ຊຸ່ມເຢັນທົ່ວທຸກພາກ ຝົນປົກຫຸ້ມແຕ່ 30-60 %ຂອງພື້ນທີ່ແຕ່ລະແຂວງ

ຊຸ່ມເຢັນທົ່ວທຸກພາກ ຝົນປົກຫຸ້ມແຕ່ 30-60 %ຂອງພື້ນທີ່ແຕ່ລະແຂວງ - 355079982 2197642050439563 6267902915486444711 n - ຊຸ່ມເຢັນທົ່ວທຸກພາກ ຝົນປົກຫຸ້ມແຕ່ 30-60 %ຂອງພື້ນທີ່ແຕ່ລະແຂວງ
ຊຸ່ມເຢັນທົ່ວທຸກພາກ ຝົນປົກຫຸ້ມແຕ່ 30-60 %ຂອງພື້ນທີ່ແຕ່ລະແຂວງ - kitchen vibe - ຊຸ່ມເຢັນທົ່ວທຸກພາກ ຝົນປົກຫຸ້ມແຕ່ 30-60 %ຂອງພື້ນທີ່ແຕ່ລະແຂວງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ພະຍາກອນອາກາດປະຈໍາວັນທີ ວັນທີ 20 ມິຖຸນາ 2023 ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນຕົກສຽງໃຕ້ພັດ ປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 20/06/2023 ຫາ ເວລາ 07 ໂມງຂອງວັນທີ 21/06/2023

ຊຸ່ມເຢັນທົ່ວທຸກພາກ ຝົນປົກຫຸ້ມແຕ່ 30-60 %ຂອງພື້ນທີ່ແຕ່ລະແຂວງ - Visit Laos Visit SALANA BOUTIQUE HOTEL - ຊຸ່ມເຢັນທົ່ວທຸກພາກ ຝົນປົກຫຸ້ມແຕ່ 30-60 %ຂອງພື້ນທີ່ແຕ່ລະແຂວງ

ພາກເໜືອດ້ານຕາເວັນອອກ: (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ) ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຢູ່ເກືອບທົ່ວໄປ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 20 – 31 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າ ເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນ ລະຫວ່າງ 23-36 ອົງສາ.

ນະຄອນຫຼວງວຽງຈັນ: ມີເຝື້ອປົກຫຸ້ມເປັນສ່ວນຫຼາຍ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 25-28 ອົງສາ.

ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 23-30 ອົງສາ. ແຂວງໄຊສົມບູນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງບໍລິເວນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 19-27 ອົງສາ.

ພາກໃຕ້: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 23-32 ອົງສາ.

ສໍາລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຢູ່ບາງບໍລິເວນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 17 – 25 ອົງສາ.

 

ຊຸ່ມເຢັນທົ່ວທຸກພາກ ຝົນປົກຫຸ້ມແຕ່ 30-60 %ຂອງພື້ນທີ່ແຕ່ລະແຂວງ - 5 - ຊຸ່ມເຢັນທົ່ວທຸກພາກ ຝົນປົກຫຸ້ມແຕ່ 30-60 %ຂອງພື້ນທີ່ແຕ່ລະແຂວງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!