ບັນຫາຖະໜົນຫົນທາງ ຍນະຄອນຫລວງກາຍເປັນແອ່ງນໍ້າ ເຮົາຈະແກ້ໄຂກັນແນວໃດໃຫ້ເດັດຂາດ ?

ໂດຍ: ມຶກບໍ່ແຫ້ງ
ພໍແຕ່ຝົນຕົກບໍ່ພໍເທົ່າໃດກໍເຮັດໃຫ້ເສັ້ນທາງຫຼາຍສາຍໃນຕົວເມືອງ ຫຼວງວຽງຈັນກາຍເປັນນໍ້າແກ່ງທັນທີເຊິ່ງບັນຫານີ້ເກີດມາດົນສົມຄວນແລ້ວ.
ເມື່ອ 4-5 ມື້ທີ່ຜ່ານມາ ຝົນໄດ້ຕົກລົງທົ່ວນະຄອນຫຼວວຽງຈັນ ແລະ ເຂດແຂວງອື່ນໆຂອງປະເທດໜັກສົມຄວນ ເຊິ່ງນອກຈາກ ຈະກັງວົນໃຈນຳນໍ້າຖ້ວມໄຮ່ນາຕາກ້າ, ເຮືອນຊານບ້ານຊ່ອງຂອງປະຊາຊົນ ຜູ້ທີ່ອາໄສ ບ່ອນທີ່ມີຄວາມສ່ຽງແລ້ວພວກເຮົາຍັງເຫັນວ່າການສັນຈອນຕາມທ້ອງຖະໜົນຂອງນະຄອນຫຼວງຫຼາຍຈຸດນັ້ນເກືອບວ່າ ອຳມະພາດລົງ ຍ້ອນນໍ້າອັ່ງ.
ຕາມການລາຍງານ ຂອງປະຊາຊົນ ທາງສື່ອອນລາຍ ແລະ ຜູ້ຂຽນໄດ້ພົບພໍ້ ດ້ວຍຕົນເອງນັ້ນ ມີຫຼາຍຈຸດ ທົ່ວນະຄອນຫຼວງເຮົາທີ່ມີນໍ້າອັ່ງ ເຂດຕານມີໄຊ, ສະພັງເມິກ, ດອນໜູນ, ພະຂາວ ແລະ ຈຸດອື່ນໆ.
ນອກຈາກຫົນທາງ ໄດ້ກາຍເປັນບ່ອນໄຫຼຂອງນໍ້າແທນຄອງລະບາຍ ທີ່ສ້າງຄຽງຄູ່ກັບຫົນທາງນັ້ນແລ້ວນໍ້າຍັງໄຫຼເຂົ້າຖ້ວມ ເຮືອນປະຊາຊົນ ທີ່ຢູ່ເຂດຕໍ່າ ສ້າງຄວາມເດືອດຮ້ອນບໍ່ແມ່ນໜ້ອຍ ເຊິ່ງຫຼາຍຈຸດກໍເປັນທີ່ຮັບຮູ້ດີວ່າລົດອັ່ງອໍ ທຸກມື້ ເມື່ອນໍ້າຖ້ວມຂັງ ຄືດັ່ງວ່າ ຄວາມແອອັດ ຍິ່ງເພີ່ມທະວີ.
ພວກເຮົາຫຼາຍຄົນ ສາມາດບອກສາເຫດໄດ້ງ່າຍໆ ວ່າ ນໍ້າຖ້ວມຂັງ ຖະໜົນຫົນທາງກາຍເປັນນໍ້າແກ່ງຍາມຝົກນີ້ກໍເນື່ອງຈາກວ່າຄອງລະບາຍນໍ້າ ທີ່ສ້າງຂຶ້ນຄູ່ຂະໜານກັບເສັ້ນທາງນັ້ນບໍ່ເຮັດວຽກ ຫຼື ອຸດຕັນ ເຊິ່ງເກີດມາຈາກ ຂາດການບົວລະບັດຮັກສາອະນາໄມເປັນປະຈຳ, ການທັບຖົມຄອງນໍ້າ ທີ່ບໍ່ມີໃຜຫົວຊາ ແລະ ອື່ນໆ.
ຍິ່ງກວ່ານັ້ນປະຊາຊົນຈຳນວນໜຶ່ງທີ່ອາໄສໃກ້ກັບຄອງນໍ້າ ອາດເຫັນຜົນກະທົບແລ້ວວ່າບັນດາຖົງຢາງ, ເຄື່ອງຂອງທີ່ເຂົາເຈົ້າ ຖິ້ມລົງໄປໃນຄອງນໍ້ານັ້ນຈະເຮັດໃຫ້ ຕົນເອງ ແລະ ຜູ້ຄົນຈຳນວນຫຼາຍຕ້ອງ ໄດ້ຮັບຜົນກະທົບເຊັ່ນນີ້.
ເມື່ອທວງເຖິງພາກສ່ວນທີ່ຮັບຜິດຊອບວຽກງານນີ້ໂດຍກົງກໍແມ່ນຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ ເຖິງວ່າພວກເພິ່ນຈະພະຍາຍາມ ສຸດຄວາມສາມາດໃນການປະຕິບັດໜ້າທີ່ຂອງຕົນໃນການນຳພາປະຊາຊົນອະນາໄມຄອງນໍ້າ, ເກັບຂີ້ເຫຍື້ອຕາມຈຸດຕ່າງໆ ແຕ່ມັນກໍຍັງບໍ່ທັນພຽງພໍທີ່ເຮັດໃຫ້ຄອງນໍ້າ ທົ່ວທຸກແຈມຸມຂອງນະຄອນຫຼວງວຽງຈັນ ໄຫຼສະດວກໄດ້ໝົດ.
ແນ່ນອນການຮັກສາຄອງນໍ້າເປັນໜ້າທີ່ຮັບຊອບຊ່ວຍກັນ ໂດຍສະເພາະ ຜູ້ຢູ່ອາໄສໃກ້ກັບຄອງນໍ້ານັ້ນນອກຈາກຈະບໍ່ຖິ້ມຂີ້ເຫຍື້ອຕ່າງໆ ທີ່ອາດຈະເກີດການອຸດຕັດຂອງຄອງແລ້ວກໍຍັງໄດ້ອະນາໄມເປັນປະຈຳ, ນອກນັ້ນ ພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ມີການກວດກາຕິດຕາມສະພາບ ຂອງບັນດາຄອງນໍ້າຕ່າງໆໂດຍສະເພາະແມ່ນຈຸດທີ່ມັກມີນໍ້າຖ້ວມຂັງ ຢ່າງໄວວາ ເມື່ອຝົນຕົກມາ ຕ້ອງໄດ້ມີການອະນາໄມ ແລະ ບົວລະບັດຮັກສາ ເປັນຢ່າງດີ.
ໃນນະຄອນຫຼວງວຽງຈັນ ພວກເຮົາ ນອກຈາກຈະຖືເອົາວັນເສົາແດງ ເປັນວັນອະນາໄມຂີ້ເຫຍື້ອ, ໃບໄມ້ຕາມຄອກແຄແຈຮົ້ວແລ້ວ ອາດເປັນການດີ ຖ້າຫາກພວກເຮົາສ້າງຂະບວນການອະນາໄມຄອງນໍ້າ ຕາມຖະໜົນຫຼວງເພື່ອເຮັດໃຫ້ນໍ້າໄຫຼແລ່ນສະດວກດີຂຶ້ນກວ່າເກົ່າ.