ຜູ້ນໍາຍີ່ປຸ່ນກ່າວວ່າ ຈະບໍ່ຍຸບສະພາ ເຖິງວ່າຝ່າຍຄ້ານກຽມອະພິປາຍບໍ່ໄວ້ວາງໃຈ

ຜູ້ນໍາຍີ່ປຸ່ນກ່າວວ່າ ຈະບໍ່ຍຸບສະພາ ເຖິງວ່າຝ່າຍຄ້ານກຽມອະພິປາຍບໍ່ໄວ້ວາງໃຈ - 648a7cd8769af - ຜູ້ນໍາຍີ່ປຸ່ນກ່າວວ່າ ຈະບໍ່ຍຸບສະພາ ເຖິງວ່າຝ່າຍຄ້ານກຽມອະພິປາຍບໍ່ໄວ້ວາງໃຈ
ຜູ້ນໍາຍີ່ປຸ່ນກ່າວວ່າ ຈະບໍ່ຍຸບສະພາ ເຖິງວ່າຝ່າຍຄ້ານກຽມອະພິປາຍບໍ່ໄວ້ວາງໃຈ - kitchen vibe - ຜູ້ນໍາຍີ່ປຸ່ນກ່າວວ່າ ຈະບໍ່ຍຸບສະພາ ເຖິງວ່າຝ່າຍຄ້ານກຽມອະພິປາຍບໍ່ໄວ້ວາງໃຈ

ນາຍົກລັດຖະມົນຕີ ຟູມິໂອະ ຄິຊິດະ ຢືນຢັນບໍ່ມີແຜນຍຸບສະພາຜູ້ແທນລາຊະດອນ, ຂະນະທີ່ຝ່າຍຄ້ານກຽມຍື່ນຍັດຕິຂໍເປີດອະພິປາຍທົ່ວໄປ ແລະ ລົງມະຕິບໍ່ໄວ້ວາງໃຈ.

ວັນທີ 16 ມິຖຸນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ນາຍົກລັດຖະມົນຕີ ຟູມິໂອະ ຄິຊິດະ ຜູ້ນໍາຍີ່ປຸ່ນ ກ່າວວ່າ: ທ່ານບໍ່ມີແຜນປະກາດຍຸບສະພາຜູ້ແທນລາຊະດອນ ເພື່ອຈັດການເລືອກຕັ້ງທົ່ວໄປກ່ອນກໍານົດ ຫລັງຄົບສະໄໝກອງປະຊຸມປັດຈຸບັນໃນວັນທີ 21 ມິຖຸນານີ້.

ຜູ້ນໍາຍີ່ປຸ່ນກ່າວວ່າ ຈະບໍ່ຍຸບສະພາ ເຖິງວ່າຝ່າຍຄ້ານກຽມອະພິປາຍບໍ່ໄວ້ວາງໃຈ - Visit Laos Visit SALANA BOUTIQUE HOTEL - ຜູ້ນໍາຍີ່ປຸ່ນກ່າວວ່າ ຈະບໍ່ຍຸບສະພາ ເຖິງວ່າຝ່າຍຄ້ານກຽມອະພິປາຍບໍ່ໄວ້ວາງໃຈ

ບັນຫາດັ່ງກ່າວຖືເປັນ “ເລື່ອງຮ້ອນ” ໃນສັງຄົມຍີ່ປຸ່ນໃນອາທິດຜ່ານມາ ເນື່ອງຈາກຝ່າຍຄ້ານກຽມຍື່ນຍັດຕິຂໍເປີດອະພິປາຍທົ່ວໄປ ແລະ ລົງມະຕິບໍ່ໄວ້ວາງໃຈລັດຖະບານທ່ານ ຄິຊິດະ ເມື່ອສະພາກັບເຂົ້າສູ່ວາລະກອງປະຊຸມ ເຊິ່ງຜູ້ນໍາຍີ່ປຸ່ນກ່າວເຖິງເລື່ອງນີ້ວ່າ: ທ່ານໄດ້ “ເນັ້ນໜັກ” ສະມາຊິກພັກເສລີປະຊາທິປະໄຕ (LDP) ທຸກຄົນໃຫ້ລົງມະຕິຄັດຄ້ານ.

ເຖິງຢ່າງໃດກໍຕາມ, ທຸກຝ່າຍໃຫ້ຄວາມເຫັນໄປໃນທາງດຽວກັນວ່າ: ການອະພິປາຍທົ່ວໄປ ແລະ ລົງມະຕິບໍ່ໄວ້ວາງໃຈຄັ້ງນີ້ “ເປັນພຽງສັນຍາລັກ” ເນື່ອງຈາກພັກ LDP ແລະ ພັກໂຄເມອິໂຕະ ເຊິ່ງເປັນພັນທະມິດ ຄອງສຽງສ່ວນຫລາຍລວມກັນເກີນເຄິ່ງໜຶ່ງໃນສະພາ ແລະ ການພົວພັນຂອງພັກຝ່າຍຄ້ານ ເຊິ່ງ “ບໍ່ໄດ້ມີເອກະພາບ” ໃນຄວາມເປັນຈິງ.

ເຖິງວ່າການເລືອກຕັ້ງທົ່ວໄປຕາມກໍານົດຄັ້ງໃໝ່ຂອງຍີ່ປຸ່ນ ຄືໃນປີ 2025 ແຕ່ພັກ LDP ມີກໍານົດຈັດການແຂ່ງຂັນພາຍໃນ ເພື່ອເລືອກຫົວໜ້າພັກຄົນໃໝ່ໃນປີໜ້າ ແລະ ຄວາມນິຍົມຂອງທ່ານ ຄິຊິດະ ແລະ ຄະນະລັດຖະບານ ຍັງບໍ່ຄ່ອຍດີໃນສາຍຕາປະຊາຊົນ ໂດຍຜົນການສໍາຫລວດຂອງສໍານັກຂ່າວຈີຈີ ປາກົດວ່າ: ຄະແນນການຍອມຮັບລັດຖະບານທ່ານ ຄິຊິດະ ມີ 35,1% ຫລຸດລົງ 3,1% ຈາກການສໍາຫລວດໃນໄລຍະເວລາດຽວກັນຂອງເດືອນພຶດສະພາຜ່ານມາ ແລະ ເປັນສະຖິຕິຕໍ່າທີ່ສຸດໃນຮອບ 5 ເດືອນ.

ຜູ້ນໍາຍີ່ປຸ່ນກ່າວວ່າ ຈະບໍ່ຍຸບສະພາ ເຖິງວ່າຝ່າຍຄ້ານກຽມອະພິປາຍບໍ່ໄວ້ວາງໃຈ - 3 - ຜູ້ນໍາຍີ່ປຸ່ນກ່າວວ່າ ຈະບໍ່ຍຸບສະພາ ເຖິງວ່າຝ່າຍຄ້ານກຽມອະພິປາຍບໍ່ໄວ້ວາງໃຈ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!