ຫລາຍຄົນລະດົມກັນປູກຕົ້ນໄມ້ໃຫ້ເປັນປ່າ ແຕ່ຢ່າໃຫ້ໃຜຄົນໃດໜຶ່ງໃຊ້ອາຍາສິດໃນການທຳລາຍ

ຫລາຍຄົນລະດົມກັນປູກຕົ້ນໄມ້ໃຫ້ເປັນປ່າ ແຕ່ຢ່າໃຫ້ໃຜຄົນໃດໜຶ່ງໃຊ້ອາຍາສິດໃນການທຳລາຍ - aa60333e e89a 4fbf ab82 9306d261fb06 - ຫລາຍຄົນລະດົມກັນປູກຕົ້ນໄມ້ໃຫ້ເປັນປ່າ ແຕ່ຢ່າໃຫ້ໃຜຄົນໃດໜຶ່ງໃຊ້ອາຍາສິດໃນການທຳລາຍ
ຫລາຍຄົນລະດົມກັນປູກຕົ້ນໄມ້ໃຫ້ເປັນປ່າ ແຕ່ຢ່າໃຫ້ໃຜຄົນໃດໜຶ່ງໃຊ້ອາຍາສິດໃນການທຳລາຍ - kitchen vibe - ຫລາຍຄົນລະດົມກັນປູກຕົ້ນໄມ້ໃຫ້ເປັນປ່າ ແຕ່ຢ່າໃຫ້ໃຜຄົນໃດໜຶ່ງໃຊ້ອາຍາສິດໃນການທຳລາຍ

ໂດຍ:ທິດກໍ່າ

ນັບແຕ່ເດືອນມິຖຸນາຫາຕົ້ນເດືອນກໍລະກົດຂອງທຸກໆປີແມ່ນໄລຍະຝົນຕົ້ນລະດູ ເປັນໄລຍະເໝາະແກ່ການປູກຕົ້ນໄມ້ ແລະ ບັນດາພືດພັນທັນຍາຫານຫລາຍຊະນິດ. ສະນັ້ນ ພັກ ແລະ ລັດຖະບານເຮົາຈຶ່ງຫລິງເຫັນຄວາມສໍາຄັນໄດ້ກໍານົດເອົາວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ເພາະວ່າເປັນໄລຍະຝົນຕົກໃໝ່ ພາຍຫລັງເຮົາລົງມືປູກຕົ້ນໄມ້ ແລະ ພືດຜັກຕ່າງໆລົງແລ້ວ ຝົນກໍຈະຕົກລົງມາໂຮຍຮໍາເປັນໄລຍະໆ, ຈາກນັ້ນຕົ້ນໄມ້ທີ່ເຮົາປູກກໍຈະຕິດ ແລະ ເລີ່ມເຕີບໂຕໃຫຍ່ຂຶ້ນໄປຕາມອາຍຸການ ແລະ ລະດູການ.
ພິເສດໃນສະໄໝນີ້ ເປັນຍຸກເຕັກໂນໂລຊີທັນສະໄໝກ້າວໜ້າລໍ້າຍຸກ ເພື່ອໃຫ້ຕົ້ນໄມ້ ຫລື ພືດຜັກທີ່ເຮົາປູກລົງດິນມີການເຕີບໂຕຂຽວງາມ ແລະ ໃຫຍ່ໄວ ເຮົາຍັງຕ້ອງໄດ້ໃສ່ຝຸ່ນວິທະຍາສາດ, ຝຸ່ນຊີວະພາບ, ສານກະຕຸ້ນ, ນໍ້າຢາຂ້າສັດຕູພືດ ຫລື ດ້ວຍວິທີການອື່ນໆທີ່ເໝາະສົມກັບອາກາດ ແລະ ສະພາບແວດລ້ອມ. ນອກຈາກນັ້ນແລ້ວ ຍັງພົວພັນໄປເຖິງການປົກປັກຮັກສາດ້ວຍວິທີການອື່ນໆຕື່ມອີກເຊັ່ນ: ເຮັດຮົ້ວອ້ອມຕົ້ນໄມ້ແຕ່ລະຕົ້ນເພື່ອບໍ່ໃຫ້ງົວຄວາຍ ຫລື ສັດລ້ຽງເຂົ້າໄປກິນ ນັບທັງເສຍຫຍ້າຂ້າຮຸ່ນ,ຫົດນໍ້າໃນເວລາຕົ້ນໄມ້ບໍ່ທັນໃຫຍ່ ໂດຍສະເພາະລະດູແລ້ງ ເພາະຢ້ານຕົ້ນໄມ້ຕາຍແດດ. ນີ້ແມ່ນມາດຕະການ ທັງເປັນວິທີການ ເພື່ອເຮັດໃຫ້ຕົ້ນໄມ້ທີ່ເຮົາລົງມືປູກໄປແລ້ວບໍ່ໃຫ້ມັນສູນຫາຍ ຫລື ຕາຍໄປຍ້ອນຂາດການເອົາໃຈໃສ່ດູແລ.

