ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດການພັດທະນາແຮ່ທາດ 10 ປີ

ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດການພັດທະນາແຮ່ທາດ 10 ປີ - 56924 - ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດການພັດທະນາແຮ່ທາດ 10 ປີ
ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດການພັດທະນາແຮ່ທາດ 10 ປີ - kitchen vibe - ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດການພັດທະນາແຮ່ທາດ 10 ປີ

ທ່ານ ລິນຄຳ ດວງສະຫວັນ ກຳມະການຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໃສທັດຮອດປີ 2035 ເພື່ອໃຫ້ລັດຖະບານເລັ່ງແກ້ໄຂ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 30 ມິຖຸນາ 2023 ວ່າ:  ເພື່ອຮັບປະກັນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ຄະນະປະຈຳສະພາແຫ່ງຊາດໄດ້ສະເໜີໃຫ້ລັດຖະບານສືບຕໍ່ຄົ້ນຄວ້າສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍໃນຂົງເຂດບໍ່ແຮ່ເພື່ອເປັນເຄື່ອງມືໃຫ້ແກ່ການຈັດຕັ້ງປະຕິບັດຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035 ໃຫ້ສຳເລັດ ແລະ ຕ້ອງໃຫ້ສອດຄ່ອງກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານຂອງແຂວງ, ຍຸດທະສາດຂອງຂະແໜງ ການ ແລະ ກົດໝາຍທີ່ກ່ຽວຂ້ອງເພື່ອກຳນົດໄດ້ທິດທາງທີ່ແນ່ນອນໃນການຄຸ້ມຄອງ ແລະ ສະຫງວນເນື້ອທີ່ໃນການຂຸດຄົ້ນແຮ່ທາດທີ່ມີໃນຂອບເຂດທົ່ວປະເທດໃຫ້ຄົນຮຸ້ນຕໍ່ໄປ. ການສໍາຫລວດສ້າງແຜນທີ່ທໍລະນີສາດ-ແຮ່ທາດມາດຕາສ່ວນ 1:200.000 ແລະ ມາດຕາສ່ວນ 1:50.000 ຕ້ອງໃຫ້ສອດຄ່ອງກັບແຜນທີ່ຂອງຂະແໜງການອື່ນໆທີ່ກ່ຽວຂ້ອງເປັນຕົ້ນ: ຂະແໜງການປ້ອງກັນຊາດ, ກະສິກຳ ແລະ ປ່າໄມ້, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງ ການອື່ນທີ່ກ່ຽວຂ້ອງ.

ພ້ອມທັງສະເໜີໃຫ້ກວດກາຄືນຖ້າຫາກວ່າເຂດໃດຢູ່ແຂວງໃດໄດ້ຮັບການຈັດຕັ້ງປະຕິບັດແລ້ວ ກໍບໍ່ຄວນກໍານົດເຂົ້າຮ່າງຍຸດທະສາດຕື່ມ ເພື່ອບໍ່ໃຫ້ໄປຊໍ້າຊ້ອນກັນ, ແຕ່ຫາກເຂດໃດໃນແຂວງໃດໜຶ່ງບໍ່ທັນຖຶກຈັດຕັ້ງປະຕິບັດ ຫລື ຖຶກປະຕິບັດມາແລ້ວແຕ່ບໍ່ທັນສຳເລັດກໍໃຫ້ສືບຕໍ່ເຮັດຢູ່ບ່ອນນັ້ນໆ; ໃຫ້ກຳນົດນະໂຍບາຍຊຸກຍູ້ສົ່ງເສີມການດຶງດູດການລົງທຶນເຂົ້າໃສ່ການຜະລິດຕະພັນແຮ່ທາດ ເພື່ອຊົມໃຊ້ພາຍໃນປະເທດ ແລະ ສົ່ງອອກໃຫ້ມີຄວາມຊັດເຈນ, ແຮ່ທາດຊະນິດໃດຄວນສະຫງວນໄວ້ ເພື່ອເປັນຜະລິດຕະພັນຊົມໃຊ້ພາຍໃນ, ແຮ່ທາດປະເພດໃດຄວນຂຸດຄົ້ນ ແລະ ປຸງແຕ່ງ ເພື່ອສົ່ງອອກຂາຍຕ່າງປະເທດ, ຄົ້ນຄວ້າກຳນົດລາຄາແຮ່ທາດແຕ່ລະປະເພດ ໂດຍມີການວາງແຜນເປັນແຕ່ລະໄລຍະເປັນຕົ້ນ: ແຮ່ຫາຍາກ, ແຮ່ທາດທີ່ມີຈໍານວນປະລິມານສະສົມຫລາຍ (ເກືອກາລີ, ຫີນກາວ).

ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດການພັດທະນາແຮ່ທາດ 10 ປີ - Visit Laos Visit SALANA BOUTIQUE HOTEL - ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດການພັດທະນາແຮ່ທາດ 10 ປີ

ສ່ວນການຄົ້ນຄວ້າອະນຸຍາດກິດຈະການກ່ຽວກັບແຮ່ທາດໃນຕໍ່ໜ້າໃຫ້ປະຕິບັດຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍຢ່າງເຂັ້ມງວດເປັນຕົ້ນ: ກົດໝາຍວ່າດ້ວຍແຮ່ທາດ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍປ່າໄມ້ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ; ຄົ້ນຄວ້າ, ວິເຄາະ, ວິໄຈຢ່າງຖີ່ຖ້ວນກ່ອນອະນຸຍາດໃຫ້ຂຸດຄົ້ນແຮ່ທາດ, ເຂດໃດຄວນໃຫ້ຂຸດຄົ້ນ, ເຂດໃດຄວນສະຫງວນໄວ້ ແລະ ໃຫ້ຄໍານຶງເຖິງເຂດຍຸດທະສາດການທະຫານ, ເຂດທີ່ຢູ່ອາໄສ, ເຂດຜະລິດກະສິກໍາ, ເຂດປ່າສະຫງວນ, ປ່າປ້ອງກັນ, ເຂດປ່າຍອດນ້ໍາ ແລະ ອື່ນໆ; ຄົ້ນຄວ້າຊອກຫາວິທີການຢຸດຕິການສົ່ງອອກແຮ່ດິບ, ຫັນໄປສູ່ການປຸງແຕ່ງແຮ່ທາດເປັນຜະລິດຕະພັນສຳເລັດຮູບໃຫ້ຫລາຍຂຶ້ນ, ຈຳກັດການສົ່ງອອກແຮ່ທາດດິບອອກຕ່າງປະເທດ; ເອົາໃຈໃສ່ສ້າງກົນໄກການປະສານງານກັບພາກສ່ວນທີ່ກ່ຽວຂ້ອງໃຫ້ເປັນລະບົບຄົບຊຸດ ແລະ ການແບ່ງຄວາມຮັບຜິດຊອບຢ່າງຂາດຕົວເພື່ອບໍ່ໃຫ້ມີການຖິ້ມຄວາມຮັບຜິດຊອບໃຫ້ກັນ ລວມທັງການຈັດເກັບລາຍຮັບຈາກພັນທະຕ່າງໆ ຂອງໂຄງການພັດທະນາບໍ່ແຮ່; ຄົ້ນຄວ້າພິຈາລະນາຄວາມອາດສາມາດ ແລະ ການມີສ່ວນຮ່ວມໃນການຖືຮຸ້ນໂຄງການບໍ່ແຮ່ຂອງລັດວິສາຫະກິດພັດທະນາແຮ່ທາດລາວ ວ່າຈະເຂົ້າຖືຮຸ້ນໃນລັກສະນະຮູບແບບ ແລະ ເງື່ອນໄຂແນວໃດ ແລະ ລັດຄວນຖືຮຸ້ນທຸກໆໂຄງການຂຸດຄົ້ນແຮ່ທາດໂດຍຖືເອົາບໍລິມາດແຮ່ທາດທີ່ສໍາຫລວດຄົ້ນພົບນັ້ນມາເປັນທຶນໃນການຖືຮຸ້ນຂອງລັດ; ການກໍານົດຊັດສ່ວນຜົນປະໂຫຍດຂອງລັດຖະບານຈາກໂຄງການພັດທະນາແຮ່ທາດຕ້ອງໃຫ້ສົມເຫດສົມຜົນຢ່າງໜ້ອຍຕ້ອງໃຫ້ໄດ້ 50% ຂຶ້ນໄປ; ຮີບຮ້ອນກຳນົດແຜນການ, ແຜນງານ, ໂຄງການ ແລະ ກິດຈະກຳໃນການຈັດຕັ້ງປະຕິບັດຮ່າງຍຸດທະສາດສະບັບດັ່ງກ່າວ ໃຫ້ເປັນອັນລະອຽດ ແລະ ຊັດເຈນ; ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີຈຸດສຸມ ແລະ ມີເປົ້າໝາຍທີ່ແນ່ນອນ ໂດຍສະເພາະບຸກຄະລາກອນໃນຂົງເຂດທໍລະນີສາດ ແລະ ແຮ່ທາດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບເປັນມືອາຊີບ ແລະ ມີຄວາມຊຳນານງານ; ກຳນົດກົນໄກການຄຸ້ມຄອງ ແລະ ການນຳໃຊ້ກອງທຶນພັດທະນາຊຸມຊົນທີ່ໄດ້ຈາກໂຄງການພັດທະນາແຮ່ທາດໃຫ້ຖຶກຕາມຈຸດປະສົງ ແລະ ເປົ້າໝາຍການນຳໃຊ້ກອງທຶນດັ່ງກ່າວ ພ້ອມທັງໃຫ້ບຸລິມະສິດໃນການພັດທະນາຊຸມຊົນຢູ່ເຂດໃກ້ຄຽງ ແລະ ເຂດທີ່ໂຄງການຕັ້ງຢູ່; ເອົາໃຈໃສ່ໂຄສະນາເຜີຍແຜ່ປຸກລະດົມໃຫ້ທຸກພາກສ່ວນທຸລະກິດ, ເອກະຊົນ ແລະ ປະ ຊາຊົນເຂົ້າໃຈ, ມີສ່ວນຮ່ວມ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ຫລາຍຂຶ້ນ.

ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດການພັດທະນາແຮ່ທາດ 10 ປີ - 4 - ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດການພັດທະນາແຮ່ທາດ 10 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!