ໄລຍະຜ່ານມາ ທາງຫລວງເປ່ເພຍ້ອນຂົນສົ່ງສິນຄ້າ ແລະ ແຮ່ທາດລວມ 6.700 ກິໂລແມັດ ແລະ ຂົວຫັກ 79 ແຫ່ງ


ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຊີ້ແຈງ ຕໍ່ ສະມາຊິກສະພາແຫ່ງຊາດ (ສສຊ) ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ມິຖຸນາ 2023 ນີ້ວ່າ:ທິດທາງໃນການແກ້ໄຂບັນຫາ ໄດ້ສະເໜີໃຫ້ຜູ້ປະກອບການຕ້ອງມີຊິງຊັ່ງນໍ້າໜັກລົດບັນທຸກເປັນຂອງຕົນເອງ ເພື່ອຄຸ້ມຄ້ອງນ້ຳໜັກຕາມຂໍ້ກຳນົດນ້ຳໜັກລວມສູງສຸດຂອງກະຊວງ ຍທຂ ວາງອອກ ເພື່ອບໍ່ໃຫ້ເສັ້ນທາງເປ່ເພເສຍຫາຍ. ທັງຮັບປະກັນການຂົນສົ່ງທີ່ບັນທຸກນໍ້າໜັກເກີນຈາກບັນດາໂຄງການກໍ່ສ້າງຂະໜາດໃຫຍ່ ແລະ ການຂຸດຄົ້ນບໍ່ແຮ່ ຊຶ່ງເປັນບັນຫາສົ່ງຜົນກະທົບຢ່າງຫລວງຫລາຍຕໍ່ທາງຫລວງ, ໂດຍສະເພາະຢູ່ບັນດາແຂວງທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ ທີ່ເປັນສາຍທາງການຂົນສົ່ງສິນຄ້າ ແລະ ແຮ່ທາດ ຊຶ່ງເຮັດໃຫ້ຕານ່າງທາງຫລວງແຕ່ລະປະເພດເກີດການເປ່ເພລວມປະມານ 6.700 ກິໂລແມັດ (ກມ) ແລະ ຂົວຫັກ 79 ແຫ່ງ.
ຜ່ານມາ ກະຊວງ ຍທຂ ໄດ້ຮ່ວມກັບບັນດາກະຊວງທີ່ກ່ຽວຂ້ອງ ແລະ ບັນດາແຂວງ ໂດຍ ຈັດກອງປະຊຸມຮ່ວມກັນກັບຜູ້ພັດທະນາໂຄງການກໍ່ສ້າງຂະໜາດໃຫຍ່ ເປັນຕົ້ນໂຄງການລົດໄຟລາວ-ຈີນ, ໂຄງການທາງດ່ວນວຽງຈັນ-ວັງວຽງ, ບັນດາໂຄງການຂຸດຄົ້ນບໍ່ແຮ່ ແລະ ບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າໃຫ້ເອົາໃຈໃສ່ໃນການສ້ອມແປງເສັ້ນ ທາງທີ່ເປ່ເພຈາກການຈັດຕັ້ງປະຕິບັດໂຄງການ ຕາມທີ່ໄດ້ລະບຸໄວ້ໃນສັນຍາສໍາປະທານ ແລະ ໄດ້ມີການວາງມາດຕະການໃນການຈັດຕັ້ງປະຕິບັດຮ່ວມກັນ. ໃນການຈັດຕັ້ງປະຕິບັດຕົວຈິງເຫັນວ່າ ມີບາງໂຄງການໄດ້ປະຕິບັດຕາມສັນຍາສໍາປະທານ ແລະ ຍັງມີຈໍານວນໜຶ່ງບໍ່ປະຕິບັດຕາມສັນຍາສໍາປະທານ.
ປັດຈຸບັນ ກະຊວງ ຍທຂ ໄດ້ເຮັດວຽກຮ່ວມກັບພາກສ່ວນກ່ຽວ ຂ້ອງກວດກາຄືນ ຖ້າໂຄງການໃດທີ່ບໍ່ປະຕິບັດຕາມສັນຍາສໍາປະທານ ໂດຍສະເພາະແມ່ນການສ້ອມແປງເສັ້ນທາງທີ່ເປ່ເພຈາກໂຄງການດັ່ງກ່າວ ແມ່ນຈະໄດ້ມີມາດຕະການເດັດຂາດໃນການປັບ ໄໝ ຫຼືລາຍງານລັດຖະບານ ເພື່ອຂໍຍົກເລີກສັນຍາສໍາປະທານຊຶ່ງກະຊວງ ຍທຂ ຈະໄດ້ສົມທົບກັບກະຊວງພະລັງງານ ແລະ ບໍ່ແຮ່ ແລະ ບັນດາແຂວງ ເພື່ອກຳນົດສາຍທາງ ແລະ ນໍ້າໜັກບັນທຸກຂອງລົດບັນທຸກແຕ່ລະປະເພດທີ່ນໍາໃຊ້ໃນການຂົນສົ່ງແຮ່ທາດ, ສະເໜີໃຫ້ຜູ້ປະກອບການມີຊິງຊັ່ງເປັນຂອງຕົນເອງ ເພື່ອຄຸ້ມຄ້ອງນ້ຳໜັກຕາມຂໍ້ກຳນົດນ້ຳໜັກລວມສູງສຸດຂອງກະຊວງ ຍທຂ ວາງອອກ ເພື່ອບໍ່ໃຫ້ເສັ້ນທາງເປ່ເພເສຍຫາຍ.
ກະຊວງ ຍທຂ ໄດ້ປັບປຸງກົນໄກ ແລະ ລະບຽບການໃນການຄຸ້ມຄອງນ້ຳໜັກລົດບັນທຸກ ໂດຍໄດ້ເອົາວຽກງານການຄຸ້ມຄອງນ້ຳໜັກລົດບັນທຸກ ມາໃຫ້ຂະແໜງຂົວທາງຮັບຜິດຊອບ ກໍຄືພາກສ່ວນຮັບຜິດຊອບໃນການສ້ອມແປງ ແລະ ບູລະນະຮັກສາທາງຫລວງ ໂດຍໃຫ້ໂຄງການສ້ອມແປງ ແລະ ບູລະນະຮັກສາທາງຫລວງເປັນຜູ້ຮັບຜິດຊອບ. ໂດຍມີການແບ່ງຄວາມຮັບຜິດຊອບລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ຊັດເຈນ, ກໍານົດພາລະບົດບາດຂອງໜ່ວຍງານປະຈໍາສະຖານີຕິດຊັ່ງນໍ້າໜັກ ແລະ ປັບປຸງນິຕິກໍາທີ່ກ່ຽວຂ້ອງໃຫ້ສອດຄ່ອງກັບສະພາບປັດຈຸບັນ. ພ້ອມນີ້ຈະໄດ້ຫັນສະຖານີຕິດຊັ່ງນ້ຳໜັກໃຫ້ເປັນທັນສະໄໝໃນຂອບເຂດທົ່ວປະເທດ (ໄດ້ເປີດນຳໃຊ້ສະຖານີຕິດຊັ່ງນໍ້າໜັກທັນສະໄໝ 1 ແຫ່ງແລ້ວ ຢູ່ເສັ້ນທາງຫລວງແຫ່ງຊາດ R3).