້ວຕ້ອງສັງເກດໃຫ້ດີວ່າມີຄວາມປອດໄພຫຼືບໍ່ກ່ອນທີ່ຈະນຳໄປປຸງແຕ່ງເປັນອາຫານ.

ສຳລັບຂໍ້ສັງເກດວ່າເຫັດມີພິດ (ເຫັດເບື່ອ) ໃຫ້ສັງເກດວ່າດອກເຫັດຈະມີເກັດ ຫຼື ມີຕຸ່ມຂົນ, ດອກເຫັດເປັນສີນ້ຳຕານ ຫຼື ມີສີສັນສວຍງາມ, ມີຂົນໜາມນ້ອຍໆຢູ່ຕາມບໍລິເວນຕີນເຫັດ, ມີວົງແຫວນຢູ່ກ້ອງດອກເຫັດ, ເມື່ອດອກແກ່ມີກິ່ນຮຸນແຮງ, ເຫັດທີ່ເກີດຢູ່ຕາມມູນສັດ ແລະ ເກີດຕາມບໍລິເວນຢູ່ໃກ້ສານເຄມີ ສ່ວນການປ້ອງກັນນັ້ນ ຄວນຫຼີກເວັ້ນການເກັບເຫດດອກທີ່ຍັງອ່ອນເພາະຈະສັງເກດຍາກວ່າເເມ່ນເຫັດເບື່ອຫຼືບໍ, ຕາມເກົ່າມາຫຼັງຜູ້ເຖົ້າຜູ້ແກ່ບອກວ່າໃຫ້ລອກດອກເຫັດຕັ້ງແຕ່ແຄມດອກຂື້ນຮອດຈອມເຫັດບໍ່ ຖ້າລອກບໍ່ຮອດສະແດງວ່າເປັນເຫັດເບື່ອ ,ອີກວິທີໜຶ່ງນຳເຫັດທີ່ໄດ້ມານັ້ນຕົ້ມປົນເຂົ້າໜຽວ ຫຼື ເຂົ້າຈ້າວກໍໄດ້ຈັກໜ້ອຍໜຶ່ງ ຖ້າເປັນສີແດງບໍ່ສາມາດກິນໄດ້ (ນອກຈາກເຫັດນ້ຳໝາກ) ຫຼີກເວັ້ນການເກັບເຫັດປ່າ ຫຼື ເຫັດທີ່ລຶ້ງເຄີຍມາບໍລິໂພກ, ຜູ້ທີ່ຮ່າງກາຍອ່ອນເພຍ ຫຼື ມີພະຍາດປະຈຳຕົວຄວນຫຼີກລ່ຽງ, ກວດເບິ່ງ ຫຼື ຜ່າເຫັດທູກດອກກ່ອນນຳເອົາໄປປຸງແຕ່ງເປັນອາຫານ.

ການເກັບເຫັດໂດຍສະເພາະແມ່ນເຫັດປ່າມາບໍລິໂພກ ຫຼື ຂາຍຄວນຄຳນຶງເຖິງຄວາມປອດໄພກ່ອນ, ເຖິງແມ່ນວ່າບ່ອນນັ້ນເຫັດເຄີຍເກີດ ແລະ ເຄີຍເກັບມາຫຼາຍຄັ້ງກໍຕາມ, ໃຫ້ລະມັດລະວັງທີ່ສຸດເພາະມັນເປັນອັນຕະລາຍເຖິງຊີວິດຖ້າເຫັດເກີດຢູ່ໃກ້ບໍລິເວນທີ່ມີການນຳໃຊ້ສານເຄມີຕົກຄ້າງ ຫຼື ເຫັດເບື່ອ, ມີສະຕິໃນເວລານຳເອົາເຫັດມາປຸງແຕ່ງອາຫານ ເຮົາຕ້ອງເບີ່ງສະຖານທີ່ເຫັດເກີດນຳອີກຖ້າເກີດຢູ່ໃກ້ສະຖານທີ່ທ່ີນຳໃຊ້ສານເຄມີ, ຢາຂ້າຫຍ້າ ຊຶ່ງມີຄວາມສ່ຽງ ແລະ ບໍ່ຄວນນຳເອົາມາບໍລິໂພກຢ່າງເດັດຂາດເພື່ອຄວາມປອດໄພຂອງທຸກຄົນ ແຕ່ຖ້າບໍລິໂພກລົງໄປແລ້ວມີອາການເມົາ,ວິນຫົວ ປວດຮາກຖອກທ້ອງໃຫ້ໄປພົບແພດທີ່ຢູ່ໃກ້ໂດຍດ່ວນບໍ່ຄວນຖືເບົາທັງນີ້ກໍ່ເພື່ອຄວາມປອດໄພຂອງຕົວເຮົາເອງ ແລະ ຄົນໃນຄອບຄົວ.

ຄວນຄຳນຶງເຖິງຄວາມປອດໄພກ່ອນຈະກິນອາຫານທີ່ປຸງແຕ່ງດ້ວຍເຫັດປ່າ  - 5 - ຄວນຄຳນຶງເຖິງຄວາມປອດໄພກ່ອນຈະກິນອາຫານທີ່ປຸງແຕ່ງດ້ວຍເຫັດປ່າ 
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!