ຫລັງໝົດສັນຍາກັບມາດຣິດ ບຣາຊິວ ຕັ້ງ ອັລເຊລັອດຕິ ຄຸມທັບລຸຍ ໂຄປາ ອາເມລິກາ
July 5, 2023 - 2:00 PM


ຄູຝຶກຊາວ ອີຕາລຽນ ຮັບງານຄຸມທີມຊາດບຣາຊິວ ໃນເດືອນມິຖຸນາ 2024 ກ່ອນການແຂ່ງຂັນ ໂຄປາ ອາເມລິກາ ຫລັງຈາກທີ່ຈະໝົດສັນຍາກັບມາດຣິດໃນປີໜ້າ.
ຄູຝຶກອາຍຸ 64 ປີ ຈະຄຸມທີມລາຊາຊຸດຂາວໃນລະດູການໜ້າເປັນລະດູການສຸດທ້າຍ, ກ່ອນທີ່ຈະໄປຮັບງານກັບທັບແຊ໋ມບ້າ ເພື່ອຕໍ່ສູ້ໃນ ໂຄປາ ອາເມລິກາ 2024, ໂດຍຈະເຂົ້າມາຮັບຫນ້າທີ່ຂອງ ເຟີນານໂດ ຊິນິກ ຄູຝຶກສອນຂອງ Fluminense. ທີ່ຈະເຮັດວຽກໃນໄລຍະ 12 ເດືອນຂ້າງຫນ້າ.