ຫລາຍຄົນລະດົມກັນປູກຕົ້ນໄມ້ໃຫ້ເປັນປ່າ ແຕ່ຢ່າໃຫ້ໃຜຄົນໃດໜຶ່ງໃຊ້ອາຍາສິດໃນການທຳລາຍ - Visit Laos Visit SALANA BOUTIQUE HOTEL - ຫລາຍຄົນລະດົມກັນປູກຕົ້ນໄມ້ໃຫ້ເປັນປ່າ ແຕ່ຢ່າໃຫ້ໃຜຄົນໃດໜຶ່ງໃຊ້ອາຍາສິດໃນການທຳລາຍ

ໃນຫລາຍປີຜ່ານມາ, ການປູກຕົ້ນໄມ້ຢູ່ ສປປ ລາວພວກເຮົາ ເຫັນວ່າເປັນຂະບວນຟົດຟື້ນພໍສົມຄວນ, ເສຍແຕ່ວ່າບາດປູກໄປແລ້ວສ່ວນຫລາຍຂາດການເອົາໃຈໃສ່ດູແລ ຈຶ່ງເຮັດໃຫ້ຕົ້ນໄມ້ສູນຫາຍຕາຍດັບເປັນຈໍານວນບໍ່ໜ້ອຍ, ຍິ່ງໄປກວ່ານັ້ນ ຍັງພາກັນຕັດຫລາຍກວ່າການປູກຈຶ່ງເຮັດໃຫ້ຕົ້ນໄມ້ໃນຜືນປ່ານັບມື້ກຸດຫ້ຽນສູນຫາຍໄປເລື້ອຍໆ, ຈາກຂໍ້ມູນຂອງກະຊວງກະສິກໍາ ແລະ ປ່າໄມ້ໃນປີ 1940 ການປົກຫຸ້ມປ່າໄມ້ໃນທົ່ວປະເທດມີປະມານ 70% ຂອງເນື້ອທີ່ໃນທົ່ວປະເທດມາຮອດປີ 2018 ເຫລືອພຽງ 40% ແລະ ຄ່ອຍໆຫລຸດລົງໃນແຕ່ລະປີ. ໃນກອງປະຊຸມສະພາແຫ່ງຊາດວ່າດ້ວຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດຮອດປີ 2030 ຕ້ອງສູ້ຊົນໃຫ້ມີປ່າປົກຫຸ້ມ 70% ຂອງເນື້ອທີ່ທັງໝົດທົ່ວປະເທດ ໃນນີ້ປະກອບດ້ວຍປ່າສະຫງວນ 4,7 ລ້ານເຮັກຕາ, ປ່າປ້ອງກັນ 8,2 ລ້ານເຮັກຕາ, ປ່າຜະລິດ 3,1 ລ້ານເຮັກຕາ ແລະ ພື້ນທີ່ປ່າປູກ 5 ແສນເຮັກຕາ, ແຕ່ໃນຕົວຈິງຈະໄດ້ ຫລື ບໍ່ນັ້ນມັນກໍຂຶ້ນກັບທຸກຄົນ ເພາະຜ່ານມາເຫັນວ່າການຕັດໄມ້ທໍາລາຍປ່າແມ່ນຫລາຍກວ່າການປູກໄມ້ໃຫ້ເປັນປ່າ.

ສໍາລັບປີນີ້, ຂະບວນການປູກຕົ້ນໄມ້ເຫັນວ່າຟົດຟື້ນພໍສົມຄວນ ໂດຍສະເພາະມີການນໍາສູງສຸດຂອງປະເທດໄດ້ເປັນແບບຢ່າງນໍາພາດັ່ງໃນວັນທີ 1 ມິຖຸນາຜ່ານມາ, ທ່ານປະທານປະເທດ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ບັນດາທ່ານການນໍາຜູ້ອື່ນໆນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ,ບັນດາກົມກອງກະຊວງ,ຂະແໜງ ການຕ່າງໆໃນທຸກເມືອງ, ເຂດແຂວງ ຕ່າງກໍໄດ້ສ້າງຂະບວນການປູກຕົ້ນໄມ້ຢ່າງເປັນຂະບວນ ແລະ ມີຄວາມໝາຍ.

ຢ່າງໃດກໍດີ, ສິ່ງທີ່ຄວນຄໍານຶງເຖິງນັ້ນເມື່ອປູກໄປແລ້ວຕ້ອງແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນຢ່າງຂາດຕົວເພື່ອປົກປັກຮັກສາໃຫ້ມັມໃຫຍ່ຈົນກາຍເປັນປ່າຕຶບດົງໜາ ຢ່າສັນຫາແຕ່ພາກັນຕັດທໍາລາຍ ສຸດທ້າຍໂທດຂອງການຕັດໄມ້ທໍາລາຍປ່າຈະມາຢາມບໍ່ໄວກໍຊ້າເຊັ່ນ: ເກີດພາຍຸ, ຂາດຝົນ, ແຫ້ງແລ້ງ, ເກີດໄພພິບັດ, ເກີດໂຣຄາພະຍາດຕ່າງໆນານານັ້ນແລ.

ຫລາຍຄົນລະດົມກັນປູກຕົ້ນໄມ້ໃຫ້ເປັນປ່າ ແຕ່ຢ່າໃຫ້ໃຜຄົນໃດໜຶ່ງໃຊ້ອາຍາສິດໃນການທຳລາຍ - 5 - ຫລາຍຄົນລະດົມກັນປູກຕົ້ນໄມ້ໃຫ້ເປັນປ່າ ແຕ່ຢ່າໃຫ້ໃຜຄົນໃດໜຶ່ງໃຊ້ອາຍາສິດໃນການທຳລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!